ພວກນັກເຄື່ອນໄຫວດ້ານສິດທິມະນຸດກ່າວວ່າ ພວກກໍາລັງຮັກສາຄວາມປອດໄພຂອງຊີເຣຍໄດ້ບຸກເຂົ້າໂຈມຕີເມືອງນຶ່ງ ທາງພາກຕາ ເວັນຕົກສຽງເໜືອໃກ້ໆກັບຊາຍແດນຂອງເທີກີ.
ກຸ່ມສັງເກດການສິດທິມະນຸດຊີເຣຍ ຫລື the Syrian Observatory for Human Rights ທີ່ມີຫ້ອງການຕັ້ງຢູ່ໃນກຸງລອນດອນກ່າວວ່າ ພວກທະຫານໃນລົດຖັງແລະໃນລົດບັສຫລາຍຄັນເດີນທາງໄປຮອດໃນວັນພະຫັດມື້ນີ້ ໃນເມືອງ Saraqeb ແລະວ່າ ມີສຽງປືນດັງຂຶ້ນໃນເຂດນັ້ນ.
ເວລານີ້ຍັງບໍ່ທັນມີລາຍງານແຈ້ງໃຫ້ຊາບກ່ຽວກັບຄວາມເສຍຫາຍ ຫລື ຜູ້ບາດເຈັບ ລົ້ມຕາຍ.
ລາຍລະອຽດຂອງເຫດການຕ່າງໆທີ່ເກີດຂຶ້ນໃນຊີເຣຍ ແມ່ນຍາກທີ່ຈະ ຢືນຢັນໄດ້ໂດຍແຫລ່ງຂ່າວອິດສະລະ ເພາະວ່າລັດຖະບານຊີເຣຍອະນຸຍາດ ໃຫ້ພວກນັກຂ່າວຕ່າງປະເທດພຽງບໍ່ເທົ່າໃດຄົນເຂົ້າໄປໃນປະເທດ ແລະຈໍາກັດຮັດແຄບການເຄື່ອນໄຫວຂອງພວກນັກຂ່າວເຫລົ່ານີ້.
ຢ່າງໜ້ອຍປະຊາຊົນ 12 ຄົນເສຍຊີວິດໃນວັນພຸດວານນີ້ ໃນຂະນະທີ່ລັດຖະບານຊີເຣຍ ຂະຫຍາຍການທັບມ້າງປາບປາມຂອງຕົນອອກອີກ ຕໍ່ພວກຄັດຄ້ານລັດຖະບານ ຮວມທັງ
11 ຄົນ ຫລັງຈາກພວກກໍາລັງຮັກສາຄວາມປອດໄພເຄື່ອນເຂົ້າໄປໃນເມືອງ Homs ໃນພາກກາງຂອງປະເທດ.
ສະຫະລັດໄດ້ປະກາດການລົງໂທດຄັ້ງໃໝ່ຕໍ່ຊີເຣຍ ໂດຍກ່າວວ່າ ຕົນຈະກັກຊັບສິນ
ຢູ່ໃນສະຫະລັດຂອງທະນາຄານແລະບໍລິສັດບໍລິການໂທລະສັບມືຖືບໍລິສັດນຶ່ງ. ທໍາ
ນຽບຂາວໄດ້ກ່າວຢໍ້າວ່າ ຊີເຣຍຈະດີຂຶ້ນຖ້າບໍ່ມີທ່ານ Assad.
ໃນວັນພຸດວານນີ້ເຊ່ນກັນ ຮອງເອກອັກຄະລັດຖະທູດອັງກິດປະຈໍາສະຫະປະຊາຊາດ
ກ່າວວ່າ ຊີເຣຍກໍາລັງດໍາເນີນການໂຈມຕີຕໍ່ປະຊາຊົນຂອງຕົນ ຢ່າງໂຫດຫ້ຽມແລະ
ຢ່າງບໍ່ມີເຫດຜົນ ແຕ່ຊີເຣຍປະຕິເສດຕໍ່ຄໍາກ່າວທີ່ວ່ານັ້ນ.