ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ກ່າວວ່າ ທ່ານມີຄວາມໝັ້ນໃຈວ່າ ສະຫະລັດຈະສາມາດບັງຄັບໃຫ້ມີການປະຕິບັດເຂດຫ້າມບິນ ຢູ່ເໜືອປະເທດຊີເຣຍນັ້ນໄດ້ ຫາກແຕ່ວ່າການຕັດສິນໃຈທີ່ສໍາຄັນ ແລະຈໍາເປັນສໍາລັບອະນຸຍາດໃຫ້ມີການປະກອບພາລະກິດດັ່ງກ່າວນັ້ນ ຍັງບໍ່ໄດ້ມີຂຶ້ນ.
ທ່ານ Panetta ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ສະຫະລັດໄດ້ວາງ ແຜນການໄວ້ຫລາຍຢ່າງ ສໍາລັບຮັບມືກັບເຫດການສໍາຄັນໆທີ່ອາດຈະເກີດຂຶ້ນໃນຊີເຣຍນັ້ນ. ແລະທ່ານເວົ້າເນ້ນວ່າ ການຈັດຕັ້ງປະຕິບັດເຂດຫ້າມບິນແມ່ນຍາກ ແຕ່ກໍບໍ່ແມ່ນບູລິມະສິດສູງສຸດ.
ໃນຂະນະດຽວກັນ ບັນດາລັດຖະມົນຕີຕ່າງປະເທດຂອງອົງການຮ່ວມມືອິສລາມ OIC ທີ່ປະກອບດ້ວຍສະມາຊິກ 57 ປະເທດນັ້ນ ກໍກໍາລັງປະຊຸມສຸດຍອດກັນໃນວັນອັງຄານມື້ນີ້ ຢູ່ເມືອງເມັກກາ ປະເທດຊາວດີອາເຣເບຍ ຫລັງຈາກທີ່ໄດ້ຕົກລົງເຫັນດີ ແນະນໍາໃຫ້ງົດຊີເຣຍຈາກ ການເປັນສະມາຊິກໄວ້ຊົ່ວຄາວ. ອິຣ່ານ ຊື່ງເປັນພັນທະມິດຂອງຊີເຣຍ ກ່າວວ່າ ຕົນຈະບໍ່ມີວັນຮັບເອົາຂໍ້ສະເໜີດັ່ງກ່າວ.
ໃນອີກຂ່າວນຶ່ງນັ້ນ ຫົວໜ້າຝ່າຍມະນຸດສະທໍາຂອງສະຫະປະຊາຊາດ ທ່ານນາງ ວານເລີຣີ ເອໂມສ ກໍໄດ້ເດີນທາງໄປຮອດຊີເຣຍໃນວັນອັງຄານມື້ນີ້ ເພື່ອສົນທະນາຫາລື ຊອກຫາຊ່ອງທາງເພີ່ມທະວີຄວາມພະຍາຍາມບັນເທົາທຸກແກ່ບັນດາພົນລະເຮືອນ ທີ່ໄດ້ຮັບເຄາະຈາກ ການສູ້ລົບກັນນັ້ນ. ທ່ານນາງມີກໍານົດພົບປະກັບເຈົ້າໜ້າທີ່ລັດຖະບານ ຊີເຣຍ ແລະສະພາກາແດງ Red Crescent ຂອງຊີເຣຍ.
ຂະນະດຽວກັນ ຢູ່ປະເທດຈີນນັ້ນ ລັດຖະມົນຕີການຕ່າງປະເທດຈີນ ກໍມີກໍໜົດພົບປະສົນທະນາ ກັບທູດພິເສດຄົນນຶ່ງຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad. ຈີນກ່າວວ່າ ຕົນກໍາລັງພິຈາລະນາຈະເຊື້ອເຊີນໃຫ້ຝ່າຍຄ້ານຂອງຊີເຣຍ ມາຢ້ຽມຢາມແລະສົນທະນາຫາລືກັນ ເຊ່ນກັນ.