ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ກໍານົດເວລາ ລົງປະຊາມະຕິ (ເບິ່ງສະໄລດ໌)


ປະທານາທິບໍດີ Bashar al-Assad,ແຫ່ງຊີເຣຍ(ຂ້າງຊ້າຍ) ຈັບມືກັບທ່ານ Sergei Lavrov, ລັດຖະມົນຕີ ຕ່າງປະເທດຣັດເຊຍທີ່ກຸງດາມັສກັສ.
ປະທານາທິບໍດີ Bashar al-Assad,ແຫ່ງຊີເຣຍ(ຂ້າງຊ້າຍ) ຈັບມືກັບທ່ານ Sergei Lavrov, ລັດຖະມົນຕີ ຕ່າງປະເທດຣັດເຊຍທີ່ກຸງດາມັສກັສ.

ອົງການ​ຂ່າວ​ແຫ່ງ​ລັດ​ຊີ​ເຣຍກ່າວ​ວ່າ ປະທານາທິບໍດີ Bashar al-Assad ​ໄດ້​ວາງ
ກໍານົດ​ເວລາ​ໃສ່​ວັນ​ທີ 26 ກຸມພາ​ນີ້ ​ເປັນ​ວັນ​ລົງປະຊາ​ມະຕິ​ແຫ່ງ​ຊາດ​ກ່ຽວ​ກັບ​ຮ່າງ
ລັດຖະທໍາ​ມະນູນ​ສະບັບ​ໃໝ່​ຂອງປະ​ເທດ.

ປະທານາທິບໍດີ Assad ​ໃຫ້​ຄໍາ​ໜັ້ນສັນຍາ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ ນີ້​ໃນ​ລະ
ຫວ່າງ​ການ​ກ່າວ​ປາ​ໄສ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ​ໂດຍ​ກ່າວ​ວ່າ ຮ່າງ​ກົດໝາຍ​ລັດ
ຖະທໍາ​ມະນູູນສະບັບ​ໃໝ່​ນີ້ ​ຈະ​ເພ່ງ​ເລັງ​ໃສ່​ລະ​ບົບການ ເມືອງ​ທີ່​ມີ​ຫລາ​ຍພັກ​ເຂົ້າ​
ຮ່ວມ​ນໍາ.

ລັດຖະບານ​ຊີ​ເຣຍ​ໄດ້​ຮັບ​ຮອງເອົາກົດໝາຍ​ສະບັບ​ນຶ່ງ​ໃນ​ເດືອນ​ກໍລະກົດ ປີ​ກາຍ ​
ໂດຍ​ອະນຸມັດ​ໃຫ້​ຈັດ​ຕັ້ງ​ພັກ​ການ​ເມືອງ​ຫລາຍ​ພັກ​ຂຶ້ນ​ໄດ້​ ນອກ ຈາກພັກ Ba’ath
ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຢູ່ ​ໃນ​ປັດຈຸບັນ​ນີ້ ຊຶ່ງ​ຄອງອໍານາດມາ​ຕັ້ງ​ແຕ່​ປີ 1963
ນັ້ນ.

ໃນ​ຂະນະ​ດຽວ​ກັນ ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ ກ່າວ​ວ່າ ກໍາລັງ​ຂອງ
ລັດຖະບານ ​ໄດ້​ທໍາ​ການ​ໂຈມ​ຕີ​ໃນ​ວັນ​ພຸດ​ມື້​ນີ້ ຕໍ່ເມືອງ Hama ຊຶ່ງ​ເປັນສູນ​ກາງ
ຂອງ​ການ​ປະ​ທ້ວງ ​ໃນ​ພາກ​ກາງຂອງ​ຊີ​ເຣຍ​ນັ້ນ. ພວກ​ນັກ​ເຄື່ອນ​ໄຫວ​ເຫລົ່ານີ້
ກ່າວ​ຕື່ມ​ວ່າ ພວກ​ທະຫານ​ຂອງ​ລັດຖະບານ​ໄດ້​ບຸກຖະລົ່ມ​ເຂົ້າ​ໄປໃນ​ບັນດາ​ຄຸ້ມ
ທີ່ປະ​ຊາ​ຊົນ​ອາ​ໄສຢູ່ແລະ​ວ່າ​ພວກ​ສາຍ​ໂທລະ​ສັບ​ກໍ​ໄດ້​ຖືກ​ຕັດຂາດ.

ທີ່​ເມືອງ Homs ປະມານ 40 ຫລັກ​ກິ​ໂລ​ແມັດ​ໄປ​ທາງ​ທິດ​ໃຕ້ ພວກ ນັກ​ເຄື່ອນ​
ໄຫວ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂຶ້ນ​ ຖືກ​ທໍ່​ລໍາລຽງ​ນໍ້າມັນ​ໃກ້ໆກັບ​ຄຸ້ມ Baba
Amr ຊຶ່ງ​ເປັນ​ຄຸ້ມ​ຂອງ​ພວກມຸສລິ​ມ​ນິກາຍ​ຊຸນ​ນີອາໄສຢູ່ ຊຶ່ງ​ໄດ້​ສົ່ງ​ຄວັນ​ໄຟກຸ້ມ
ຂຶ້ນ​ສູ່​ທ້ອງຟ້າ ຊຶ່ງ​ພວກ​ນັກ​ເຄື່ອນ​ໄຫວ​ເຫລົ່າ​ນີ້ ຖິ້ມ​ໂທດ​ໃສ່​ພວກ​ທະຫານ​ຂອງ​
ລັດຖະບານ ​ທີ່​ເຮັດ​ໃຫ້​ເກີດ​ລະ​ເບີດ​ຂຶ້ນ ​ໃນ​ຂະນະ​ທີ່​ລັດຖະບານ​ກ່າວ​ວ່າ ພວກ
ກໍ່​ການ​ຮ້າຍ​ເປັນ​ຜູ້​ຮັບຜິດຊອບໃນເລື້ອງ​ນີ້.

ໂຮງກັ່ນ​ນໍ້າມັນ​ແຫ່ງ​ນຶ່ງ​ໃນ​ບັນດາ​ໂຮງ​ກັ່ນ​ນໍ້າມັນ 2 ​ແຫ່ງ​ຂອງ​ຊີ​ເຣຍ ແມ່ນ​ຕັ້ງ
ຢູ່ໃນ​ເມືອງ Homs ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການບຸກ​ໂຈມ​ຕີ​ມາ​ເປັນ
ເວລາ​ເກືອບ 2 ສັບປະດາ​ ຂອງ​ພວກ​ທະຫານ​ລັດ ຖະບານ​ຕໍ່​ເມືອງ Homs ​
ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ​ຫລາຍ​ຮ້ອຍ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍໍ່​ການ​ຮ້າຍ​ປະກອບ​ອາວຸດ​ກ່ຽວ
ກັບ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ການປົກຄອງ​ປະ​ເທດ​ແບບ​ຜະ​ເດັດ​ການ ຂອງປະທາ
ນາທິບໍດີ Bashar Al-Assad ທີ່ດຳ​ເນີນມາ​ເປັນ​ເວລາ 11 ​ເດືອນ​ແລ້ວນັ້ນ.

XS
SM
MD
LG