ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ກໍາລັງຊີເຣຍ ທໍາການໂຈມຕີ ເມືອງ Homs ຢ່າງໜັກ (ເບິ່ງສະໄລດ໌)


ທ່ານນາງ Navi Pillay ຂ້າຫລວງໃຫຍ່ດ້ານສິດທິມະນຸດຂອງສະຫະ ປະຊາຊາດ. ວັນທີ 13 ກຸມພາ 2012.



















ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍກ່າວ​ວ່າ ກໍາລັງ​ຂອງ​ລັດຖະບານ​ໄດ້​ບຸກ​ໂຈມ
ຕີ​ເມືອງ Homs ຈຸດ​ໃຈ​ກາງຂອງ​ການ​ປະ​ທ້ວງດ້ວຍ​ການ​ລະດົມ​ຍິງ​ປືນ​ໃຫຍ່​ໃສ່ຢ່າງ​ໜັກ
ນຶ່ງ​ມື້​ຫລັງ​ຈາກ​ຫົວໜ້າ​ດ້ານ​ສິດທິມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຄວາມ​ລົ້ມ​ແຫລວ
ຂອງ​ສະພາຄວາມ​ໝັ້ນຄົງ​ບໍ່​ທໍາ​ການ​ເຄື່ອນ​ໄຫວ​ໃດໆ​ນັ້ນ ​ໄດ້​ຊ່ອຍ​ໃຫ້​ເຮັດ ໃຫ້​ລັດຖະບານ
ຂອງ​ປະທານາທິບໍດີ Bashar al-Assad ​ແຂງ​ແຮງ ຂຶ້ນ.

ໃນ​ຄໍາ​ປາ​ໄສ​ຕໍ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ວັນ​ຈັນ​ວານ​ນີ້ ຂ້າຫລວງ​ໃຫຍ່ດ້ານ​
ສິດທິ​ມະນຸດສະຫະ​ປະຊາ​ຊາດ ທ່າ​ນນາງ Navi Pillay ກ່າວ​ວ່າ ລະດັບ​ຂອງ​ການລະ​
ເມີດ​ສິດທິ​ມະນຸດ​ ໂດຍ​ພວກ​ກໍາລັງ​ທີ່​ນິຍົມ​ທ່ານ Assad ສະ​ແດງ​ໃຫ້​ເຫັນວ່າ ການ​ກໍ່
ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດຊາດ ​ໄດ້​ເກີດຂຶ້ນ​ນັບ​ແຕ່​ເດືອນ​ມີນາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ​ແລະ
ກໍາລັງ​ດໍາ​ເນີນ​ສືບຕໍ່​ໄປ.

ໄດ້​ມີ​ລາຍ​ງານ​ວ່າ ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ເມືອງ Homs ນັບ​ແຕ່​
ລັດຖະບານ​ໄດ້​ເລີ້ມ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ໃສ່ເຂດ​ຕ່າງໆ​ທີ່ຢູ່​ພາຍ​ໃຕ້​ຄວາມ​ຄຸ້ມ​ຄອງ​ຂອງ
ພວກ​ກະບົດ​ນັ້ນ.

ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ Bashar Ja’afari ບໍ່​ຍອມ
ຮັບ​ເອົາຄໍາ​ກ່າວ​ຫາ​ຂອງທ່ານ​ນາງ Pillay ນັ້ນ ​ແລະ​ເນ້ນ​ເຖິງ​ສິດທິ​ຂອງ​ປະ​ເທດ​ຂອງ​
ທ່ານ​ໃນ​ການ​ປ້ອງ​ກັນ​ພົນລະ​ເມືອງ ຂອງ​ຕົນ ​ແລະ​ທໍາ​ການ​ປາບ​ປາມພວກ​ກໍ່​ການ​ຮ້າຍ​
ນັ້ນ. ນອກ​ນັ້ນ​ທ່ານຍັງ​ກ່າວ​ຫາ​ພວກ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ເຊ່ນ​ກັນ​ວ່າ
ໃຫ້ການ​ສະໜັບສະໜຸນ​ເຄືອ​ຂ່າຍ al-Qaida ​ແລະ​ສົ່ງ​ພວກ​ກໍ່​ການຮ້າຍ​ເຂົ້າ​ໄປ​ຍັງ​ຊີ
ເຣຍນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍ່​ການ​ຮ້າຍ​ປະກອບ​ອາວຸດກ່ຽວ​ກັບ​ການ​
ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ທ່ານ Assad ມາ​ເປັນ​ເວລາ 11 ​ເດືອນແລ້ວ​ນັ້ນ.

ເອກ​ອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ຊີ​ເຣຍ ​ໄດ້​ພົບ​ປະກັນ​ກັບ​ທ່ານ Nabil Elaraby ​ເລ
ຂາທິການ​ໃຫຍ່​ສັນນິບາດ​ອາຣັບ​ໃນ​ມື້ວັນ​ຈັນ​ວານ​ນີ້ ​ໃນ​ອັນ​ທີ່​ກະຊວງ​ການຕ່າງປະ​ເທດ
ຈີນ​ເອີ້ນ​ວ່າ ການ​ໂອ້​ລົມ​ສົນທະນາ​ແບບ​ກົງ​ໄປ​ກົງ​ມາ​ແລະເປັນ​ປະ​ໂຫຍ​ດກ່ຽວ​ກັບ​ສະຖາ
ນະ​ການ​ໃນ​ຊີ​ເຣຍນັ້ນ.

ທ່ານ Li Huaxin ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ກຸງ​ໄຄ​ໂຣວ່າ ຈີນ​ຈະ​ຮຽກຮ້ອງ​ໃຫ້​ທຸກ​ພັກ
ຝ່າຍ​ຍຸດຕິ​ການ​ກໍ່ຄວາມ​ຮຸນ​ແຮງ​ນີ້ໃນ​ທັນທີ .

XS
SM
MD
LG