ບັນດາລັດຖະມົນຕີຕ່າງປະເທດແຫ່ງສັນນິບາດຊາດອາຫຣັບ ກໍາລັງປະຊຸມກັນທີ່ນະຄອນ
ຫລວງໄຄໂຣ ປະເທດອີຈິບ ໃນວັນອາທິດມື້ນີ້ ເພື່ອຕັດສິນໃຈວ່າ ຈະລົງໂທດຊີເຣຍຫລືບໍ່
ຍ້ອນການກວາດລ້າງຢ່າງນອງເລືອດຂອງລັດຖະບານຊີເຣຍຕໍ່ການລຸກຮືຂຶ້ນຂອງພວກປະ
ທ້ວງຝ່າຍຄ້ານນັ້ນ.
ພວກນັກການທູດລະດັບສູງສຸດຈາກສັນນິບາດຊາດອາຫຣັບ ທີ່ມີສະມາຊິກ 22 ປະເທດ
ນັ້ນ ກໍາລັງທໍາການພິດຈາລະນາມາດຕະການລົງໂທດຫລາຍໆຢ່າງ ທີ່ສະເໜີຂຶ້ນໃນວັນ
ເສົາວານນີ້ໂດຍຄະນະລັດຖະມົນຕີການເງິນຂອງສັນນິບາດ. ຂໍ້ສະເໜີດັ່ງກ່າວມີໂຮມທັງ
ການກັກຊັບສິນທັງໝົດຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ແລະພວກ
ລູກນ້ອງໃກ້ຊິດຂອງທ່ານ ແລະຫ້າມບໍ່ໃຫ້ໄປຢ້ຽມຢາມພວກປະເທດສະມາຊິກສັນນິບາດ
ຢຸດຖ້ຽວບິນພານິດຕ່າງໆໄປຍັງຊີເຣຍ ແລະໂຈະການຮ່ວມມືກັບທະນາຄານກາງຂອງ
ຊີເຣຍ.
ການຮັບຮອງເອົາມາດຕະການເຫລົ່ານີ້ ແມ່ນຈະສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊີເຣຍ
ຊຶ່ງເປັນປະເທດທີ່ພູມໃຈຕົນເອງວ່າເປັນແຫລ່ງແຫ່ງຊາດ ນິຍົມອາຫຣັບມາເປັນເວລາດົນ
ນານນັ້ນ. ນອກນີ້ແລ້ວ ການລົງໂທດຂອງສັນນິບາດຊາດອາຫຣັບຍັງຈະເພີ່ມຄວາມກົດ
ດັນຕື່ມໃສ່ເສດຖະກິດຊີເຣຍ ທີ່ໄດ້ຖືກກະທົບຍ້ອນຄວາມບໍ່ສະຫງົບຕໍ່ຕ້ານລັດຖະບານມາ
ໄດ້ແປດເດືອນແລ້ວນັ້ນ ບວກກັບການລົງໂທດຕໍ່ການສົ່ງອອກນໍ້າມັນແລະຜະລິດຕະພັນ
ອື່ນໆຂອງຊີເຣຍ ໂດຍສະຫະລັດ ແລະສະຫະພາບຢູໂຣບນັ້ນນໍາ.
ພວກເຈົ້າໜ້າທີ່ຊາດອາຫຣັບສະເໜີໃຫ້ລົງໂທດຫລັງຈາກຊີເຣຍປະຕິເສດ ບໍ່ຮັບເອົາມື້ເສັ້ນ
ຕາຍຄືເມື່ອວັນສຸກຜ່ານມາ ສໍາລັບໃຫ້ຊີເຣຍອະນຸຍາດໃຫ້ພວກນັກສັງເກດການຂອງສັນ
ນິບາດເຂົ້າໄປໃນຊີເຣຍ ເພື່ອຕິດຕາມເບິ່ງ ການຕອບໂຕ້ຂອງລັດຖະບານຕໍ່ການລຸກຮືຂຶ້ນ
ນັ້ນ ແຕ່ກົງກັນຂ້າມ ຊີເຣຍ ກັບໄດ້ຮ້ອງຂໍໃຫ້ສັນນິບາດໃຫ້ຄວາມແຈ່ມແຈ້ງ ກ່ຽວກັບພາ
ລະກິດຂອງພວກນັກສັງເກດການ.
ພວກນັກເຄຶ່ອນໄຫວດ້ານສິດທິຊີເຣຍກ່າວວ່າ ກໍາລັງຮັກສາຄວາມປອດໄພ ຊີເຣຍ ໄດ້ສັງ
ຫານພົນລະເຮືອນຢ່າງໜ້ອຍ 27 ຄົນ ໃນການກວາດລ້າງເຂດສູນກາງປະທ້ວງແຫ່ງ
ຕ່າງໆເມື່ອວັນເສົາຜ່ານມາ ຊຶ່ງການເສຍຊີວິດສ່ວນຫລາຍແມ່ນຢູ່ໃນແຂວງ ໂຮມສ໌ ທາງ
ພາກກາງຂອງປະເທດ. ທາງອົງ ການຂ່າວລັດ SANA ຂອງຊີເຣຍ ກໍເວົ້າວ່າ ພວກກໍາລັງ
ຮັກສາຄວາມປອດໄພ 25 ຄົນ ຖືກນໍາໄປຝັງໃນວັນເສົາຜ່ານວານນີ້ ຫລັງຈາກຖືກຂ້າຕາຍ
ໂດຍພວກທີ່ເອີ້ນວ່າ ພວກກໍ່ການຮ້າຍປະກອບອາວຸດ ໃນເຂດຊົນນະ ບົດຂອງນະຄອນ
ຫລວງດາມັສກັສ ແລະເຂດແຂວງ ໂຮມສ໌ ແລະ Hana.