ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄຶ່ອນໄຫວ ກ່າວວ່າ ກໍາລັງຊີເຣຍ ສັງຫານ ປະຊາຊົນ 11 ຄົນ


Warga setempat berusaha menyelamatkan seekor kerbau yang terjebak dalam lumpur di kota Allahabad, India.
Warga setempat berusaha menyelamatkan seekor kerbau yang terjebak dalam lumpur di kota Allahabad, India.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດຂອງຊີເຣຍກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້
ສັງຫານ 11 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ອີກຫລາຍ​ສິບ​ຄົນ​ໃນ​ເຂດພາກ​ຕາ​ເວັນຕົກ​ສຽງ
ເໜືອ​ຂອງ​ຊີ​ເຣຍ ​ໃນ​ຂະນະ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຜູ້​ຄົນ​ລົ້ມ​ຕາຍ​ຈາກຄວາມ
ບໍ່ສະຫງົບໃນໄລຍະ ຫຼາຍ​ເດືອນ​ຜ່ານ​ມາຂອງ​ປະ​ເທດນັ້ນ ມີ​ຈໍານວນ​ສູງສຸດເຖິງ 5,000
ຄົນ​ແລ້ວ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະຄອນຫລວງ​ລອນດອນ​ຂອງ​ອັງ
ກິດ ກ່າວ​ເມື່ອ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ເຂັ່ນຂ້າ​ຄັ້ງ​ລ່າ​ສຸດນັ້ນ ​ແມ່ນ​ເກີດ​ຂຶ້ນທີ່​ແຂວງ Idlib
ຊຶ່ງ​ເປັນ​ເຂດ​ທີ່​ມີ​ຄວາມ​ວຸ້ນວາຍ​ຕະ ຫລອດ​ມາ ທີ່ຕັ້ງ​ຢູ່​ຕິດ​ຊາຍ​ແດນ​ກັບ​ເທີ​ກີ​ນັ້ນ.

ທ່ານນາງ Navi Pillay ຫົວໜ້າສະພາ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາຊາດ ​ກ່າວ​ເມື່ອ​
ວັນ​ຈັນ​ວານ​ນີ້​ວ່າ ຫ້ອງການ​ຂອງ​ທ່ານ​ນາງ ​ໄດ້​ຮັບ ລາຍ​ງານ​ທີ່​ເຊື່ອ​ຖື​ໄດ້​ຈາກ​ແຫ​ລ່ງຂ່າວ
ຕ່າງໆ ທີ່​ຊີ້​ແນະ​ວ່າ ຈໍານວນ​ຜູ້​ເສຍ ຊີວິດ​ນັບ​ຕັ້ງ​ແຕ່​ການ​ກໍ່​ຄວາມ​ບໍ່​ສະຫງົບ​ເລິ່ມຕົ້ນ​ຂຶ້ນ​
ນ​ເດືອນ​ມີນາ​ຜ່ານ​ມາ ນັ້ນ​ອາດເກີນ​ກວ່າ 5,000 ຄົນ. ທ່ານ​ນາງ ໄດ້​ອອກ​ຖະ​ແຫລ​ງການ
ນີ້​ບໍ່​ດົນ​ຫລັງ​ຈາກ​ກອງ​ປະຊຸມ​ບັ້ນ​ນຶ່ງ​ກັບພວກ​ຜູ້​ຕ່າງ​ໜ້າ​ສະພາ​ຄວາມ​ໝັ້ນຄົງ​ອົງການສະ
ຫະ​ປະຊາ​ຊາດ​ທີ່​ນີວຢ໊ອກ ບ່ອນ​ທີ່​ທ່ານ​ນາງ​ເວົ້າວ່າ ທ່ານ​ນາງ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ດັ່ງ
ກ່າວ​ຄວນ​ຈະ​ຖືກ​ກວດກາ​ໂດຍສານ​ອາຍານາໆ ຊາດ.

ນອກ​ນີ້​ແລ້ວທ່ານ​ນາງ Pillay ຍັງ​ໄດ້​ຕັ​ກ​ເຕືອນ​ອີກ​ວ່າ ​ແຫ​ລ່ງຂ່າວຕ່າງໆຢ້ານ​ກົວ​ວ່າ
ອາດ​ຈະ​ມີ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ທີ່​ເມືອງ Hom ຊຶ່ງ​ເປັນຈຸດແຫ່ງ​ຄວາມ​ຮຸນແຮງນັ້ນໃນໄວໆນີ້.

ໃນ​ຂະນະ​ດຽວກັນ ອົງການ​ຂ່າງ SANA ຂອງ​ທາງ​ການ​ຊີ​ເຣຍ ​ເວົ້າ​ເມື່ອ​ວັນອັງຄານ​ມື້​ນີ້ວ່າ​
າລັງ​ທະຫານ​ຊາຍ​ແດນ ​ໄດ້​ເກີດ​ປະ​ທະກັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍທີ່​ມີ 15 ຄົນ ທີ່​ພະຍາຍາມ​
ເລັດ​ລອດ​ເຂົ້າ​ໄປ​ຍັງ​ຊີ​ເຣຍ ຈາກ​ປະ​ເທດ​ເທີ​ກີ ທີ່​ຍັງ​ຜົນ​ໃຫ້​ພວກ​ກໍ່​ການ​ຮ້າຍ​ດັ່ງກ່າວ​ເສຍ
ຊີວິດ 2 ຄົນ.

XS
SM
MD
LG