ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຝ່າຍຄ້ານພັດຖິ່ນຊີເຣຍ ເລືອກເອົາ ຜູ້ນໍາຄົນໃໝ່ (ສະໄລດ໌ກັບວີດີໂອ)


A Buddhist monk helps a worker who is being beaten by riot police inside a Buddhist pagoda in Phnom Penh, Cambodia, Nov. 12, 2013.
A Buddhist monk helps a worker who is being beaten by riot police inside a Buddhist pagoda in Phnom Penh, Cambodia, Nov. 12, 2013.

ກຸ່ມຝ່າຍຄ້ານພັດຖິ່ນ ທີ່​ສໍາຄັນຂອງຊີເຣຍໄດ້ເລືອກຕັ້ງເອົານັກປັນຍາຊົນຊາວເຄີດ​
ໃຫ້​ເປັນ​ຜູ້ນໍາພາຄວາມພະຍາຍາມ​ເພື່ອທ້ອນໂຮມຂະບວນການຕໍ່ຕ້ານ​ ລຸນຫລັງທີ່
ມີການຕໍ່ສູ້ຢູ່ພາຍ​ໃນ ລະຫວ່າງ​ກັນ ມາເປັນເວລາຫລາຍເດືອນ. ໃນຂະນະດຽວ​ກັນ
ພວກ​ນັກ​ເຄື່ອນ​ໄຫວລາຍງານວ່າ ມີພົນລະເຮືອນເສຍຊີວິດຫລາຍສິບຄົນ ໃນການ
ໂຈມຕີ​ໂດຍກໍາລັງລັດຖະບານ ຢູ່ທົ່ວປະເທດ.

ບັນດາສະມາຊິກອາວຸ​ໂສຂອງກຸ່ມ​ຝ່າຍ​ຄ້ານ​ພັດ​ຖິ່ນ Syrian National Council ຫຼື
ສະພາປົກຄອງຊາດຊີ​ເຣຍ ໄດ້ເລືອກເອົາທ່ານ Abdulbaset Sieda ຊຶ່ງເປັນຊາວເຄີດ ໃຫ້ເປັນຜູ້ນໍາຄົນໃໝ່ຂອງກຸ່ມ ຢູ່ໃນກອງປະຊຸມທີ່ນະຄອນອິສຕັນບູລ ປະ​ເທດ​ເທີ​ກີ
ໃນເຊົ້າວັນອາທິດມື້ນີ້. ທ່ານ Sieda ໄວ 50 ປາຍ ໄດ້ອາໃສຢູ່ໃນປະ​ເທດສະວີເດັນ.
ບັນດາສະມາຊິກຂອງສະພາປົກຄອງ​ຊາດຊີ​ເຣຍ ຫລື SNC ຮວມທັງ ທ່ານ Abdel
Hamid Al Attassi ນໍາ ​ເອີ້ນທ່ານ Sieda ວ່າ ເປັນບຸກຄົນທີ່ໄດ້ຮັບການຍອມຮັບກັນ
ທົ່ວໄປ.

ທ່ານ Sieda ໄດ້ຖືກເລືອກຂຶ້ນແທນທ່ານ Burhan Ghalioun ທີ່​ໄດ້​ຕົກລົງລາ​ອອກ
ຈາກຕໍາແໜ່ງໃນເດືອນແລ້ວນີ້ ທ່າມກາງການຕໍາໜິຕິຕຽນ ກ່ຽວກັບການນໍາພາຂອງທ່ານ.

ໃນການກ່າວຄໍາປາໃສຕໍ່ພວກນັກຂ່າວໃນວັນເສົາວານນີ້ ທ່ານ Sieda ເວົ້າວ່າ SNC
ຄວນສືບຕໍ່ປະຕິຮູບຕົນເອງ ເພື່ອດຶງເອົາບຸກຄົນທີ່ຕໍ່ຕ້ານ ລັດຖະບານ ເຂົ້າມາຮ່ວມ
ຂະບວນການເພີ້ມຂຶ້ນ.

ຂະນະ​ດຽວ​ກັນ ພວກ​ນັກ​ເຄື່ອນ​ໄຫວຊາວຊີເຣຍເວົ້າວ່າ​ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​
ຂອງ​ລັດຖະບານ ໄດ້ສັງຫານພົນລະເຮືອນ​ຢ່າງ​ໜ້ອຍ 52 ຄົນ ໃນການປາບປາມພວກ
ຕໍ່ຕ້ານລັດຖະບານຄັ້ງຫລ້າສຸດ ໃນວັນເສົາວານນີ້. ກຸ່ມ​ສິ້ງ​ຊອມ​ສິດ​ທິມະນຸດ​ຊີ​ເຣຍ ທີ່​
ມີ​ສໍານັກງານ​ຢູ່​ກຸງລອນດອນ ກ່າວ​ວ່າ ບ່ອນທີ່ມີຄົນເສຍຊີວິດຫລາຍທີ່ສຸດ ໃນວັນເສົາ
ຜ່ານມາແມ່ນຢູ່ເຂດ​ເມືອງ ດາຣາ, ຊຶ່ງມີ 20 ຄົນຖືກຂ້າຕາຍ ໃນການຍິງລະດົມ​ ໃນຕອນ
ເຊົ້າມືດວັນ​ເສົາ​ວານ​ນີ້ ໃສ່ເມືອງ​ດັ່ງກ່າວທີ່ຢູ່ທາງພາກໃຕ້ຂອງປະເທດ ​ແລະເປັນບ່ອນ ທີ່ການລຸກຮືຂຶ້ນສະໜັບສະໜູນປະຊາທິປະໄຕ ໄດ້ເລີ້ມຕົ້ນຂຶ້ນໃນ 15 ເດືອນກ່ອນ.

ພວກ​ນັກ​ເຄື່ອນ​ໄຫວຍັງເວົ້າອີກວ່າ ປະຊາຊົນໄດ້ເສຍຊີວິດເພີ້ມຂຶ້ນ ໃນລະຫວ່າງການຍິງ
ຖະຫລົ່ມຂອງຝ່າຍລັດຖະບານໃສ່ເມືອງ​ໂຮມສ໌ ທີ່ເປັນ ສູນກາງຂອງຝ່າຍກະບົດ ແລະໃນ ການຍິງໂຕ້ຕອບກັນລະຫວ່າງ ກໍາລັງຂອງລັດຖະບານ ແລະກໍາລັງຂອງຝ່າຍກະບົດຢູ່
ໃຈກາງນະຄອນຫລວງ Damascus ໃນຕອນເຊົ້າໆ ຂອງວັນດຽວກັນ. ຈໍານວນຜູ້ບາດ ເຈັບຍັງບໍ່ສາມາດໄດ້ຮັບການຢືນຢັນຈາກ​ແຫ​ລ່ງຂ່າວເອກະລາດໄດ້ເທື່ອ.

XS
SM
MD
LG