ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກໍາລັງຂອງຊິເຣຍປິດລ້ອມ ເມືອງຣັສຕັນ


ສັນນິບາດອາຫຣັບທີ່​ມີສະມາຊິກ 22 ປະ​ເທດ
ສັນນິບາດອາຫຣັບທີ່​ມີສະມາຊິກ 22 ປະ​ເທດ

ພວກເຄື່ອນໄຫວເພື່ອປະຊາທິປະໄຕຊາວ​ຊິເຣຍກ່າວວ່າ ກອງກໍາລັງຮັກສາຄວາມປອດໄພ
ຂອງລັດຖະບານ ​ໄດ້ເຂົ້າອ້ອມ​ເມືອງ​ນຶ່ງທາງພາກກາງຂອງ​ປະ​ເທດ ທີ່ເປັນບ່ອນປະ​ທ້ວງ
ຫລາຍໆ​ບັ້ນຂອງພວກທີ່ຕໍ່ຕ້ານ ປະທານາທິບໍດີ Bashar al-Assad ນັ້ນ.

ພວກເຄື່ອນໄຫວກ່າວວ່າ ທະຫານ​ຊີ​ເຣຍທີ່ປິດລ້ອມ​ເມືອງ Rastan ໄດ້ຍິງປືນກົນ​ສຸມໃສ
ໃນວັນຈັນມື້ນີ້ ​ໃນ​ການ​ສືບຕໍ່​ກວາດ​ລ້າງປາບ​ປາມ​ການລຸກຮືຂຶ້ນ ເພື່ອປະຊາທິປະໄຕ
ທີ່​ດໍາ​ເນີນ​ມາໄດ້ 5 ເດືອນແລ້ວນັ້ນ.​ ເມືອງ Rastan ຕັ້ງຢູ່ປະມານ 20 ຫຼັກກິໂລເມດ
ຫ່າງ​ຈາກເມືອງ Homs ໄປທາງທິດເໜືອ ບົນ​ທາງ​ຫລວງ ທີ່​ເນ່ງ​ໄປຫາເມືອງ
Hama ຈຸດ​ເລີ້ມ​ຕົ້ນ​ຂອງ​ການ​ລຸກ​ຮື​ຂຶ້ນ​ນັ້ນ.

ການດໍາເນີນງານດັ່ງກ່າວມີຂຶ້ນ​ ນຶ່ງມື້ຫຼັງຈາກຊາວເຣຍບໍ່ຍອມຮັບເອົາຄໍາຮຽກຮ້ອງ
ຂອງສັນນິບາດອາຫຣັບ​ ທີ່ຂໍໃຫ້ຢຸດເຊົາການກໍ່​ຄວາມ​ຮຸນແຮງທີ່​ໄດ້ສັ່ນສະເທືອນທົ່ວ
ປະເທດນັ້ນ. ສັນນິບາດອາຫຣັບທີ່​ມີສະມາຊິກ 22 ປະ​ເທດ ຊຶ່ງຮວມທັງຊິເຣຍດ້ວຍນັ້ນ
ໄດ້​ຮຽກຮ້ອງໃນວັນອາທິດວານນີ້ ໃຫ້ຊິເຣຍຢຸດເຊົາການນອງເລືອດເສຍກ່ອນ ທີ່ມັນ
ຈະສາຍເກີນໄປ.

ອົງການສະຫະປະຊາຊາດໄດ້ກ່າວວ່າ ໄດ້ມີ ຫຼາຍກວ່າ 2,200 ຄົນ ຖືກຂ້າ ນັບຕັ້ງແຕ່
ເດືອນ ມີນາເປັນຕົ້ນມາ ​ເວລາປະຊາຊົນ​ເລີ່​ມພາກັນ​ອອກ​ມາ​ປະ ທ້ວງ ​ຮຽກຮ້ອງໃຫ້ມີ
ການປະຕິ​ຮູບ ແລະຍຸດຕິການປົກຄອງແບບຜະເດັດການມາເປັນເວລາ 11 ປີຂອງທ່ານ
Assad ນັ້ນ.

ລັດຖະບານຊິເຣຍໄດ້ປະນາມການຮຸນແຮງດັ່ງກ່າວນີ້ໃສ່ ອັນທີ່ເອີ້ນວ່າ​ ກຸ່ມແກ໊ງອັນຕະ
ພານແລະພວກກໍ່ການຮ້າຍ ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກພວກສົມຮູ້​ຮ່ວມ​ຄິດຊາວຕ່າງຊາດ.

XS
SM
MD
LG