ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍຍັງສືບຕໍ່ ປະຫັດປະຫານ ພວກປະທ້ວງ


ທະຫານຂອງຊິເຣຍ ສະດັກກວດກາຕາມຈຸດຕ່າງໆໃນເມືອງ Harasta
ທະຫານຂອງຊິເຣຍ ສະດັກກວດກາຕາມຈຸດຕ່າງໆໃນເມືອງ Harasta

ພວກເຄື່ອນໄຫວເພື່ອສິດທິມະນຸດຊາວ​ຊິເຣຍ ກ່າວວ່າ ກອງກໍາລັງຮັກສາຄວາມປອດໄພ
ຂອງລັດຖະບານ ​ໄດ້​ສັງຫານ 7 ຄົນ ຫຼັງ​ຈາກ​ໄດ້​ຍິງ​ປືນ​ເຂົ້າໃສ່​ພວກ​ປະ​ທ້ວງ ​ໃນ​ວັນ​ພັກ
ມື້ທໍາ​ອິດ ເພື່ອສະເຫຼີມສະຫຼອງການສິ້ນສຸດຂອງເດືອນສັກສິດ​ Ramadan ຂອງສາສະໜາ
ອິສລາມນັ້ນ.

ຄະນະ​ກຳມະການປະສານ​ງານ​ໃນ​ເຂດ​ທ້ອງ​ຖິ່ນ ​ກ່າວ​ວ່າ ທະຫານລັດຖະ ບານ​ໄດ້​ສັງຫານ
7 ຄົນ ທີ່ al-Harra ​ແລະ Inkhit ໃນພາກໃຕ້ຂອງປະເທດ ​ແລະ​ອີກ​ຄົນ​ນຶ່ງ​ທີ່​ເມືອງ Homs ໃນພາກກາງຂອງປະເທດ ຫຼັງ​ຈາ​ກ ທີ່​ໄດ້​ມີ​ການ​ສວດ​ມົນ​ພາວະນາ ໃນຕອນເຊົ້າຂອງ​
ວັນ​ອັງຄານ​ມື້​ນີ້​ ​ເພື່ອເປັນຂີດ ໝາຍຂອງການສິ້ນສຸດລົງຂອງບຸນ Eid al-Fitr ນັ້ນ.

ການປາບ​ປາມພວກຕໍ່ຕ້ານລັດຖະບານທີ່​ຍັງ​ດໍາ​ເນີນ​ຢູ່ຕໍ່ມາ ມີ​ຂຶ້ນ​ນຶ່ງ​ມື້ຫຼັງຈາກພວກນັກ​
ເຄື່ອນ​ໄຫວກ່າວ​ວ່າ ກອງກໍາລັງຮັກສາຄວາມປອດໄພ ​ໄດ້​ສັງ ຫານ 6 ຄົນ ​ໃນ​ຂະນະທີ່
ບຸກເຂົ້າໄປໃນຫຼາຍໆເຂດ​ທົ່ວປະ​ເທດ.

ກຸ່ມ​ສັງເກດການສິດທິ​ມະນຸດ​ໃນຊີເຣຍໄດ້ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ປະ​ຫັດປະຫານ​
ທີ່​ຮ້າຍ​ແຮງ​ສຸດ​ແມ່ນ​ມີຂຶ້ນຢູ່​ເມືອງ Sarameen ໃນ​ແຂວງ Idlib ທາງ​ພາກ​ເໜືອປະເທດ​.
ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ກອງກໍາລັງຮັກສາຄວາມປອດໄພ ​ໄດ້​ສັງຫານ 5 ຄົນ​ຢູ່​ທີ່​ນັ້ນ​ແລະ​ມີ
ອີກຢ່າງ​ນ້ອຍ 60 ຄົນໄດ້ຮັບບາດ​ເຈັບ ​ຂະນະທີ່ພວກເຂົາເຈົ້າຍິງປືນເຂົ້າໃສ່ໃນລະຫວ່າງ
ການປະຕິບັດງານຊອກ​ຫາ​ແລະ​ຈັບ​ກຸມ​ຜູ້​ຄົນ​ນັ້ນ.

XS
SM
MD
LG