ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາອູດີ ອາເຣເບຍ ປະນາມ ຄວາມຮຸນແຮງ ໃນຊີເຣຍ


ຊາຍຄົນນຶ່ງນອນຕາຍ ຢູ່ທ່າມກາງພວກທະຫານຊີເຣຍ ໃນແຂວງ Idlib
ທາງພາກເໜືອຂອງປະເທດ, ວັນທີ 8 ສິງຫາ 2011.
ຊາຍຄົນນຶ່ງນອນຕາຍ ຢູ່ທ່າມກາງພວກທະຫານຊີເຣຍ ໃນແຂວງ Idlib ທາງພາກເໜືອຂອງປະເທດ, ວັນທີ 8 ສິງຫາ 2011.

Saudi Arabia ​ໄດ້​ຮຽກ​ໂຕເອກ​ອັກຄະ​ລັດຖະທູດຂອງ​ຕົນ​ປະ​ຈໍາຊີ​ເຣຍ ກັບ​ຄືນ​ປະ​ເທດ ​ໃນ​ຂະນະ​ທີ່ປະຊາ​ຄົມນາ​ໆຊາດ ​ເພິ່ມການກົດ​ດັນ​ໃຫ້ລັດຖະບານຊີ​ເຣຍ ຍຸດຕິ​ການ​ກວາດ ລ້າງ​ປາບ​ປາມພວກ​ປະ​ທ້ວງ​ຂອງຝ່າຍ​ຄ້ານນັ້ນ.

ກະສັດ Abdullah ແຫ່ງ Saudi Arabia ​ໄດ້​ອອກ​ຖະ​ແຫລ​ງການ ​ໃນ​ວັນ​ຈັນ​ມື້​ນີ້​ ຮຽກ ຮ້ອງໃຫ້ຊີ​ເຣຍຍຸດ​ເຊົາ​ການ​ນອງ​ເລືອດ​ນັ້ນເສຍ. ພະ​ອົງ​ຊົງ​ກ່າວວ່າ ສະຖານ​ນະ​ການ​ຢູ່​ໃນ​ຊີ​ເຣຍນັ້ນ ແມ່ນ​ບໍ່ສອດຄ່ອງ​ກັນກັບ​ສາສະໜາ ຄ່ານິຍົມ ​ແລະທໍານອງ​ຄອງ​ທໍາຂອງ​ຂົງ​ເຂດ. ຖະ​ແຫລ​ງການ​ຂອງກະສັດ Abdullah ​ແມ່ນ​ຕິດຕາມ​ມາຫຼັງຖະ​ແຫລ​ງການ​ຂອງສັນນິບາດ ອາຣັບ ແລ​ະສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ທີ່​ປະກອບ​ດ້ວຍ 6 ປະ​ເທດ ຮວມທັງ Saudi Arabia​ ນໍາ​ນັ້ນ. ກ່ອນ​ໜ້ານີ້ ພວກ​ຜູ້​ນໍາອາຣັບ ​ແມ່ນໄດ້ມິດ​ງຽບ​ຢູ່​ເປັນ​ສ່ວນ​ໃຫຍ່.

ໃນຂະ​ນະ​ດຽວ​ກັນ ບັນດານັກ​ເຄື່ອນ​ໄຫວຊິ​ເຣຍ ກ່າວ​ວ່າ ການລະດົມ​ຍິງດ້ວຍ​ປືນ​ໃຫຍ່​ ຂອງ​ຝ່າຍ​ລັດຖະບານ ດໍາເນີນຕໍ່​ໄປ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ​ຕໍ່​ເມືອງ Deir el-Zour ທາງພາກ​ຕະ​ເວັນ​ອອກຂອງປະ​ເທດ ບ່ອນ​ທີ່​ກອງ​ຮັກສາ​ຄວາມ​ປອດ​ໄພ​ ທີ່​ໄດ້​ຮັບ​ການ​ໜູນ​ຫຼັງໂດຍ​ລົດຫຸ້ມ​ເກາະ ​ໄດ້​ທໍາ​ການ​ໂຈມ​ຕີ​ມາ​ຕັ້ງ​ແຕ່ວັນອາທິດ​ວານ​ນີ້.

ພວກ​ກຸ່ມ​ສິດທິ​ມະນຸດກ່າວວ່າ ມີຢ່າງ​ນ້ອຍ 42 ຄົນເສຍ​ຊີວິດ ຢູ່​ໃນ​ເມືອງ​ດັ່ງ​ກ່າວໃນວັນ ອາທິດ​ວານ​ນີ້. ພວກນັກ​ເຄື່ອນ​ໄຫວກ່າວອີກ​ວ່າ ກອງ​ກໍ​ລັງ​ທະຫານ​ຊິ​ເຣຍ ຍັງ​ໄດ້ເຄື່ອນ ເຂົ້າ​ ໂຈມ​ຕີ​ເມືອງ Maaret-al-Numan ​ໃນແຂວງ Idlib ທາງພາກ​ເໜືອ ຂອງຊີ​ເຣຍ​ໃນ​ວັນ​ຈັນ​ມື້ນີ້​ ແລະ​ຂັດ​ຂວາງ​ບໍ່​ໃຫ້​ປະຊາຊົນ​ ເຂົ້າ​ແລະ​ອອກ ​ເຂດ​ເມືອງ​ດັ່ງກ່າວ.

ປະທານາທິບໍດີ ​ທ່ານ Bashar al-Assad ​ໄດ້​ກ່າວ​ປ້ອງ​ກັນ​ການ​ກວາດ​ລ້າງຢ່າງ​ຮຸນ​ແຮງ​ຂອງ​ທ່ານໃນັວນອາທິດ​ວານ​ນີ້​ ໂດຍກ່າວວ່າ ມັນ​ເປັນໜ້າ​ທີ່​ຂອງ​ປະ​ເທດ​ຊາດທີ່​ຈະ​ຕ້ອງ​ຮັບ​ມື​ກັບ ອັນ​ທີ່​ທ່ານ​ເອີ້ນ​ວ່າ ພວກ ນອກ​ກົດໝາຍ ທີ່ໄດ້​ທໍາລາຍ​ຖະໜົນ​ຫົນທາງ​ແ​ລະ​ເຂັນ​ຂ້າ​ປະຊາຊົນ​ນັ້ນ ຊຶ່ງ​ທ່ານ​ໄດ້​ກ່າວເຊ່ນ​ນັ້ນໃນ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ Lebanon ທີ່​ໄປ​ຢ້ຽມຢາມຊີ​ເຣຍ. ທ່ານ Assad ຍັງ​ກ່າວອີກວ່າ ຊິ​ເຣຍກໍາລັງ​ຢູ່ບົນ ເສັ້ນທາງ​ຂອງ​ການ​ປະຕິ​ຮູບ.

XS
SM
MD
LG