ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄວາມຮຸນແຮງ ຍັງດຳເນີນຕໍ່ມາ ໃນຊີເຣຍ ຂະນະທີ່ ລັດຖະບານ ຕົກລົງຮັບເອົາ ນັກສັງເກດການ


ການປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຍັງດໍາເນີນຕໍ່ໄປທົວຊີເຣຍ
ການປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຍັງດໍາເນີນຕໍ່ໄປທົວຊີເຣຍ

ພວກ​ນັກ​ເຄຶ່ອນ​ໄຫວ​ສິດທິມະນຸດ​ ກ່າວ​ວ່າ ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​ເຖິງ​ຂັ້ນ​ເສຍ​ຊີວິດ​ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ທົ່ວ​ຊີ​ເຣຍ ​ເຖິງ​ແມ່ນ​ລັດຖະບານ​ຕົກລົງ​ທີ່​ຈະ​ອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການ ເຂົ້າ​ໄປຕິດຕາມ​ເບິ່ງ​ວ່າ ​ຊີ​ເຣຍໄດ້​ປະຕິບັດ​ຕາມ​ແຜນການ​ສັນຕິພາບ ທີ່ແນ​ໃສ່​ເພື່ອ​ຍຸຕິ​ການ​ກວາດ​ລ້າງ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ຕໍ່​ໄປ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຍິງ​ສັງ ຫານ​ພວກທະຫານທີ່​ໂຕນ​ໜີ​ຫຼາຍ​ເຖິງ 70 ຄົນ​ເມື່ອ​ວັນ​ຈັນ​ວານ​ນີ້​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພາກັນຫຼົບ​ໜີ​ອອກ​ຈາກ​ຄ້າຍ​ປະ​ຈໍາ​ການຂອງ​ພວກ​ເຂົາ​ເຈົ້າ ຢູ່​ຕາມ​ຊາຍ​ແດນ​ຕິດ​ກັບ​ເທີ​ກີ ​ໃນ​ຂະນະ​ທີ່​ປະຊາຊົນ​ອີກ 30 ຖືກ​ຂ້າ​ຕາຍ​ໃນເຂດອື່ນໆ​ຂອງ​ຊີ​ເຣຍ.

ສະມັດຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດໄດ້​ອະນຸມັດ​ມະຕິ​ສະບັບ​ນຶ່ງດ້ວຍ​ສຽງ​ຖ້ວມລົ້ນ​ເມື່ອ​ວັນ​ຈັນ​ວານ​ນີ້ ​ເພື່ອ​ປະນາມ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ໃນ ຊີ​ເຣຍ. ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ປະຊາຊົນຖືກ​ຂ້າຕາຍ​ໄປ​ແລ້ວ​ຢ່າງ​ໜ້ອຍ 5,000 ຄົນ ​ໃນ​ລະຫວ່າງ​ໄ​ລຍະ​ເກົ້າ​ເດືອນ​ ຂອງ​ການ ລຸກ​ຮື​ຂຶ້ນ​ເປັນ​ຕົ້ນ​ມາ.

ທ່ານ Faisal al-Mekdad ຮອງ​ລັດ​ຖະມົນຕີ​ຕ່າງປະ​ເທດ​ຊີ​ເຣຍ ​ໄດ້ ​ເຊັນ​ສັນຍາ​ສະບັບ​ນຶ່ງ​ທີ່​ນະຄອນຫລວງ​ໄຄ​ໂຣ ປະ​ເທດ​ອີ​ຈິບ ທີ່​ໃນ​ເບື້ອງຕົ້ນ​ອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ຈາກ​ສັນນິບາດ​ຊາດ​ອາ​ຫຣັບ​ເຂົ້າ​ໄປ ມີໜ້າ​ຢູ່​ໃນ​ຊີ​ເຣຍ​ເປັນ​ເວລາ​ນຶ່ງ​ເດືອນ. ຫົວໜ້າ​ສັນ​ນິບາດ​ຊາດ​ອາຫຣັບ ທ່ານ Nabil al-Arabi ກ່າວ​ວ່າ ທ່ານ​ຫວັງ​ວ່າ ພາລະກິດເ​ຂົ້າ​ໄປ​ສັງ​ເກດການ​ນີ້​ຈະ​ເ​ລິ່ມຕົ້ນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້.

ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ​ໄດ້​ຮັບ​ເອົາ​ຄວາມ ຮຽກຮ້ອງ​ຕ້ອງການ​ຂອງ​ສັນນິບາດ​ຊາດ​ອາຫຣັບ ​ເພື່ອ​ເຫັນ​ພ້ອມ​ໃນ​ຂໍ້​ຕົກ ລົງ​ສັນຕິພາບ​ ທ່າມກາງ​ການ​ຂົ່ມຂູ່​ທີ່ຈະ​ນໍາ​ເອົາ​ເລື່ອງ​ຊີ​ເຣຍ ​ໄປ​ສົນທະນາ ຫາລື​ທີ່ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ສໍາ​ຫລັບ​ການ​ລົງ​ໂທດ​ຂອງ​ນານາ​ຊາດ​ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

ພວກ​ນັກ​ວິຈານ​ກ່າວ​ວ່າ ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້ ​ເປັນ​ພຽງ​ກົນ​ລະ​ຍຸດ ຂອງ​ການ​ຖ່ວງ​ເວລາ​ໂດຍ​ລັດຖະບານຊີ​ເຣຍ.

ທ່ານ Burhan Ghallioun ຫົວໜ້າ​ຝ່າຍ​ຄ້ານ ກໍ​ຄື ສະພາ​ແຫ່ງ​ຊາດ ຊີ​ເຣຍ ຫລື SNC ກ່າວ​ຕໍ່​ພວກ​ຜູ້​ສື່​ຂ່າວໃນ​ປະ​ເທດ​ຕູ​ນີ​ເຊຍ​ວ່າ ຂະນະ​ນີ້ຊີ​ເຣຍກໍາລັງ​ຖ່ວງ​ເວລາ​ ​ແລະການ​ຫລົບ​ຫລີກ ​ເພື່ອ​ຂັດຂວາງການ​ແຊກ​ແຊງ​ໂດຍ​ສະພາ​ຄວາມ​ໝັ້ນຄົງ ​ແລະທ່ານ​ໄດ້​ຮຽກຮ້ອງ​ໃຫ້​ທຳ​ການ​ແຊກແຊງ​ທາງທະຫານໃນ​ຊີ​ເຣຍ.

XS
SM
MD
LG