ພວກນັກເຄື່ອນໄຫວດ້ານສິດທິມະນຸດຊີເຣຍກຸ່ມນຶ່ງ ກ່າວວ່າ
ກໍາລັງຮັກສາຄວາມປອດໄພຊີເຣຍໄດ້ສັງຫານພວກປະທ້ວງ
26 ຄົນຢູ່ໃນເມືອງແລະໃນເຂດອ້ອມແອ້ມເມືອງ Daraa
ໃນພາກໃຕ້ຂອງປະເທດໃນວັນສຸກມື້ກ່ອນນີ້.
ອົງການຈັດຕັ້ງເພື່ອສິດທິມະນຸດແຫ່ງຊາດໃນຊີເຣຍກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນອາທິດມື້ນີ້ວ່າ ພວກເຈົ້າ
ໜ້າທີ່ຕໍາຫລວດແລະກໍາລັງຮັກສາຄວາມປອດໄພໄດ້ຍິງລູກ
ປືນແທ້ໆເພື່ອຂັບໄລ່ພວກປະທ້ວງຢ່າງສັນຕິໃຫ້ແຕກສະ
ຫລາຍໄປໃນພວກຫົວເມືອງແລະແຂວງຈໍານວນນຶ່ງຂອງຊີເຣຍ.
ພວກທີ່ເຫັນເຫດການກ່າວວ່າພວກກໍາລັງຮັກສາຄວາມປອດໄພຍິງປືນໃສ່ພວກໄວ້ທຸກທີ່ພາກັນໄປຮ່ວມໃນພິທີສົ່ງສະການຂອງພວກປະທ້ວງຈໍານວນນຶ່ງໃນຈໍານວນພວກປະທ້ວງຈໍານວນ 36 ຄົນທັງໝົດທີ່ເສຍຊີວິດໄປໃນຄວາມຮຸນແຮງທີ່ເກີດຂຶ້ນໃນວັນສຸກຜ່ານມານີ້.
ໃນແຫ່ງອື່ນໆອີກ ໃນວັນເສົາວານນີ້ ພວກທີ່ເຫັນເຫດການທີ່ເກີດຂຶ້ນໃນເມືອງທ່າກໍາປັ່ນ Latakia ກ່າວວ່າ ພວກກໍາລັງຮັກສາຄວາມປອດໄພໄດ້ຍິງປືນຂຶ້ນຫລາຍນັດເພື່ອຂັບໄລ່ພວກປະທ້ວງຕໍ່ຕ້ານລັດຖະບານຫລາຍຮ້ອຍຄົນໃຫ້ແຕກໜີໄປ.
ພວກນັກເຄື່ອນໄຫວເຫລົ່ານີ້ໄດ້ຮຽກຮ້ອງໃຫ້ມີການປະທ້ວງຫລາຍຂຶ້ນໃນວັນເສົາວານນີ້ ເຖິງແມ່ນລັດຖະບານໄດ້ອອກຄໍາເຕືອນຫ້າມການປະທ້ວງກໍຕາມ.
ສະຫະປະຊາຊາດແລະສະຫະພາບຢູໂຣບໄດ້ປະນາມການກໍ່ຄວາມຮຸນແຮງດັ່ງກ່າວ.