ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດຮຽກຮອງໃຫ Syria ທຳການ​ປະຕິ​ຮູບ​ ໂດຍທັນທີ


ພວກປະທ້ວງຕໍ່ຕ້ານລັດຖະບານໃນ Syria
ພວກປະທ້ວງຕໍ່ຕ້ານລັດຖະບານໃນ Syria

ປະທານາທິບໍດີ​ Syria ທ່ານ​ Bashar al-Assad ກ່າວ​ວ່າ ພວກ​ລອບທໍາລາຍ ກໍາລັງ
ພະຍາຍາມສວາຍ​ໂອກາດ​ຈາກ​ການ​ຮຽກຮ້ອງທີ່​ຖືກ​ຕ້ອງ​ຊອບ​ທໍາ ໃຫ້ມີ​ການ​ປ່ຽນ​ແປງນັ້ນ
ແລະວ່າ ​ຈະ​ບໍ່​ມີ​ການປະຕິ​ຮູບ​ໃດ​ໆຢູ່​ໃນ​ປະ​ເທດ​ຂອງ​ທ່ານ ​ຈາກ​ການ​ທັບ​ມ້າງ​ທໍາລາຍ​ຂອງ
ພວກ​ຄົນ​ເຫລົ່າ​ນັ້ນ.

ທ່ານ Assad ​ໄດ້​ກ່າວ​ຕໍ່​ປະ​ເທດ​ຊາດ ຜ່ານ​ທາງ​ໂທລະ​ພາບທີ່​ຖ່າຍ​ທອດ​ອອກໄປ​ທົ່ວ​
ປະ​ເທດ​ໃນ​ວັນຈັນ​ມື້​ນີ້​ ວ່າ ການ​ພັດທະນາ​ໃນ Syria ຈະ​ບໍ່​ສາມາດ​ມີ​ຂຶ້ນ​ໄດ້ ຖ້າ​ບໍ່​ມີ​ຄວາມ​
ທຸ່ນ​ທ່ຽງ.​ ຄໍາ​ປາໄສ​ດັ່ງກ່າວ​ນັ້ນ ​ແມ່ນ​ເປັນ​ຄັ້ງ​ທີ່ 3 ຂອງ​ທ່ານ Assad ນັບ​ແຕ່ໄດ້​ມີ​
ການ​ປະ​ທ້ວງ​ຕໍ່ຕ້ານ​ລັດ​ຖະ​ບານ ​ເມື່ອ​ກາງ​ເດືອນ ມິ​ນາ​ຜ່ານ​ມາ​ນັ້ນ.

ທ່ານ Assad​ ໄດ້​ກ່າວ​ວ່າ ທ່ານ​ຈະຕັ້ງ​ຄະນະ​ກໍາມະການ​ຂຶ້ນ​ມາສຶກສາ​ເບິ່ງການ​ປ່ຽນ​ແປງ​
ແກ້​ໄຂລັດຖະທໍາມະນູນ​ຂອງ​ປະເທດ​ ​ແລະທ່າ​ນ​ເຕືອນວ່າ​ ສິ່ງ​ທີ່​ເປັນອັນຕະລາຍ​ທີ່​ສຸດທີ່
ປະ​ເທດ​ກໍາລັງ​ປະ​ເຊີນ​ຢູ່​ນັ້ນ​ ກໍ​ຄືຄວາມອອ່ນ​ແອ​ຫຼື​ການ​ພັງທະລາຍ​ລົງ​ຂອງ​ເສດຖະກິດ​
ຂອງ​ປະ​ເທດ.

ກ່ານ​ຫນ້າການກ່າວຄໍາ​ປາ​ໄສ​ຂອງ​ທ່ານ Assad ນັ້ນ​ ລັດ​ທະ​ມົນຕີການ​ຕ່າງປະ​ເທດ​ອັງກິດ
ທ່ານ ​William Hague ​ໄດ້ຮຽກຮ້ອງໃຫ້ທ່ານ Assad ທໍາການ​ປ່ຽນ​ແປງ​ ຫຼື​ບໍ່​ກໍ​ໃຫ້ລົງ
ຈາກ​ຕໍາ​ແໜ່​ງ​ໄປ​ເສຍ​.​ ທ່ານ Hague ກ່າວ​ອີກ​ວ່າ ທ່ານຫວັງ​ວ່າ Turkey ຈະ​ບີບ​ບັງຄັບ
Syria ຊຶ່ງເປັນປະ​ເທດ​ເພື່ອນ​ບ້ານ ​ແລະ​ບອກ​ເຕືອນທ່ານ Assad ວ່າ​ ​ທ່ານ​ກໍາລັງ​ຈະ​
ສູນ​ເສຍ​ຄວາມ​ຖືກຕ້ອງ​ຊອບ​ທໍາ​ໃນ​ການ​ດໍາລົງ​ຕໍາ​ແໜ່​ງຂອງ​ທ່ານ ​ໄປແລ້ວ.

Turkey ​ແມ່ນ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ຊາວ​ອົບ​ພະຍົບທີ່​ໜີ​ອອກມາ​ຈາກ Syria ຈໍານວນ
ຫາຍກວ່າ 10,000 ຄົນ ທີ່ຍັງພັກຢູ່ຊົ່ວຄາວ ຫລື​ເມືອງຕູບຜ້າ​ໃບໃນເຂດຊາຍແດນຕິດກັບ
Syria ນັ້ນ.

XS
SM
MD
LG