ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍຮັບຜ່ານກົດໝາຍ ອະນຸຍາດໃຫ້ຈັດຕັ້ງ ພັກ​ການ​ເມືອງ


ພວກປະທ້ວງຈໍານວນ 5 ແສນຄົນ ພາກັນລົງສູ່ຖະໜົນ ເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານ, ວັນທີ 22 ກໍລະກົດ 2011.
ພວກປະທ້ວງຈໍານວນ 5 ແສນຄົນ ພາກັນລົງສູ່ຖະໜົນ ເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານ, ວັນທີ 22 ກໍລະກົດ 2011.

ລັດຖະບານຊີ​ເຣຍ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ໃໝ່ ທີ່​ອະນຸຍາດ​ໃຫ້​ມີ​ການຈັດ​ຕັ້ງພັກ​
ການ​ເມືອງ​ຂຶ້ນ​ໄດ້​ ຊຶ່ງ​ເປັນການ​ຕ່າວ​ປີ້ນ​ຂໍ້​ຫ້າມ​ຕໍ່​ພວກ​ກຸ່ມ​ຝ່າຍ​ຄ້ານ​ ທີ່​ໄດ້​ໃຊ້​ມາ
ຫຼັງ​ຈາກ​ທີ່​ພັກ Ba'ath ຂຶ້ນ​ກໍາ​ອໍານາດ​ໃນ ປີ 1963 ນັ້ນ.

ອົງການ​ຂ່າວ​ SANA ​ຂອງ​ທາງ​ການກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ກົດໝາຍ​ທີ່​ວ່າ​ນີ້​ແມ່ນ
ສ່ວນ​ນຶ່ງ​ຂອງໂຄງການ​ປະຕິ​ຮູບທາງ​ການ​ເມືອງ ແລະ​ລະບຸ​ວ່າ ພັກການ​ເມືອງທີ່​
ຈະປະກອບ​ຂຶ້ນນັ້ນ​ ຈະຕ້ອງ​ບໍ່​ອິງ​ໃສ່​ພື້ນຖານທາງ​ດ້ານສາສະໜາ,​ ຊົນແຜົ່າ​ ຫຼື
ພາກ​ພື້ນ. ກົດໝາຍ​ໃໝ່​ນີ້​ຍັງ​ລະບຸ​ອີກ​ວ່າ ພັກ​ການ​ເມືອງ​ໃໝ່​ນັ້ນຈະ​ຕ້ອງ​ບໍ່​ແມ່ນ
ສາຂາຂອງກຸ່ມທີ່​ບໍ່​ແມ່ນຊາວຊີເຣຍ​ ຫຼື​ໃຊ້​ຄວາມ​ຮຸນ​ແຮງໃດໆ ທັງ​ນັ້ນ.

ພວກປະຊາຊົນ​ທີ່​ໄດ້​ທໍາ​ການ​ປະທ້ວງ​ ທວງໃຫ້​ການ​ຄອງອໍານາດແບບ​ຜະ​ເດັດ
​ການ​ຂອງປະທານາທິບໍດີ Bashar al-Assad ຍຸດຕິລົງ​ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້
​ພັກ​ທີ່ກໍາ​ອໍານາດ​ຢູ່​ນີ້ ຮວມ​ເອົາ​ພັກ​ອື່ນໆ​ເຂົ້າໃນ​ລັດຖະບານນໍາ.

ໃນວັນ​ອາທິດ​ວານ​ນີ້ ທ່ານ ອັສສາດ ໄດ້​ແຕ່ງ​ຕັ້ງ​ອະດີດພົນຕໍາຫລວດຈັດຕະວາ​
Samir al Sheik ທີ່​ເຄີຍ​ປະ​ຈໍາ​ການ​ຢູ່​ນະຄອນ​ Damascus ນັ້ນໃຫ້​ໄປບໍລິ
ຫານແຂວງ​ Deir al-Zor ທີ່​ອຸດົມ​ຮັ່ງມີ​ດ້ວຍບໍ່​ນໍ້າມັນ​ໃນພາກ​ຕາ​ເວັນ​ອອກຂອງ
​ປະ​ເທດນັ້ນ 2 ມື້​ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ທ້ວງ​ຂະໜານ​ໃຫ່ຍທີ່​ສຸດ ຕໍ່ຕ້ານການ​
ປົກຄອງ​ຂອງ​ທ່ານນັ້ນ.

ທ່ານ Sheik ​ແມ່ນ​ໄດ້​ຂຶ້ນ​ກໍາ​ອໍານາດ​ແທນ​ທ່ານ​ Hussein Arnos ຊຶ່ງ​ເປັນພົນ
ລະ​ເຮືອນແລະໄດ້​ຖືກ​ຍ້າຍ​ໄປ​ປະ​ຈໍາ​ການ​ຢູ່​ແຂວງ​ນ້ອຍໆ Qunaitera ທາງ​ກໍ້າ
ຕາເວັນ​ຕົກ​ຂອງນະຄອນຫລວງ​ Damascus.

ພວກນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ໄດ້​ມີ​ປະຊາຊົນ​ຈໍາ​ນວນ 5 ​ແສນ​ຄົນ ພາກັນລົງ​ສູ່
ຖະໜົນຫົນທາງ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຜ່ານແຂວງ Deir
al-Zor ​ຊຶ່ງ​ເປັນເຂດຊົນ​ເຜົ່າ​ທີ່​ມີ​ຊາຍ​ແດນຕິດກັບອີຣັກ ​ແລະ​ເປັນທີ່​ໝັ້ນ​ຂອງ​
ຊົນ​ເຜົ່າ Sunni​. ​ໃນ​ອາທິດແລ້ວ​ນີ້​ ພວກ​ທະຫານ​ໄດ້​ເຂົ້າ​ປິດ​ອ້ອມ​ບ້ານ Albu
Kamal ທາງ​ພາກ​ຕາ​ເວັນ​ອອກ​ສຸດ​ຂອງ​ແຂວງ ຫຼັງ​ຈາກ​ທີ່ທະຫານ 30 ຄົນ​
ໄດ້​ພາກັນ​ໂຕນໜີ​ລຸນຫຼັງ​ມີ​ການ​ສັງຫານພວກ​ປະ​ທ້ວງ 4 ຄົນ​.

XS
SM
MD
LG