ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີເຣຍ ເຊຶ່ອງພວກນັກໂທດ ກ່ອນການຢ້ຽມຢາມ ຂອງພວກນັກສັງເກດການ ຈາກສັນນິບາດອາຫຼັບ


ການປະທ້ວງຍັງດໍາເນີນສືບຕໍ່ໄປ ໃນໃຈກາງເມືອງ Hom ຂອງຊີເຣຍ
ການປະທ້ວງຍັງດໍາເນີນສືບຕໍ່ໄປ ໃນໃຈກາງເມືອງ Hom ຂອງຊີເຣຍ

ກຸ່ມ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ກ່າວ​ວ່າ ຊີ​ເຣຍ​ໄດ້​ຍົກຍ້າຍ​ພວກ​ນັກ​ໂທດໄປ​ຢູ່​ໃນສະຖານ​ທີ່​ຄຸມຂັງ
ຂອງ​ທະຫານ ​ເພື່ອ​ຈະ​ຊຸກ​ເຊຶ່ອງພວກ​ນັກ​ໂທດ​ໃຫ້​ພົ້ນສາຍຕາຂອງ​ພວກ​ນັກ​ສັງ​ເກດ​ການ
ຈາກ​ສັນນິບາດ​ຊາດ​ອາຫຣັບ ຊຶ່ງ​ກໍາລັງ ຢ້ຽມຢາມ​ຊີ​ເຣຍຢູ່​ໃນ​ຂະນະ​ນີ້.ກຸ່ມ​ສິ້ງ​ຊອມ​ສິດທິ
ມະນຸດ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ທີ່​ນີວຢ໊ອກ ກ່າວ​ວ່າ ສັນນິ ບາດ​ຊາດ​ອາ​ຫຣັບຄວນ​ຈະຢືນ
ຢັດ​ໃນ​ການຂໍ​ເຂົ້າຫາ​ເຂົ້າ​ເຖິງ​ສະຖານ​ທີ່​ກັກ​ຂັງ​ຕ່າງໆ​ນັ້ນ​ ​ແລະ​ຈະ​ຕ້ອງ​ກ້າ​ເວົ້າອອກ​ມາ​
ໂລດ​ ​ເມື່ອ​ເຫັນ​ວ່າ ຊີ​ເຣຍກີດ​ກັນ​ບໍ່​ໃຫ້​ພວກ​ນັກ​ສັງ​ເກດ​ການ​ປະຕິບັດ​ພາ​ລະ​ກິດ​ຂອງ​ພວກ
ເຂົາ​ເຈົ້າ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດນີ້ກ່າວ​ອີກ​ວ່າ ບາງທີ​ພວກ​ນັກ​ໂທດ​ຈໍານວນ​ຫລາຍ ຮ້ອຍ​ຄົນ​ນັ້ນ
ໄດ້​ຖືກ​ຍົກຍ້າຍ​ບໍ່​ດົນ​ກ່ອນ​ພວກ​ນັກ​ສັງ​ເກດ​ການຈະ​ເດີນທາງ ​ໄປ​ເຖິງ​ຊີ​ເຣຍ ​ທີ່​ກໍາລັງ​ປະຕິ
ບັດ​ງານ​ສັງ​ເກດ​ການເບິ່ງລັດຖະບານ​ຊີ​ເຣຍ ຕາມ​ທີ່ໄດ້​ຮັບປາກ​ວ່າ ​ຈະ​ຖອນ​ທະຫານ ປ່ອຍ
ພວກ​ນັກ​ໂທດການ​ເມືອງ ​ແລະຍຸຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​ນັ້ນ.

ຫົວໜ້າ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຣັບ​ໃນ​ຊີ​ເຣຍ ນາຍ​ພົນ Mohammed Dabi
ແຫ່ງ​ຊູ​ດານ​ກ່າວໃນ​ມື້ວັນ​ພຸດ​ວານ​ນີ້ວ່າ ພວກ ນັກ​ສັງ​ເກດ​ການຈະ​ໄປ​ຢ້ຽມ​ເບິ່ງ​ 3 ​ເຂດ​ໃໝ່
ຮວມທັງ​ເມືອງ Hama, Idlib ​ແລະ Daraa.

ການ​ໄປ​ຢ້ຽມຢາມ​ເຫຼົ່ານີ້ມີ​ຂຶ້ນຫຼັງຈາກພວກ​ນັກ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຫຣັບ
ໄດ້​ໄປ​ຢ້ຽມຢາມ​ເມືອງ Hom ​ເມື່ອ​ວັນ​ອັງຄານ​ວານ​ນີ້ ບ່ອນ​ທີ່​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​
ໄພຊີ​ເຣຍ ​ໄດ້​ຍິງ​ລະ​ເບີດ​ນໍ້າຕາໃສ່​ພວກ​ປະ​ທ້ວງ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າສະຫລາຍ​ຕົວ​ນັ້ນ.

ກຸ່ມສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ລອນ​ດອນ ປະເທດ​ອັງກິດ
ກ່າວ​ວ່າ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ປະມານ 70,000 ຄົນ ​ໄດ້​ພາກັນ​ຍ່າງ​ໄປ​ຍັງ​
ໃຈກາງ​ເມືອງ ​ເວລາ​ພວກ​ກໍາລັງ​ຮັກສາ​ຄວາມ ປອດ​ໄພ​ປະ​ເຊີນ​ໜ້າ​ພວກ​ເຂົາ​ເຈົ້ານັ້ນ.
ພວກ​ເດີນ​ຂະ​ບວນປະ​ທ້ວງ​ຮ້ອງ​ໂຮ ​ໃຫ້​ປະຫານ​ຊີວິດ​ປະທານາທິບໍດີ Bashar
al-AssadD

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ຢືນຢັນ​ຮູບ​ຖ່າຍ​ວີ​ດີ​ໂອທີ່​ເຫັນ​ພວກກໍາລັງ​ທະຫານ
ລັດຖະບານ​ຍິງ​ປືນ​ລູກປືນ​ແທ້ໃສ່​ພວກ​ເດີນ​ຂະ​ບວນ ປະ​ທ້ວງ​ທີ່​ເມືອງ Homs. ​ແລະ
ເວົ້າອີກ​ວ່າ​ມີ​ຫົກ​ຄົນ​ຖືກ​ຂ້າ​ຕາຍທີ່​ເມືອງ Homs ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ໃນ​ຈໍ​ານວນ​
ເສຍ​ຊີວິດ 15 ຄົນ ທີ່​ກ່ຽວ ພັນ​ກັບ​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ວັນ​ພຸດມື້ນີ້ ​ໂດຍ​ພວກ
ທະຫານ​ທີ່​ໂຕນ​ທັບ​ໄດ​ສັງຫານ​ທະຫານ​ລັດຖະບານ​ຊີ​ເຣຍ ຢ່າງ​ນ້ອຍ 4 ຄົນ ​ແລະ​ບາດ
ເຈັບ​ອີກ 12 ຄົນ​ທີ່​ແຂວງ Daraa.

XS
SM
MD
LG