ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຍັງດໍາເນີນຕໍ່ໄປ ໃນຊີເຣຍ ແລະຍັງບໍ່ທັນມີ ການຖອນທະຫານເທື່ອ (ເບິ່ງວີດີໂອ)


ການໂຈມຕີທີ່ເມືອງ Homs, ຊີເຣຍ.
ວັນທີ 10 ເມສາ 2012.
ການໂຈມຕີທີ່ເມືອງ Homs, ຊີເຣຍ. ວັນທີ 10 ເມສາ 2012.

ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ທະຫານ​ໃນ 2 ຫົວ​ເມືອງ ​ແລະ​ບໍ່​ມີ​ການ​ຖອນ​ທະຫານ​ຂະໜາດ​ໃຫຍ່​ທີ່​ສຳຄັນ​ໃດໆ​ໃນ​ວັນອັງຄານ​ມື້​ນີ້ ຊຶ່ງ​ເປັນ​ມື້​ທີ່​ລັດຖະບານ​ຊີ​ເຣຍອ້າງ​ວ່າ ພວກ​ກໍາລັງ​ຂອງ​ຕົນໄດ້​ເລີ້ມ​ອອກ​ຈາກ​ບາງ​ຫົວ​ເມືອງ​ແລ້ວ ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງທີ່​ໄກ່ເກ່ຍ​ໂດຍ​ສະຫະ​ປະຊາ​ຊາດ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Syrian Observatory ທີ່​ມີ​ຫ້ອງການ​ປະຕິບັດ​ງານ​ຢູ່​ໃນ​ກຸງ​ລອນ​ດອນ ກ່າວ​ວ່າ ກໍາລັງ​ຂອງ​ຝ່າຍ​ລັດຖະບານ​ໄດ້​ຍິງປືນ​ໃຫຍ່​ໃສ່​ເມືອງ​ຮາ​ມາ ​ໃນ​ພາກ​ກາງຂອງ​ປະ​ເທດ​ ແລະ​ໃສ່​ເມືອງ Mareh ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ໃນ​ຂະນະ​ດຽວ​ກັນ​ກໍ​ໄດ້​ມີ​ການ​ຍິງ​ປືນ​ຄົກ​ໃສ່​ເມືອງ Homs ນັ້ນ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ ຍັງ​ເວົ້າ​ເຊ່ນ​ກັນ​ວ່າ ພວກ​ກະບົດ​ໄດ້​ສັງຫານ​ພວກ​ທະຫານ 6 ຄົນ​ໃນ​ການ​ໂຈມ​ຕີ​ທີ່​ດ່ານ​ກວດກາ 2 ​ແຫ່ງ​ໃກ້ໆ​ກັບ​ເມືອງ Marqada ​ໃນ​ທະ​ເລ​ຊາຍ​ທີ່​ຢູ່​ສອກຫຼີກ​ຫ່າງ​ໄກທາງ​ໃຕ້​ຂອງ​ຊາຍ​ແດນ​ເທີ​ກີ​ນັ້ນ.

ທີ່​ກຸງ​ມອສກູ ທ່ານ Walid al-Moallem ລັດຖະມົນຕີ​ຕ່າງປະ​ເທດ​ຊີເຣຍ ກ່າວ​ວ່າ ກຸງ​ດາ​ມັສກັສ​ໄດ້​ເລີ້ມ​ປະຕິບັດ​ຕາມ​ແຜນການ​ເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງ​ຂອງ​ທ່ານ​ໂກ​ຟີ​ອັນ​ນັນ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ ແລະ​ສັນ​ນີບາດ​ອາຣັບນັ້ນ ​ແຕ່​ປາກົດ​ວ່າ ທ່ານ​ໄດ້​ຍົກ​ເລື້ອງ​ຄໍາ​ຂໍ​ຮ້ອງ​ໃໝ່​ຂຶ້ນ​ມາ ​ໂດຍ​ກ່າວ​ວ່າ ການ​ຢຸດ​ຍິງ​ຈະ​ຕ້ອງ​ເລີ້ມ​ຂຶ້ນ​ໄປ​ພ້ອມໆ​ກັນກັບ​ການ​ສົ່ງ​ຄະນະ​ຜູ້​ສັງ​ເກດ​ການ​ນາໆ​ຊາດ​ໄປ​ຍັງ​ຊິ​ເຣຍນັ້ນ.

ສ່ວນທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ຊຶ່ງ​ເປັນ​ຄູ່​ຕຳ​ແໜ່​ງ ຂອງ​ທ່ານ Moallem ກ່າວ​ວ່າ ລັດຖະບານ​ຊີ​ເຣຍ ຄວນ​ຈະ​ໄດ້​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ມາ​ກ່ອນ ໃນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນ ການ​ສັນຕິພາບ​ນັ້ນ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກກໍາລັງ​ຝ່າຍ​ຄ້ານ​ຢຸດ​ຄວາມ​ຮຸນ​ແຮງ​ເຊ່ນ​ກັນ. ຣັດ​ເຊຍ ໄດ້​ເປັນ​ນຶ່ງ​ໃນ​ບັນດາມະຫາອໍານາດຈຳ ນວນ​ບໍ່​ເທົ່າ​ໃດ​ປະ​ເທດ​ຂອງໂລກທີ່​ໄດ້ສະ​ເໜີໃຫ້​ຄວາມ​ສະໜັບສະໜຸນ​ບາງ​ຢ່າງ​ແກ່​ທ່ານ​ອັສສັສ ​ໃນ​ການ​ປະ​ເຊີນ​ໜ້າ​ກັນ​ຢ່າງ​ນອງ​ເລືອດ​ກັບ​ພວກ​ປະ​ທ້ວງນັ້ນ.

ໃນ​ຂະນະ​ດຽວ​ກັນ ທ່ານ​ອັນ​ນັນ​ເດີນທາງ​ໄປ​ຮອດ​ເທີ​ກີ​ແລ້ວ ​ແລະ​ກໍາລັງ ເດີນທາງ​ໄປ​ຍັງ​ເຂດ​ຊາຍ​ແດນ​ຕິດ​ກັບ​ຊີ​ເຣຍບ່ອນ​ທີ່ທ່ານ​ຈະ​ທໍາ​ການຢ້ຽມຢາມ​ຄ້າຍ​ອົບ​ພະຍົບ​ແຫ່ງ​ນຶ່ງ ​ທີ່ຢູ່​ພາຍ​ໃຕ້​ຄວາມ​ອຸບປະຖໍາ​ຂອງ​ເທີ​ກີບ່ອນ
ທີ່ກໍາລັງ​ຂອງ​ຊີ​ເຣຍ ​ຍິງຂ້າມ​ຊາຍ​ແດນ​ເຂົ້າ​ມາ​ໃສ່ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບ​ບາດ​ເຈັບ 6 ຄົນ​ ຮວມທັງ​ຄົນ​ເທີ​ກີ 2 ຄົນ​ໃນ​ວັນ​ຈັນ​ວານ​ນີ້. ລາຍ​ງານ​ຂ່າວ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ ກ່າວ​ວ່າ ປະຊາຊົນ 2 ຄົນ​ເສຍ​ຊີວິດ​ໄປເຊ່ນ​ກັນ.

ພວກ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ອັສສັສ ​ໄດ້ຍິງປືນຂ້າມ​ຊາຍ​ແດນທີ່​ມີຄວາມ​ເຄັ່ງ​ຕຶງເຂົ້າ​ໄປ​ໃນ​ເລ​ບາ​ນອນເຊ່ນ​ກັນ​ໃນ​ມື້​ດຽວ​ກັນ​ເຮັດ​ໃຫ້​ນັກ​ຖ່າຍ​ໂທລະພາບ​ຄົນ​ນຶ່ງ​ເສຍ​ຊີວິດ.

XS
SM
MD
LG