ທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດກ່າວວ່າ ລັດຖະບານຊີເຣຍໃຫ້ຄວາມໝັ້ນໃຈຕໍ່ທ່ານວ່າ ຕົນຈະເຄົາລົບນັບຖືຂໍ້ຕົກລົງຢຸດຍິງກັບກໍາລັງຝ່າຍກະບົດໃນເວລາບໍ່ຮອດ 24 ຊົ່ວໂມງ ກ່ອນກໍານົດເສ້ນຕາຍເພື່ອຍຸດຕິການເປັນປໍລະປັກກັນນັ້ນ.
ທ່ານອັນນັນ ກ່າວວ່າ ທ່ານໄດ້ທໍາການຕິດຕໍ່ພົວພັນ ກັບພວກລັດຖະບານປະເທດທີ່ມີອິດທິພົນເພື່ອຮັບປະກັນໃຫ້ທຸກພັກຝ່າຍເຄົາລົບນັບຖື ເສ້ນຕາຍຂອງການຢຸດຍິງກັນນັ້ນ ທີ່ໄດ້ກໍານົດໃສ່ເວລາ 6:oo ໂມງເຊົ້າຂອງວັນພະຫັດມື້ອື່ນນີ້ ຕາມເວລາໃນຊີເຣຍ.
ທ່ານອັນນັນໄດ້ຖະແຫຼງຕໍ່ບັນດານັກຂ່າວໃນວັນພຸດມື້ນີ້ ຫຼັງຈາກໄດ້ໂອ້ລົມສົນທະນາກັບທ່ານ Ali Akbar Salehi ລັດຖະມົນຕີຕ່າງປະເທດອີຣ່ານໃນກຸງເຕຫະຣ່ານບ່ອນທີ່ທ່ານອັນນັນໄດ້ຮຽກຮ້ອງໃຫ້ພັນທະມິດທີ່ສໍາຄັນຂອງຊີເຣຍ ຊ່ອຍຍຸຕິຄວາມຮຸນແຮງທີ່ກໍາລັງທໍາລາຍ ຊີເຣຍຢູ່ໃນເວລານີ້. ທ່ານອັນນັນກ່າວຕື່ມວ່າ ທ່ານ Salehi ໄດ້ໃຫ້ ການສະໜັບສະໜຸນແຜນການສັນຕິພາບ 6 ຂໍ້ຂອງທ່ານແລະຕົກລົງເຫັນດີວ່າ ມັນສາມາດສ້າງຜົນກະທົບຮ້າຍແຮງທີ່ບໍ່ຄາດຄິດໄດ້ ຖ້າຫາກມີຄວາມຜິດພາດໃດໆເກີດຂຶ້ນໃນຊີເຣຍເນື່ອງຈາກສະຖານທີ່ຕັ້ງດ້ານພູມສາດຂອງປະເທດທີ່ຢູ່ໃນເຂດໃຈກາງຂອງໂລກອາຣັບນັ້ນ.
ຢູ່ໃນສານສະບັບນຶ່ງທີ່ສົ່ງໄປຍັງສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນອັງຄານວານນີ້
ທ່ານອັນນັນໄດ້ໂຕ້ແຍ່ງ ຕໍ່ການກ່າວອ້າງຂອງ ກຸງດາມັສກັສ ທີ່ວ່າ ຕົນກໍາລັງຖອນທະ
ຫານຂອງຕົນອອກຈາກຫຼາຍຫົວເມືອງນັ້ນ. ທ່ານອັນນັນ ໄດ້ຮຽກຮ້ອງໃຫ້ຝ່າຍຄ້ານຮັກ
ສາຄໍາໝັ້ນສັນຍາຂອງຕົນທີ່ຈະຢຸດເຊົາການສູ້ລົບກັນນັ້ນ ແລະຮຽກຮ້ອງໃຫ້ພວກປະເທດ
ຕ່າງໆທີ່ມີອິດທິພົນກັບຊີເຣຍໃຫ້ຊ່ອຍຍຸຕິບັນຫາຂັດແຍ່ງກັນນີ້.
ພວກສະມາຊິກສະພາຄວາມໝັ້ນຄົງສະຫະປະຊາດ ໄດ້ສະແດງຄວາມເປັນຫ່ວງກັງວົນ
ຢ່າງເລິກເຊິ່ງອອກມາເຊ່ນກັນ ກ່ຽວກັບລະດັບຂອງຄວາມໝາຍໝັ້ນຕໍ່ການຢຸດຍິງຂອງ
ລັດຖະບານຊີເຣຍ ທີ່ໄດ້ສະແດງໃຫ້ເຫັນນັ້ນ.