ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກໍາລັງຊີເຣຍ ເປີດສາກຍິງໃສ່ ພວກປະທ້ວງ ໃນເມືອງລາຕາເກຍ


Bar Refaeli
Bar Refaeli

ມີ​ລາຍ​ງານ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ເປີດ​ສາກຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ​ໃນ​ເມືອງ Latakia ທີ່ຕັ້ງຢູ່​ເລາະ​ແຄມ​ທະ​ເລ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ພວກ​ລົດ​ຖັງແລະ​ລົດຫຸ້ມ​ເກາະ​ຂອງ​ຊີ​ເຣຍ ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ​ທ່າ​ເຮືອ Latakia ໃນ​ເຊົ້າ​ວັນ​ເສົາ​ມື້​ນີ້​ ທ່າມກາງການ​ຍິງ​ປຶ​ນ​ໃສ່​ກັນ​ຢ່າງ​ໜັກ. ມີ​ລາຍ​ງານ​ຂ່າວ​ວ່າ​ ມີ​ການ​ເດີນ​ຂະ​ບວນຕໍ່ຕ້ານ​ລັດຖະບານ​ ​ເກີດ​ຂຶ້ນ​ຢູ່​ໃນ​ເມືອງ​ດັ່ງກ່າວ.

ໃນ​ວັນ​ສຸກ​ວານ​ນີ້ ພວກ​ເຫັນ​ເຫດການ​ເກີດ​ຂຶ້ນ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ​ໄດ້​ຍິງ​ປະຊາຊົນ​ຕາຍ​ຢ່າງ​ໜ້ອຍ 19 ຄົນ​ໃນ​ທົ່ວ​ປະ​ເທດ ​ໃນ​ຂະນະ​ທີ່​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Bashar al-Assad ​ເພີ່​ມ​ທະວີ​ການ​ປາບ​ປາມ​ຢ່າງຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ​ເຖິງ​ແມ່ນ​ມີ​ການ​ປະນາມ​ທີ່ເພີ່ມທະວີ​ຂຶ້ນ​ນັບ​ມື້​ຈາກ​ນາໆ​ຊາດ​ກໍ​ຕາມ​ນັ້ນ.

ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ປະ​ເທດ​ສະຫະລັດ​ຮຽກຮ້ອງໄປ​ຍັງ​ປະ​ເທດ​ຕ່າງໆ​ທີ່​ໃຫ້ການ​ສະໜັບສະໜຸນດ້ານ​ເສດຖະກິດ​ແລະ​ການ​ເມືອງ​ນັ້ນ ​ໃຫ້​ເຂົ້າ​ຮ່ວມ​ໃນ​ຝ່າຍ​ທີ່​ຖືກຕ້ອງ​ໃນ​ປະວັດ​ສາດ​ນັ້ນ. ນອກ​ນັ້ນ​ທ່ານ​ນາງ​ຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຢຸດ​ຊື້​ນໍ້າມັນແລະ​ແກ​ສທໍາ​ມະ​ຊາດ​ຂອງ​ຊີ​ເຣຍນັ້ນ​ນໍາ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ນາງ​ສືບ​ຕໍ່​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ທາງ​ການ​ທູດ​ຕໍ່​ໄປ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ທໍາ​ຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເມືອງ​ຕໍ່​ລັດຖະບານ​ຂອງ​ທ່ານ Assad ນັ້ນ. ທ່ານ​ນາງ​ໄດ້​ຢືນ​ຢັດ​ອີກ​ໃໝ່​ວ່າ ປະທານາທິບໍດີ​ຊີ​ເຣຍ​ໄດ້​ສູນ​ເສຍ​ຄວາມ​ຖືກ​ຕ້ອງ​ຕາມ​ກົດໝາຍ ໃນການນໍາພາ​ປະ​ເທດນັ້ນແລ້ວ ​ແຕ່​ທ່ານ​ນາງ​ບໍ່​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Assad ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ໂດຍ​ກ່າວ​ວ່າ ການ​ຮຽກຮ້ອງ​ໃຫ້​ທ່ານລາ​ອອກ​ຈາກ​ຕໍາ​ແໜ່​ງ ນັ້ນ​ຄວນ​ຈະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ.

XS
SM
MD
LG