ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສັນນິບາດຊາດອາຫຣັບ ລົງໂທດຊີເຣຍ


ກອງປະຊຸມສັນນິບາດຊາດອາຫຣັບ ທີ່ໂດຮາ ປະເທດຄາຕາ
ກອງປະຊຸມສັນນິບາດຊາດອາຫຣັບ ທີ່ໂດຮາ ປະເທດຄາຕາ

ເມື່ອ​ວັນ​ເສົາ​ວານ​ນີ້ ສັນ​ນິບາດ​ຊາດ​ອາຫຣັບ ​ໄດ້​ກັກ​ຊັບ​ສິນ​ຂອງ​ພວກ​ເຈົ້າໜ້າ​ທີ່​ສູງ​ສຸດຊີ
ເຣຍ 19 ຄົນແລະ​ຫ້າມ​ພວກ​ເຂົາ​ເຈົ້າ​ເດີນທາງໄປ​ຍັງພວກ​ປະ​ເທດ​ສັນນິບາດ​ຊາດ​ອາ​ຫຣັບ

ຫລັງ​ຈາກ​ປະຊຸມ​ກັນ​ຢູ່​ໂດຮາ ທ່ານ Sheik Hamad bin Jassim al-Thani ລັດຖະມົນ
ຕີ​ຕ່າງປະ​ເທດ​ຄາ​ຕາ ຊຶ່ງ​ເປັນ​ປະທານຄະນະ​ກໍາມະ ການ​ດໍາ​ເນີນ​ການສ້າງ​ສັນຕິພາບ​ຂອງ​
ສັນນິບາດ​ຊາດ​ອາຫຣັບ ກ່າວ​ວ່າ ຄະນະ​ກໍາມະການ​ຍັງ​ໄດ້​ໃຫ້​ເວລາແກ່​ດາ​ມັສກັສ ຈົນ​ເຖິງ​
ວັນ​ອາທິດມື້ນີ້ ​ເພື່ອ​ໃຫ້​ເດີນທາງ​ໄປໂດ​ຮາແລະ​ເຊັນ​ຂໍ້ຕົກລົງ​ເພື່ອ​ຍຸຕິ​ການ​ກວາດ​ລ້າງ​ພວກ
ປະ​ທ້ວງ​ ໂດຍ​ຝ່າຍ​ທະຫານ​ຂອງ​ລັດຖະບານ​ຊີ​ເຣຍນັ້ນ.

ນອກນັ້ນ ​ໃນວັນ​ເສົາ​ວານ​ນີ້ ມີພວກ​ນັກ​ເຄຶ່ອນ​ໄຫວ​ຢ່າງ​ໜ້ອຍ 23 ຄົນເສຍ​ຊີວິດ​ໃນ​ເຫດ
ການ​ກໍ່​ຄວາມ​ບໍ່​ສະຫງົບ​ຕໍ່ຕ້ານ​ລັດຖະບານ​ຢູ່ທົ່ວ​ຊີ​ເຣຍ ໂຮມ​ທັງການ​ປະ​ທະ​ກັນ​ຢ່າງ​ຮຸນ
ແຮງ​ຫລາຍໆ​ບັ້ນ ລະຫວ່າງກໍາລັງ​ຂອງ ລັດຖະບານ ​ແລະ​ທະຫານ​ກະບົດ ​ໃນ​ແຂວງ
Idlib ທາງ​ພາກ​ເໜືອຂອງ​ປະ​ເທດ. ພວກ​ເຫັນ​ເຫດການ​ກ່າວ​ວ່າ ການ​ສູ້​ລົບ​ການ​ຫລາຍໆ
ບັ້ນ ​ໄດ້​ໜັກໜ່ວງ​ຂຶ້ນອີກ​ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ບໍ່​ດົນ​ນີ້ ​ໃນ​ຂະນະ​ພວກ​ທະຫານຫລາຍ​ຄົນ
ຕື່ມ​ອີກ ພາກັນ​ໂຕນ​ໜີຈາກ​ກອງທັບ​ລັດຖະບານ.

ການ​ສູ້​ລົບ​ກັນ​ບັ້ນ​ລ່າ​ສຸດ ​ແມ່ນ​ມີ​ຂຶ້ນມື້​ນຶ່ງ​ຫລັງ​ວຈາກ​ສະພາສິດທິມະນຸດ​ຂອງ​ອົງການ​ສະຫະ
ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​ປະນາມ​ລັດຖະບານ​ຊີ​ເຣຍ​ ທີ່​ໄດ້​ທໍາ​ການຝ່າຝືນ​ສິດທິ​ມະນຸດ​
ຢ່າງ​ສິ້ນ​ເຊີງ​ແລະ​ຢ່າງ​ມິ​ລະບົບ ທີ່​ອາດ​ສາມາດ​ເອົາ​ໄປເຊຶ່ອມ​ໂຍງ​ໃສ່​ກັບການ​ກວາດ​ລ້າງ​ຂອງ
ລັດຖະບານ​ຕໍ່​ພວກ​ທີ່​ບໍ່ພໍ​ໃຈລັດຖະບານ​ໄດ້​ນັ້ນ. ອົງ​ກອນ​ດັ່ງກ່າວ​ຂອງ​ອົງການ​ສະຫະ​ປະຊາ
ຊາດ ຍັງ​ເຫັນພ້ອມ​ກັນ​ທີ່​ຈະແຕ່ງ​ຕັ້ງ​ນັກ​ສືບສວນ​ສອບ​ສວນ​ພິ​ເສດ ​ເພື່ອ​ຕິດຕາມ​ເບິ່ງ​ການຝ່າ
ຝືນ​ສິດທິ​ມະນຸດ​ຢູ່​ໃນ​ຊີ​ເຣຍ.

ແຕ່​ກະຊວງ​ຕ່າງປະ​ເທ​ດ​ຊີ​ເຣຍບໍ່​ຮັບ​ຮູ້​ມະຕິ​ດັ່ງກ່າວ​ຂອງ​ອົງການ​ສະຫະ​ປະ ຊາ​ຊາດ ​ແລະ​ກ່າວ​
ຫາ​ສະພາ​ສິດ​ທະ​ມະນຸດ​ສະຫະ​ປະຊາ​ຊາດ​ວ່າ​ ​ເຮັດ​ໃຫ້​ເລື່ອງ​ນີ້ເປັນ​ເລື່ອງ​ການ​ເມືອງ​ຢ່າງ​ໂຈ່ງ​
ແຈ້ງ. ສື່​ຂອງລັດຊີ​ເຣຍ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ຊີ​ເຣຍຄົນ​ນຶ່ງ
ທີ່​ກ່າວວ່າ ສະພາ​ສິດທິ​ມະນຸດໄດ້​ເມີນ​ເສີຍຢ່າງ​ຈົງ​ໃຈ ຕໍ່​ເອກະສານ​ຕ່າງໆ​ຈາກ​ລັດຖະບານ​ຊີ
ເຣຍ ທີ່​ແຈ້ງ​ຄວາມ​ເປັນ​ຈິງໄປແລ້ວ​ນັ້ນ.

ທີ່​ນະຄອນອີສຕັນ​ບູນ ເມື່ອ​ວັນ​ເສົາ​ວານ​ນີ້ ຮອງ​ປະທາ​ນາ​ທິບໍດີສະຫະລັດ ທ່ານ ​ໂຈ ບາຍ​
ເດັນ ທີ່​ກໍາລັງ​ຢ້ຽມຢາມ​ເທີ​ກີ​ຢູ່​ນັ້ນ ​ໄດ້​ຍ້ອງ​ຍໍ​ເທີ​ກີ ​ທີ່​ໄດ້​ເອົາບາດກ້າວ​ເພື່ອ​ແກ້​ໄຂ​ບັນຫາ​
ການ​ປາມ​ປາມ​ຢູ່​ໃນ​ຊີ​ເຣຍ. ພ້ອມ​ນີ້​ ທ່ານ ​ໂຈ​ ບາຍ​ເດັນ ຍັງ​ໄດ້​ສົມທົບ​ກັບ​ພວກ​ຜູ້​ນໍາ​ໂລກ
ຄົນ​ອື່ນໆ ຮຽກຮ້ອງໃຫ້​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ລາ​ອອກ.

XS
SM
MD
LG