ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດວ່າ ຜູ້​ນໍາຊີເຣຍ ໝົດຄວາມຖືກຕ້ອງ ຊອບທໍາແລ້ວ


ການປະທວງໃນຊີເຣຍ
ການປະທວງໃນຊີເຣຍ

ສະຫະລັດ​ກ່າວ​ວ່າ ປະທານາທິບໍດີ Bashar al-Assad ​ແຫ່ງຊີເຣຍ ​ແມ່ນໄດ້​ສູນເສຍ
ຄວາມ​ຖືກຕ້ອງ​ຊອບ​ທໍາ ​ໃນການເປັນ​ຜູ້​ນໍາ​ຊີ​ເຣຍ​ແລ້ວ ​ໃນ​ຂະນະ​ທີ່​ຝຣັ່ງກໍໄດ້ຮຽກຮ້ອງ
ອີກ​ຄັ້ງ​ນຶ່ງ ​ໃຫ້ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເອົາ​ບາດກ້າວຕອບ
​ຮັບ​ວິ​ກິດການ​ ທີ່​ກໍ​າລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້.

ໃນ​ການ​ກ່າວປະນາມຢ່າງ​ແຂງ​ຂັນ​ທີ່​ສຸດ​ຂອງ​ວໍ​ຊິງ​ຕັນ​ຕໍ່ ທ່ານ Assad ຫຼັງຈາກ​ທີ່​ທາງ​
ກໍາລັງຮັກສາ​ຄວາມ​ປອດໄພ​ຂອງ​ທ່ານ​ ໄດ້​ທໍາ​ການ​ກວາດ​ລ້າງປາບ​ປາມ​ພວກ​ປະ​ທ້ວງ​
ເພື່ອ​ປະຊາທິປະໄຕ​ຢ່າງ​ຮຸນ​ແຮງໃນ​ເດືອນ​ມີ​ນາ​ແລ້ວ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ
ສະຫະລັດ ​ທ່ານນາງ Hillary Clinton ​ ​ກ່າວ​ວ່າ ຜູ້​ນໍາ​ທີ່​ຜະ​ເດັດ​ການຄົນ​ນີ້ ​ແມ່ນ​ບໍ່
​ມີ​ຄວາມ​ຈໍາ​ເປັນ​ ຫຼືສໍາຄັນຈົ​ນ​ໂລກຂາດ​ບໍ່​ໄດ້​ອີກ​ຕໍ່​ໄປແລ້ວ​ ແລະ​ສະ​ຫະລັດ​ກໍບໍ່ມີໄດ້​ຜົນ
​ປະ​ໂຫຍ​ດ​ໃດ​ໆ ​ຈາກ​ການ​ມີອໍານາດຢູ່​ຕໍ່​ໄປ​ຂອງ​ຜູ້ກ່ຽວ​.

ນາຍົກລັດຖະມົນຕີຝຣັ່ງ ທ່ານ Francois Fillon ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້​ວ່າ ໃນ​ແຕ່ ​ລະ​ມື້​ທີ່​ຜ່ານ​ໄປ​ນັ້ນ ມັນ​ເປັນ​ການ​ຍາກຫລາຍ​ຂຶ້ນ​ທີ່ ທ່ານ Assad ຈະ​ສືບ​ຕໍ່​ກໍາ​ອໍານາດ​ຢູ່​
ຕໍ່​ໄປ​ໄດ້​.​ ທ່ານ​ຍັງໄດ້​ບອກ​ກັບ​ສະຖານີວິທະຍຸ ​ເອີໂຣບ 1 ວ່າ ການ​ມິດ​ງຽບຢູ່​ຂອງສະພາ​ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ເລື່ອງຊີ​ເຣຍນັ້ນ​ ​ແມ່ນ​ຈະ​ປ່ອຍ​ໃຫ້​ມີ​ຕໍ່​ໄປ​ອີກບໍ່​ໄດ້ ​ແລະ​ວ່າຣັດ​ເຊັຍ ກັບຈີນ​ກໍາລັງກີດ​ກັນຂັດຂວາງ​ຍັດຕິຂອງສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ເລື່ອງ​ນີ້.

ນອກ​ນັ້ນ ທ່ານນາງ Clinton​ ຍັງໄດ້ກ່າວປະນາມການ​ໂຈມ​ຕີຂອງ​ຊີ​ເຣຍ​ ​ຕໍ່​ສະຖານ​ທູດ
ແລະ​ບ້ານ​ພັກ​ຂອງ​ເອກ​ອັກຄະ​ລັດຖະທູດສະຫະລັດ​ ໃນກຸງ Damascus ພ້ອມ​ທັງ​ການ
ບຸກ​ໂຈມ​ຕີ​ສະຖານ​ທູດ​ຂອງ​ຝຣັ່ງ​ໃນຊີ​ເຣຍນັ້ນນໍາ.

XS
SM
MD
LG