ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງໃນຊີເຣຍ ຍັງມີຢູ່ຕໍ່ມາ (ເບິ່ງສະໄລດ໌)


ພວກປະທ້ວງທີ່ໄວ້ອາໄລ ນໍາຜູ້ທີ່ເສຍຊີວິດ
ພວກປະທ້ວງທີ່ໄວ້ອາໄລ ນໍາຜູ້ທີ່ເສຍຊີວິດ

ມີລາຍງານຂ່າວວ່າ ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ສັງຫານ​ພວກ​
ປະ​ທ້ວງ ຢ່າງ​ນ້ອຍ 7 ຄົນ ​ໃນ​ວັນ​ອາທິດ​ວານ​ນີ່ ​ໃນ​ຂະນະກຸ່ມທີ່​ປຶກສາຄະນະນຶ່ງ
ສັນນິບາດ​ຊາດ​ອາຣັບ​ຮຽກຮ້ອງ ໃຫ້​ຖອນພວກສັງເກດການອອກໄປຈາກປະ​ເທດ
ດັ່ງກ່າວໂດຍທັນທີ ຍ້ອນວ່າ ໜ່ວຍສັງເກດການຂອງສັນນິບາດ ບໍ່ສາມາດປ້ອງກັນ
ບໍ່​ໃຫ້ກອງກຳລັງຂອງ​ລັດຖະບານ​ເຂັ່ນ​ຂ້າ​ພົນລະເຮືອນໄດ້.

ການເສຍຊີວິດ 4 ລາຍ ມີຂື້ນໃນເວລາທີ່ກອງ​ກຳລັງ​ຂອງ ປະທານາທິບໍດີ Bashar
al-Assad ຍິງປືນໃສ່ພວກ​ປະ​ທ້ວງ ໃນ Daria ໃນ​ເຂດ​ນະຄອນຫຼວງ Damascus.
ສ່ວນພວກພົນລະເຮືອນອື່ນໆ ແມ່ນເສຍຊີວິດ ຢູ່​ເມືອງ Homs.

ພວກນັກ​ເຄື່ອນ​ໄຫວ ກ່າວ​ວ່າ ​ໄດ້​ມີ 150 ກ່ວາຄົນ​ແລ້ວ ​ທີ່​ຖືກ​ຂ້າ​ຕາຍ ​ໃນທົ່ວປະ
ເທດ ຫຼັງ​ຈາກ​ທີ່​ພວກ​ສັງ​ເກດ​ການ​ໄດ້​ເລີ່​ມເຂົ້າໄປໃນຊີເຣຍ ເພື່ອປະຕິບັດງານເປັນ
​ເວລາ​ນື່ງ​ເດືອນຂອງ​ພວກ​ເຂົາເຈົ້າ ໃນ​ເດືອນ​ແລ້ວນີ້.

ສະພາອາ​ຣັບ ທີ່​ມີ​ສະມາຊິກ 88 ຄົນ​ຈາກ​ບັນດາ​ປະ​ເທດສະມາຊິກສັນນິບາດ​ຊາດ
​ອາຣັບ ​ໄດ້ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຍັງ​ຈະ​ພາ​ໃຫ້​ມີ​ຜູ້ຄົນ​ລົ້ມ​ຕາຍ​ເພິ່ມ​ຂຶ້ນຢູ່ຕໍ່ໄປ​ອີກ
​ຮວມທັງ​ພວກ​ເດັກນ້ອຍນໍາ. ​ປະທານສະພາ​ ທ່ານ Ali al-Salem al–Dekbas ​
ໄດ້​ກ່າວວ່າ ຄະນະສັງເກດ​ການຄວນ​ຈະ​ຖອນ​ຕົວ​ອອກ​ໃນທັນທີ ຍ້ອນ​ມີຄວາມຮຸນ
​ແຮງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນຶ່ອງ​ນັ້ນ.

ການສະ​ເໜີ​ຂອງສະພາ​ດັ່ງກ່າວນັ້ນ​ ບໍ່ມີ​ອຳນາດບັງ​ຄັບແຕ່ຢ່າງໃດ ແລະສະພາອາຣັບ
ກໍເປັນອົງການທີ່​ປະຕິບັດ​ງານຢ່າງເປັນເອກກະລາດ ຈາກສັນນິບາດ​ຊາດ​ອາຣັບ.

XS
SM
MD
LG