ພວກນັກເຄື່ອນໄຫວດ້ານສິດທິມະນຸດຂອງຊີເຣຍກ່າວວ່າ ທະຫານລັດຖະບານໄດ້ສັງຫານ
ພົນລະເຮືອນ 100 ຄົນ ແລະພວກທະຫານທີ່ໂຕນໜີອີກ ຫລາຍສິບຄົນເມື່ອວັນອັງຄານ
ວານນີ້ ໃນເຫດການກໍ່ຄວາມຮຸນແຮງທີ່ຮ້າຍແຮງສຸດບັນນຶ່ງ ນັບຕັ້ງແຕ່ໄດ້ມີການລຸກຮືຕໍ່
ຕ້ານລັດຖະບານຊຶ່ງເລິ່ມຂື້ນໃນ ເດືອນມີນາຜ່ານມາ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສໍານັກງານໃຫຍ່ຢູ່ນະຄອນຫລວງລອນດອນຂອງອັງ
ກິດ ກ່າວເມື່ອວັນພຸດມື້ນີ້ວ່າທະຫານລັດຖະບານໄດ້ສັງຫານ 111 ຄົນ ຫລັງຈາກທໍາການ
ປິດລ້ອມພວກພົນລະເຮືອນໃນໝູ່ບ້ານ Kafruwed ໃນແຂວງ Idlib ທາງພາກຕາເວັນຕົກ
ສຽງເໜືອຂອງຊີເຣຍ ນັ້ນ.
ການໂຈມຕີທີ່ລາຍງານເມື່ອວັນອັງຄານວານນີ້ ມີຂຶ້ນໃນຂະນະທີ່ພວກສັງ ເກດການຕ່າງ
ປະເທດຕຽມເຂົ້າໄປໃນຊີເຣຍ ໃນຄວາມພະຍາຍາມເພື່ອຍຸຕິ ຄວາມບໍ່ສະຫງົບຢ່າງນອງ
ເລືອດທີ່ດຳເນີນມາເປັນເວລາເກົ້າເດືອນນັ້ນ.
ນອກນີ້ແລ້ວ ພວກເຫັນເຫດການຍັງບອກກຸ່ມສິ້ງຊອມວ່າ ທະຫານຂອງ ລັດຖະບານໄດ້
ປິດລ້ອມພວກທະຫານທີ່ໂຕນໜີກຸ່ມນຶ່ງໃນແຂວງ Idlib ທີ່ໄດ້ສັງຫານຫລືເຮັດໃຫ້ພວກ
ກ່ຽວບາດເຈັບຫລາຍເຖິງ 100 ຄົນ. ນອກນີ້ກໍມີລາຍງານ ກ່ຽວກັບການຕາຍຂອງພວກ
ພົນລະເຮືອນໃນຂົງເຂດອື່ນໆນັ້ນນໍາ
ການກ່າວອ້າງຂອງກຸ່ມສິ້ງຊອມ ບໍ່ອາດສາມາດຢືນຢັນຈາກແຫລ່ງຂ່າວອິດສະຫຼະໄດ້ເທື່ອ
ໃນເວລານີ້ ເນຶ່ອງຈາກວ່າ ຊີເຣຍຍັງວາງຂໍ້ຈໍາກັດຮັດແຄບບໍ່ໃຫ້ພວກນັກຂ່າວຕ່າງປະເທດ
ເຂົ້າໄປໃນປະເທດ.
ພວກເຈົ້າໜ້າທີ່ສັນນິບາດຊາດອາຫຣັບກ່າວວ່າ ພວກທີມງານລ່ວງໜ້າ ຈະເດີນທາງໄປ
ເຖິງຊີເຣຍໃນວັນພະຫັດມື້ອື່ນນີ້ ເພື່ອຕຽມພາລະກິດສັງເກດການ ຊຶ່ງໃນທີ່ສຸດແລ້ວ ແມ່ນ
ພົວພັນກັບເຈົ້າໜ້າທີ່ສັງເກດການຫຼາຍຮ້ອຍຄົນ. ທີມສັງເກດການດັ່ງກ່າວ ມີໂຮມທັງພວກ
ຊ່ຽວຊານດ້ານຄວາມ ປອດໄພ ດ້ານກົດໝາຍ ແລະສິດທິມະນຸດ
ຊີເຣຍຕົກລົງໃຫ້ພວກນັກສັງເກດການເຂົ້າໄປໃນປະເທດ ພາຍໃຕ້ຄວາມ ກົດດັນຂອງໂລກ
ເພື່ອຍຸຕິການປາບປາມຢ່າງນອງເລືອດຕໍ່ພວກປະທ້ວງ ຕໍ່ຕ້ານລັດຖະບານນັ້ນ.