ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ການ​ຕ່າງປະ​ເທດເທີ​ກີ ທໍາ​ການ​ຢ້ຽມຢາມ​ຊີ​ເຣຍ


ທ່ານ Ahmet Davutoglu ລັດຖະມົນຕີການ​ຕ່າງປະ​ເທດເທີ​ກີ(ຂວາ) ພົບປະກັບ ທ່ານ Bashar al-Assad​​ ປະທານາທິບໍດີຊີ​ເຣຍ.
ທ່ານ Ahmet Davutoglu ລັດຖະມົນຕີການ​ຕ່າງປະ​ເທດເທີ​ກີ(ຂວາ) ພົບປະກັບ ທ່ານ Bashar al-Assad​​ ປະທານາທິບໍດີຊີ​ເຣຍ.

ລັດຖະມົນຕີການ​ຕ່າງປະ​ເທດເທີ​ກີ ທໍາ​ການ​ຢ້ຽມຢາມ​ຊິ​ເຣຍໃນ​ວັນ​ອັງຄານ​ມື້​ນີ້​ ເພື່ອ​ກົດ​ດັນ
ໃຫ້​ຊີ​ເຣຍ ຍຸດ​ເຊົາ​ການປະ​ຫັດ​ປະຫານ​ເຂັ່ນ​ຂ້າ​ພວກ​ປະ​ທ້ວງຂອງ​ຝ່າຍ​ຄ້ານ.

ການ​ເດີນທາງ​ຂອງ​ທ່ານ Ahmet Davutoglu ໄປ​ຍັງຊີ​ເຣຍ ​ໄດ້​ມີຂຶ້ນຫລັງ​ຈາກ​ທີ່​ເທີ​ກີ
ໄດ້ກ່າວ​ວ່າ ຕົນ​ແມ່ນ​ໄດ້​ໝົດ​ຄວາມ​ອົດທົນໃຈ​ເຢັນ​ກັບ​ຊີ​ເຣຍປະ​ເທດ​ເພື່ອນ​ບ້ານນັ້ນແລ້ວ
ແລະ​ກໍຕິດຕາມມາຫຼັງ​ຈາກ​ຫລາຍ​ປະ​ເທດອາຣັບ​ໃນເຂດ​ອ່າວ​ເປີ​ເຊຍ ຄື Saudi Arabia​,
Kuwait, ​ແລະ Bahrain ​ໄດ້​ຮຽກ​ໂຕ​ເອກ​ອັກຄະ ລັດຖະທູດຂອງ​ຕົນ​ ຄືນ​ຈາກຊີ​ເຣຍ.
ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ກ່າວ​ວ່າ ທ່ານ
Davutoglu ຈະສົ່ງ​ສານທີ່ເດັດຂາດ ໃຫ້​ຄະນະ​ນໍາ​ພາຂອງ​ຊີເຣຍ.

ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad​ ກໍາລັງປະເຊີນກັບຄວາມກົດດັນ​ເພີ່ມ​ຂຶ້ນ​
ຈາກນາໆຊາດ​ ​ ​ໃຫ້​ຢຸດ​ເຊົາ​ການ​ປະຕິບັດ​ງານ​ທາງ​ທະຫານ ​ເພື່ອປາບປາມພວກປະທ້ວງນັ້ນ.

ພວກບັກເຄື່ອນໄຫວເພື່ອສິດ​ທິມະນຸດ ກ່າວວ່າ ກອງກໍາລັງຂອງຊິເຣຍທີ່ໜູນຫຼັງໂດຍລັດຖັງ ໄດ້ສັງຫານປະຊາຊົນຫຼາຍຮ້ອຍຄົນ ທີ່ເມືອງຮາ​ມາ ທາງພາກກາງ ​ຂອງ​ປະ​ເທດ ແລະເມືອງ
Deir el-Zour ທາງພາກຕະເວັນອອກ ແລະເຂດອື່ນໆອີກ ໃນສອງສາມມື້ຜ່ານມານີ້.

ສ່ວນໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວວ່າ ທາງ
ວໍຊິງຕັນ ຮູ້ສຶກ​ມີ​ກໍາລັງ​ໃຈທີ່​ບັນດາ​ປະ​ເທດ​ອາຣັບໄດ້​ເອົາ​ທ່າ​ຢືນ​ທີ່​ແຂງ​ກະດ້າງ​ຂຶ້ນ ຕໍ່ຊິເຣຍ
ນັ້ນ​ ແລະເຫັນວ່າ ມັນ​ເປັນຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ຕື່ມເຖິງການປະນາມຂອງປະຊາຄົມ
ນາໆຊາດ ຕໍ່​ການກະທໍາຕ່າງໆຂອງທ່ານ Assad ນັ້ນ.



XS
SM
MD
LG