ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຮັກສາຄວາມປອດໄພຊີເຣຍ ສືບຕໍ່ທໍາການປາບປາມ ທີ່ເມືອງລາຕາເກຍ


Paramedics assist a construction worker who was rescued from a collapsed building in the Kariakoo district of central Dar es Salaam, Tanzania, March 29, 2013.
Paramedics assist a construction worker who was rescued from a collapsed building in the Kariakoo district of central Dar es Salaam, Tanzania, March 29, 2013.

ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ສັງຫານ​ຜູ້​ຊາຍ​ຄົນ​ນຶ່ງ​ໃນ​ເມືອງ Latakia ​ໃນ​ການສືບ​ຕໍ່​ການ​ປາບ​ປາມຢ່າງ​ຮ້າຍ​ກາດ​ ​ຕໍ່​ພວກ​ຄັດຄ້ານລັດຖະບານ​ໃນ​ເມືອງ​ທ່າ​ດັ່ງກ່າວ ​ເປັນ​ມື້​ທີ​ສາມ​ລຽນຕິດ.

ມີ​ລາຍ​ງານ​ຂ່າວ​ວ່າ ລົດ​ຖັງ​ໄດ້​ຍິງປືນ​ໃສ່ຫລາຍ​ໆຄຸ້ມ ​ແລະ​ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ຊາວ​ເມືອງ​ກໍາລັງ​ພະຍາຍາມ​ພາ​ກັນ​ຫລົບໜີຈາກ​ເມືອງ​ດັ່ງກ່າວ.

ພວກ​ນັກ​ເຄື່ອນ​ໄຫວ​ແລະ​ພວກ​ເຫັນ​ເຫດການ​ກ່າວ​ວ່າ ຢ່າງ​ໜ້ອຍ​ 26 ຄົນ​ເສຍ​ຊີວິດ​ໃນ​ວັນ​ເສົາ​ແລະ​ວັນ​ອາທິດ​ວານ​ນີ້​ ໃນເມືອງ​ Latakia ​ນັ້ນ ​ເວລາ​ພວກ​ທະຫານຍິງ​ປືນໃຫຍ່ມາ​ຈາກ​ທະ​ເລ​ເຂົ້າໃສ່​ເມືອງ ​ແລະ​ພວກ​ທະຫານ​ໃນ​ລົດ​ຖັງ​ແລະ​ລົດອື່ນໆ​ ທໍາການ​ໂຈມ​ຕີ​ດ້ວຍ​ປືນ​ກົນ​ໃ​ສ່​ເຂດ​ຕ່າງໆ​ໃນ​ແຄມ​ທະ​ເລ. ການ​ປະຕິບັດ​ງານ​ທາງ​ທະຫານ​ທີ່​ວ່າ​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ພວກ​ປະ​ທ້ວງ​ພາ​ກັນ​ໂຮມ​ຊຸມນຸມ​ກັນ​ໃນ​ເມືອງ Latakia ​ແລະ​ໃນ​ຫົວ​ເມືອງ​ອື່ນໆ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ​ແລະ​ຮຽກຮ້ອງ​ຄືນ​ອີກ​ໃຫ້​ປະທານາທິບໍດີ Bashar al-Assad ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ໃນ​ຂະນະ​ດຽວ​ກັນ ພວກ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ ພວກ​ກໍາລັງ​ຮັກສາຄວາມ​ປອດ​ໄພ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລົດ​ຖັງ ຍັງ​ໄດ້​ທໍາ​ການຈັບ​ກຸມຜູ້​ຄົນ​ ແລະ​ບຸກ​ເຂົ້າ​ກວດ​ຄົ້ນ​ບ້ານ​ເຮືອນ​ຂອງ​ປະຊາຊົນ​ໃນ​ເມືອງ Houla ​ໃກ້ໆ​ກັບ​ເມືອງ Homs ທີ່ເປັນ​ຈຸດ​ສໍາຄັນ​ຂອງຄວາມ​ຮຸນ​ແຮງ​ ​ນັ້ນ.

ທາງ​ຝ່າຍລັດຖະບານ​ຊີ​ເຣຍ​ໄດ້​ສະ​ເໜີ​ລາຍ​ງານ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ເຫດການທີ່​ເກີດ​ຂຶ້ນ​ໃນ​ເມືອງ Latakia ນັ້ນ ຊຶ່ງ​ໃນ​ວັນ​ອາທິດ​ວານ​ນີ້ ອົງການຂ່າວ SANA ທີ​ລັດ​ຄວບ​ຄຸມ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ປະຕິບັດ

ກົດໝາຍ​ໄດ້​ຕາມ​ລ່າ​ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ປະກອບ​ອາວຸດ​ຢ່າງ​ໜັກ ທີ່​ໄດ້ສ້າງ​ຄວາມ​ຢ້ານ​ກົວ ຂູ່​ຂວັນ​ພວກ​ປະຊາຊົນ​ຢູ່​ໃນ​ເມືອງ​ດັ່ງກ່າວ​ນີ້. ລັດຖະບານ​ໄດ້​ຖິ້ມ​ໂທດ​ຄວາມ​ວຸ້ນວາຍ​ທີ່​ພາ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປນັ້ນໃສ່​ພວກ​ກຸ່ມ​ປະກອບ​ອາວຸດ​ແລະ​ພວກ​ກໍ່​ການ​ຮ້າຍເປັນສ່ວນໃຫຍ່​.

XS
SM
MD
LG