ປະເທດເທີກີກ່າວວ່າ ຕົນກໍາລັງກັກຊັບສິນຂອງພວກຜູ້ນໍາຊີເຣຍແລະເອົາບາດອື່ນໆອີກ
ເພື່ອກົດດັນໃຫ້ພວກເຂົາເຈົ້າຢຸດເຊົາການກວາດລ້າງຢ່າງນອງເລືອດຂອງລັດຖະບານ ຕໍ່
ການລຸກຮືຂຶ້ນເພື່ອປະຊາທິປະໄຕ ທີ່ດຳເນີນມາໄດ້ແປດເດືອນ ແລ້ວນັ້ນ.
ທ່ານ Ahmet Davutoglu ລັດຖະມົນຕີຕ່າງປະເທດເທີກີປະກາດການລົງໂທດນີ້ ໃນກອງ
ປະຊຸມຖະແຫຼງຂ່າວເມື່ອວັນພຸດມື້ນີ້. ມາດຕະການເຫລົ່ານີ້ມີໂຮມທັງ ຕັດການພົວພັນກັບ
ທະນາຄານກາງຂອງຊີເຣຍ ຫ້າມບໍ່ໃຫ້ນໍາສົ່ງອາວຸດຍຸດໂທປະກອນຕ່າງໆໄປຍັງຊີເຣຍ
ແລະໂຈະການປະຕິບັດສັນຍາການຮ່ວມມືດ້ານຍຸທະສາດຂອງສອງປະເທດນັ້ນໄວ້ກ່ອນ.
ເທີກີເຄີຍເປັນປະເທດເພື່ອນມິດທີ່ໃກ້ຊິດຂອງລັດຖະບານປະທານາທິບໍດີ Bashar
al-Assad ກ່ອນເລີ່ມມີການລຸກຮືຂຶ້ນຂອງປະຊາຊົນໃນເດືອນ ມີນາຜ່ານມາ. ທ່ານ
Davutoglu ກ່າວວ່າ ອຳນາດການປົກຄອງຂອງຊີເຣຍໃນເວລານີ້ ແມ່ນມາຮອດຈຸດທີ່ເປັນ
ທາງຕັນແລ້ວ.
ການຕັດສິນໃຈເພື່ອໃຫ້ມີການລົງໂທດຕໍ່ຊີເຣຍຂອງເທີກີ ມີຂຶ້ນ ຫຼັງຈາກການອະນຸມັດການ
ລົງໂທດຕ່າງໆດ້ານການເງິນແລະການເມືອງແບບທີ່ບໍ່ເຄີຍມີມາກ່ອນຕໍ່ດາມັສກັສ ເມື່ອວັນ
ອາທິດຜ່ານມາ. ມີພຽງແຕ່ອີຣັກ ແລະ ເລບານອນ ເທົ່ານັ້ນ ທີ່ປະຕິເສດບໍ່ສະໜັບສະໜຸນ
ມາດຕະການເຫລົ່ານີ້ ທີ່ປ່ອຍໃຫ້ ລັດຖະບານຊີເຣຍຖືກໂດດດ່ຽວຢູ່ໃນຂົງເຂດເພີ່ມຂຶ້ນນັບມື້.
ທ່ານ Adnan Mahmoud ລັດຖະມົນຕີກະຊວງຖະແຫລງຂ່າວຊີເຣຍ ກ່າວເມື່ອວັນອັງ
ຄານວານນີ້ວ່າ ຊີເຣຍສາມາດກຸ້ມຕົນເອງໄດ້ ແລະມີອາ ຫານສະສົມໄວ້ຢ່າງລົ້ນເຫລືອ
ແລະພ້ອມດ້ວຍສະບຽງເຄຶ່ອງໃຊ້ທີ່ຈຳເປັນ ອື່ນໆ ເພື່ອຕ້ານຢັນກັບການລົງໂທດນັ້ນ.