ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຊີເຣຍ ໂຈມຕີເມືອງ Daraa ໃນພາກໃຕ້ ຂອງປະເທດ (ເບິ່ງວີດີໂອ)


ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ.
ວັນທີ 15 ກຸມພາ 2012.
ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ. ວັນທີ 15 ກຸມພາ 2012.

ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ທະຫານ​ລັດຖະບານ​ໄດ້ໂຈ​ມຕີ​ເມືອງ Daraa ​ໃນ​ພາກ
ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​ການ​ລຸກ​ຮື​ຂຶ້ນຂອງ​ພວກ​ຝ່າຍ​ຄ້ານຕໍ່ຕ້ານ​ປະ​ທາ​ນາ​ທິບໍດີ Bashar
al-Assad ​ໄດ້​ເລີ່​ມຂຶ້ນ​ໃນ​ເດືອນ​ມີນາ​ປີ​ກາຍ​ນີ້.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ທີ່​ມີ​ສຳນັກງານ​ຢູ່​ກຸງ​ລອນ​ດອນ​ກ່າວ​ວ່າ ມີ 4 ຄົນໄດ້ເສຍ​ຊີວິດ​ຢູ່ໃນ
ເມືອງ​ດັ່ງກ່າວ ​ໃນ​ວັນ​ພະຫັດ​ມື້ນີ້ ຮວມທັງ​ການ​ສູ້​ລົບ ​ລະຫວ່າງພວກ​ທະຫານ​ລັດຖະບານ​ຊີ​
ເຣຍ​ແລະ​ທະຫານ​ກະບົດ.

ຈີນ​ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ຕົນ​ພວມ​ສົ່ງ​ ນັກ​ການ​ທູດ​ອະ​ວຸ​ໂສ​ທ່ານ​ນຶ່ງ ​ໄປ​ຍັງຊີ​ເຣຍເພື່ອ​
ເຈລະຈາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ໃນ​ປະ​ເທດ​ດັ່ງກ່າວ ທ່ານ Liu Weimin ​ໂຄສົກ​ກະຊວງ
ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າຮອງ​ລັດຖະມົນຕີ​ການຕ່າງປະ​ເທດ Zhai Jun ຈະເດີນທາງ​
ໄປ​ຢ້ຽມຢາມຊີ​ເຣຍ​ໃນ​ວັນ​ສຸກແລະ​ວັນ​ເສົາ​ແຕ່​ຍັງ​ບໍ່​ສາມາດ​ເວົ້າ​ໄດ້​ວ່າມີ​ກຸ່ມໃດ​ແດ່​ຈະ​ພົວພັນ
ໃນ​ການ​ເຈລະຈາ​ຫາລືນີ້.

ທ່ານ​ກ່າວ​ວ່າ ຈີນ​ຕ້ອງການຢາກ​ກົດ​ດັນ​ໃຫ້​ມີ​ການ​ແກ້ໄຂ​ບັນຫາ​ຢ່າງ​ສັນຕິ. ຮອງລັດຖະມົນ
ຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນຝ່າຍ​ຄ້ານຂອງ​ຊີ​ເຣຍ ທີ່​ກຸງ​ປັກ​ກິ່ງໃນ​ສັບ
ປະດາ​ແລ້ວ.

ເບິ່ງວີດີໂອ ພວກທ່ານໝໍກ່າວຫາລັດຖະບານຊີເຣຍວ່າ ກໍ່ອາຊະຍາກຳສົງຄາມ

ຂະນະ​ດຽວ​ກັນ ກໍ​ຄາດ​ວ່າ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຈະ​ໃຫ້ການ
ສະໜັບສະໜຸນ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ ໃນ​ວັນ​ພະຫັດ​ມື້ນີ້ ຕໍ່​ຍັດຕິທີ່​ກ່າວ​ຫາ​ຊີ​ເຣຍວ່າ
ໄດ້​ລ່ວງ​ລະ​ເມີດ​ຕໍ່​ສິດທິ​ມະນຸດ​ ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ ຂອງ​ປະ​ເທດ​ດັ່ງກ່າວຢຸດ​ເຊົາ
ການ​ປາບ​ປາມ​ແບບ​ນອງ​ເລືອດຕໍ່​ພວກ​ຄັດຄ້ານ​ລັດຖະບານ. ຮ່າງ​ຍັດຕິ​ທີ່ໄດ້​ມີ​ການ​ແຈກຢາຍ
ໂດຍ​ພວກ​ນັກ​ການ​ທູດ​ອາຣັບສະບັບນີ້ ​ເປັນ​ຍັດຕິ​ທີ່​ບໍ່​ມີ​ຜົນ​ບັງຄັບ.

ຣັດ​ເຊຍ​ແລະ​ຈີນ​ໄດ້​ວີ​ໂຕ້​ຫຼືໃຊ້​ສິດ​ຢັບຢັ້ງຮ່າງ​ຍັດຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ
ປະຊາ​ຊາດ​ໃນຕົ້ນ​ເດືອນນີ້ ​ຂັດຂວາງ​ບໍ່​ໃຫ້​ສະພາ​ຄວາມ​ໝັ້ນຄົງ ໃຫ້ການ​ສະໜັບສະໜຸນ​ຕໍ່
ແຜນການ​ຂອງ​ປະ​ເທດ​ຕາ​ເວັນ​ຕົກທີ່ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ບັນດາ​ປະ​ເທດ​ອາຣັບທີ່​ຈະ​ບັງ
ຄັບ​ໃຫ້​ປະທານາທິບໍດີ​ Assad ລາ​ອອກ ​ເພື່ອ​ຍຸຕິວິ​ກິດ​ການ​ຢູ່​ໃນ​ປະ​ເທດດັ່ງກ່າວ.

XS
SM
MD
LG