ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ກະ​ບົດ​ ຖອນ​ກໍາລັງ ​ອອກ​ຈາກ​ ເຂດ​ຕ່າງໆ ​​ໃກ້​ເມືອງ al-Haffeh (ວີດີໂອ)


ການຍິງປືນໃຫຍ່ຖະຫຼົ່ມ ທີ່ເມືອງ Homs ໃນເຂດພາກກາງຂອງຊີເຣຍ (11 ມີຖຸນາ 2012)
ການຍິງປືນໃຫຍ່ຖະຫຼົ່ມ ທີ່ເມືອງ Homs ໃນເຂດພາກກາງຂອງຊີເຣຍ (11 ມີຖຸນາ 2012)

ກຸ່ມປົກ​ປ້ອງ​ສິດ​ທິມະນຸດ​ໃນຊີ​ເຣຍກຸ່ມ​ນຶ່ງກ່າວ​ວ່າ ພວກ​ກະບົດ​ໄດ້​ລ່າ​ຖອຍ​ຄືນ​ຈາກ​ໝູ່
​ບ້ານ​ຕ່າງໆ ທີ່ຢູ່ອ້ອມ​ແອ້ມ​ ເມືອງ ​al-Haffeh ທາງກໍ້າ​ຕາ​ເວັນ​ຕົກສຽງ​ເໜືອປະ​ເທດ
ຫຼັງຈາກ​ທະ​ຫານ​ຂອງ​ລັດຖະບານໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ມາເປັນ​ເວລາ​ຫຼາຍມື້.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ ກ່າວ​ເມື່ອ​ວັນ​ພຸຸດ ມື້​ນີ້​ວ່າ ພວກ​
ກະ​ບົດ​ໄດ້​ຖອນ​ກໍາລັງ​ຂອງ​ຕົນ​ອອກ​ຈາກ​ເຂດ​ຕ່າງໆໃກ້​ເມືອງ al-Haffeh ​ໃນ​ແຂວງ
Latakia ບ່ອນ​ທີ່​ກໍາລັງ​ທະຫານ​ຂອງ​ລັດຖະບານ ​ໄດ້​ທໍາ​ການ​ໂຈມ​ຕີຫຼາຍໆ​ບັ້ນ​ດ້ວຍ
​ເຮືອບິນ​ເຮ​ລິ​ຄອບ​ເຕີ ​ແລະ​ລົດ​ຖັງນັ້ນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ໄດ້ເຕືອນ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ວ່າ ຈາກ​ລາຍງານຂ່າວ
ພາຍ​ໃນຫຼາຍກະ​ແສຂອງ​ຊີ​ເຣຍນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ກໍາລັງ​ທະຫານຂອງ​ປະທາ
ນາທິບໍດີ Bashar al-Assad ​ໄດ້​ຕຽມ​ການ​ທີ່​ຈະທໍາ​ການ​ສັງຫານ​ໝູ່​ອີກ​ບັ້ນ​ນຶ່ງ​ໃນ​
ເມືອງ al-Haffeh ​ເພື່ອ​ແກ້​ແຄ້ນ​ທີ່​ພວກ​ຊາວ ​ເມືອງ​ນີ້ໃຫ້ການສະໜັບສະໜຸນຕໍ່ການ
​ລຸກ​ຮື​ຂຶ້ນ​ທີ່ດຳ​ເນີນ​ມາ​ໄດ້ 15 ​ເດືອນ​ຜ່ານ​ມາ​ນັ້ນ.

ກະຊວງ​ຕ່າງປະ​ເທດ​ຊີ​ເຣຍ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ ຜ່ານ​ສື່​ມວນ ຊົນ​ລັດ​ເມື່ອ​
ວັນ​ອັງຄານ​ວານ​ນີ້ ປະນາມການ​ກ່າວ​ຫາ​ຂອງ​ສະຫະລັດ ​ໂດຍ​ເອີ້ນ​ວ່າ ​ເປັນ​ການ​ແຊກ
​ແຊງ​ໂດຍ​ຢ່າງ​ເປີດແປນ​ເຂົ້າ​ໃນ​ກິດຈະ​ການ​ຕ່າງໆ ​ຂອງຊີ​ເຣຍ ​ແລະ​ກ່າວ​ວ່າ ​ມັນ​ເປັນ
​ເຫດ​ບັງ​ເອີນ​ທີ່ເກີດພ້ອມກັບ​ການໂຈມ​ຕີ​ທີ່​ເ​ພີ່​ມທະວີ​ຂຶ້ນ​ໂດຍພວກ​ກະບົດ. ດາ​ມັສກັສ
ໄດ້​ກ່າວ​ຫາ​ເມື່ອ​ວັນ​ພຸດ​ມື້​ນີ້ ວ່າ​ວໍ​ຊິງ​ຕັນ​ຍັງ​ສືບ​ຕໍ່​ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍ ພວກທີ່ເຈົ້າໜ້າ​ທີ່​ຊີ​ເຣຍກ່າວ​ວ່າ​ເປັນ​ຕົວການ​ການ​ລຸກ​ຮື​ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດ​ທະ​ມະນຸດ​ຊີ​ເຣຍ ກ່າວເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ການ​ສູ້ລົບ​ໄດ້​ສັງຫານ
​ຢ່າງ​ໜ້ອຍ 64 ຄົນສ່ວນ​ໃຫຍ່​ຍ້ອນ​ການຍິງ​ຖະຫຼົ່ມຂອງ ຝ່າຍ​ລັດຖະບານ ໃສ່ເຂດຕ່າງໆ​
ຂອງ​ພວກ​ກະບົດ ​ເຊັ່ນ Aleppo ​ແລະ el-Zour​.

XS
SM
MD
LG