ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍວ່າ ຕົນໄດ້ໃຫ້ຄໍາຕອບ ໃນທາງບວກ ແກ່ສັນນິບາດອາຫຣັບ


ພວກປະທ້ວງຊາວຊີເຣຍ ທີ່ຕໍ່ຕ້ານປະທານາທິບໍດີ Assad
ພວກປະທ້ວງຊາວຊີເຣຍ ທີ່ຕໍ່ຕ້ານປະທານາທິບໍດີ Assad

ຊີ​ເຣຍກ່າວ​ວ່າຕົນ​ໄດ້​ຕອບ​ໄປ​ໃນ​ທາງ​ບວກ ຕໍ່​ຄໍາ​ຮຽກຮ້ອງ​ຂອງ​ສັນນິບາດຊາດອາຫຣັບ
ທີ່ທວງ​ໃຫ້​ຊີ​ເຣຍອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ເພື່ອ​ພິສູດຄໍາ​ໝັ້ນ
ສັນຍາ​ຂອງ​ປະທານາທິບໍດີ Bashir al-Assad ທີ່​ຈະ​ຍຸຕິ​ການ​ກວາດ​ລ້າງ​ຢ່າງ​ນອງ​ເລືອດ
ຕໍ່ການ​ລຸກ​ຮື​ຂຶ້ນ​ເພື່ອ​ປະຊາທິປະ​ໄຕ​ນັ້ນ.

ທ່ານ Jihad Makdissi ໂຄ​ສົກ​ກະຊວງ​ຕ່າງປະ​ເທດ​ຊີ​ເຣຍ ກ່າວ​ໃນ​ວັນຈັນ​ມື້​ນີ້ວ່າລັດ​ຖະ
ບານຊີ​ເຣຍ​ໄດ້​ໃຫ້​ຄໍາ​ຕອບ​ໄປ​ໃນຈົດໝາຍ​ທີ່​ສົ່ງ​ເຖິງ​ທ່ານ Nabil Elaraby ຫົວໜ້າ​ສັນ​ນິ
ບາດ​ຊາດ​ອາຫຣັບ ​ໃນ​ເມື່ອ​ຕອນແລງ​ວັນ​ອາທິດ​ວານ​ນີ້. ສັນນິບາດໄດ້​ທວງ​ໃຫ້​ຊີ​ເຣຍອະນຸ
ຍາດ​ໃຫ້​ພວກ​ນັກ​ສັງ​ເກດການ​ຈາກ​ຄ້າຍ​ສັນ​ນິບາດ ເຂົ້າປະ​ເທດ​ພາຍໃນ​ວັນ​ອາທິດ​ວານນີ້
ຖ້າ​ບໍ່​ດັ່ງ​ນັ້ນ​ຈະຖືກ​ລົງ​ໂທດບັ້ນ​ໃໝ່. ຍັງ​ບໍ່​ມີ​ຄໍາ​ເຫັນໃນ​ທັນທີ​ນີ້ເທື່ອ​ກ່ຽວ​ກັບ​ຈົດໝາຍຂອງ
​ຊີ​ເຣຍ ຈາກກຸ່ມ​ຈັດ​ຕັ້ງປະ​ຈໍາ​ຂົງ​ເຂດ​ທີ່​ມີສະມາຊິກ 22 ປະ​ເທດ​ນັ້ນ.

ສັນນິບາດ​ຊາດ​ອາຫຣັບ ​ໄດ້​ໂ​ຈະການເປັນ​ສະມາຊິກ​ຂອງ​ຊີ​ເຣຍ​ໄວ້ ​ແລະ ອະນຸມັດ​ການ​ລົງ​
ໂທດ​ຫລາຍ​ບັ້ນ​ເມື່ອ​ເດືອນ​ຜ່ານ​ມາ​ ໃນ​ການ​ຕອບ​ໂຕ້ຕໍ່ ການ​ຂັດ​ຂືນຂອງ​ຊີ​ເຣຍ ຕໍ່ຄໍາ​ຂາດ
ຊຸດ​ກ່ອນ​ທີ່​ໃຫ້ຮັບ​ເອົາ​ພວກ​ນັກ​ສັງ​ເກດການ​ ຍຸດຕິການ​ກວາດ​ລ້າງ ​ແລະໃຫ້ເລິ່ມ​ໂອ້​ລົມ​ສົນ
ທະນາ​ກັບ​ພວກ​ຝ່າຍ ຄ້ານນັ້ນ. ຊີ​ເຣຍ​ໄດ້ຈົ່ມ​ວ່າ ຄະນະ​ນັກ​ສັງ​ເກດ​ການ​ທີ່​ມີ​ຈໍານວນ​ຫລາຍ
ຄົນ​ນັ້ນ ຈະບ່ອນ​ທໍາ​ລາຍ​ອະທິປະ​ໄຕ​ຂອງ​ຕົນ​.

ການ​ລົງ​ໂທດ​ຕ່າງໆ ​ແມ່ນ​ມີ​ໂຮມ​ທັງ​ຫ້າມ​ບໍ່​ໃຫ້​ເດີນທາງ ​ແລະ​ກັກ​ຊັບສິນ ຂອງ​ພວກ​ຜູ້​ນໍາ​ຊີ
ເຣຍ. ຄະນະ​ລັດຖະມົນຕີ​ສັນ​ນິບາດ​ຊາດ​ອາ​ຫຣັບທີ່​ໄດ້ ພົບ​ປະກັນ​ທີ່​ໂດ​ຮາ​ເມື່ອ​ວັນ​ເສົາ
ຜ່ານ​ມາ​ນີ້ ​ໄດ້​ເຫັນ​ພ້ອມ​ກັນ​ທີ່​ນໍາ​ໃຊ້​ການ​ລົງ​ໂທດ​ຕໍ່​ພວກ​ເຈົ້າໜ້າ​ທີ່​ຊີ​ເຣຍ 19 ຄົນ ​ໂຮມ​ທັງ
ນ້ອງ​ຊາຍຂອງ​ປະທາ ນາທິບໍດີ Assad ທ່ານ Maher ທີ່​ເປັນຜູ້​ບັງຄັບ​ກອງ​ພົນນຶ່ງ​ທີ່​ມີອໍາ
ນາດ​ທີ່​ສຸດ​ຂອງ​ຊີ​ເຣຍນັ້ນ​ນໍາ.

ພວກ​ນັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ຊີ​ເຣຍກ່າວ​ວ່ ກໍາລັງ​ຂອງ​ລັດຖະບານ​ຊີ​ເຣຍ ​ໄດ້​ສັງຫານ​ຜູ້​
ຄົນ​ໄປ​ແລ້ວ​ຢ່າງ​ໜ້ອຍ 35 ຄົນ ​ໃນ​ລະຫວ່າງ​ການ​ໂຈມ​ຕີ ຫລາຍໆ​ບັ້ນ​ຕໍ່​ພວກ​ຊາວ​ເມືອງ
ໃນ​ເມືອງ​ຕ່າງໆ​ທີ່​ເປັນສູນ​ກາງ​ປະ​ທ້ວງ​ ​ແລະໃນ​ການສູ້​ລົບ​ກັບພວກທະຫານໂຕນ​ໜີ.
ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ອີກ​ວ່າ ການ​ເຂັ່ນຂ້າ​ສ່ວນ​ໃຫຍ່​ ​ແມ່ນ​ເກີດ​ຂຶ້ນທີ່​ເມືອງ Homs
ທີ່​ຕັ້ງ​ຢູ່​ພາກ​ກາງຂອງ​ປະ​ເທດ ​ແລະ​ເປັນສູນ​ກາງ​ໃຫຍ່​ຂອງ​ການ​ລຸກ​ຮື​ມາ​ເປັນ​ເວລາ​ເກົ້າ
ເດືອນ​ແລ້ວ​ນັ້ນ. ບໍ່​ມີ​ການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວອິດສະຫລະ​ໃດໆ​ກ່ຽວ​ກັບ ຈໍານວນ​ຜູ້​
ບາດ​ເຈັບ​ລົ້ມ​ຕາຍ.

XS
SM
MD
LG