ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກະສັດປະເທດກາຕ້າ ສະເໝີ ໃຫ້ສົ່ງທະຫານ ໄປຊີເຣຍ (ເບິ່ງສະໄລດ໌)


ກະສັດ Sheikh Hamad bin Khalifa al-Thani ແຫ່ງປະເທດກາຕ້າ.
ວັນທີ 14 ມັງກອນ 2012.
ກະສັດ Sheikh Hamad bin Khalifa al-Thani ແຫ່ງປະເທດກາຕ້າ. ວັນທີ 14 ມັງກອນ 2012.

Sheikh Hamad bin Khalifa al-Thani ກະສັດແຫ່ງ​ກາ​ຕ້າໄດ້ຮຽກຮ້ອງ​ໃຫ້​ມີ​ການ​ຈັດສົ່ງ​ພວກ​ທະຫານ​ອາຫຣັບ​ເຂົ້າ​ໄປ​ຍັງ​ຊີ​ເຣຍ ​ເພື່ອ​ຢຸດຄວາມ​ຮຸນ​ແຮງ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ປະ​ເທດ​ນັ້ນ.

ຄໍາ​ຮຽກຮ້ອງຂອງ​ພະ​ອົງ​ທ່ີ​ອອກ​ອາກາດ​ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ການໃຫ້​ສໍາພາດ​ກັບ​ຕາໜ່າງ​ໂທລະພາບ CBS ຂອງ​ສະຫະລັດ ​ແມ່ນ​ເປັນຂໍ້​ສະ​ເໜີ​ເຊ່ນ​ນີ້​ຄັ້ງ​ທໍາ​ອິດ​ ໂດຍ​ຜູ້ນໍາ​ອາຫຣັບຄົນ​ນຶ່ງ.

ຫົວໜ້າ​ທີ​ມນັກ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຫຣັບ​ໃນ​ນະຄອນຫລວງ​ຂອງ​ຊີ​ເຣຍ ຄື​ເອກ​ອັກຄະ​ລັດຖະທູດ​ຊູ​ແດນ ທ່ານ Jafaar Kudaiba ກ່າວ​ຕໍ່​ນັກ​ຂ່າວ​ວີ​ໂອ​ເອ​ຄົນ​ນຶ່ງ​ໃນ​ກຸງ​ດາ​ມັສກັສ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ຈະນໍາ​ສະ​ເໜີ​ແນວ​ຄິດກ່ຽວ​ກັບ​ການ​ສົ່ງກໍາລັງ​ທະຫານໄປ​ຊີ​ເຣຍນັ້ນ ​ເວລາ​ສັນນິບາດ​ຊາດ​ອາຫຣັບພົບ​ປະກັນ​ເພື່ອ​ທົບ​ທວນ​ເບິ່ງການ​ປະກອບ​ພາລະກິດ​ຂອງ​ພວກ​ນັກ​ສັງ​ເກດ​ການ​ໃນ​ວັນ​ເສົາ​ຈະ​ມາ​ນີ້.

ທ່ານ Amr Mussa ອະດີດເລຂາທິການ​ໃຫຍ່​ຂອງ​ສັນນິບາດ​ຊາດ​ອາຫຣັບ ກ່າວ​ວ່າ ກຸ່ມ​ຈັດ​ຕັ້ງ 22 ປະ​ເທດ​ທີ່​ວ່າ​ນີ້ ​ຄວນ​ຈະ​ທໍາການໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ແນວ​ຄິດ​ຂອງ​ກະສັດ​ກາ​ຕ້າ​ ​ໃນ​ການ​ສັບ​ປ່ຽນ​ຄະນະ​ສັງ​ເກດ​ການໂດຍ​ກໍາລັງ​ທະຫານນັ້ນ ເພື່ອ​ແຍກ​ພວກ​ກໍາລັງຮັກສາຄວາມ​ປອດ​ໄພ​ອອກ​ຈາກພວກ​ພົນ​ລະ​ເຮືອນ​ຂອງ​ຊີ​ເຣຍນັ້ນ.

ໃນ​ຂະນະ​ດຽວ​ກັນ ບັນດາ​ນັກ​ເຄື່ອນໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ໄດ້​ສັງຫານ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 11 ຄົນ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ແຕ່ໃນຂະນະ​ທີ່​ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ​ ຍຸດຕິ​ການ​ເຂັ່ນຂ້າ​ປະຊາຊົນ​ຕົນ​ເອງ​ນັ້ນ.

XS
SM
MD
LG