ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຊີເຣຍເຕືອນນາໆຊາດ ບໍ່ໃຫ້ຮັບຮູ້ຝ່າຍຄ້ານ


ຊີເຣຍເຕືອນນາໆຊາດ ບໍ່ໃຫ້ຮັບຮູ້ຝ່າຍຄ້ານ
ຊີເຣຍເຕືອນນາໆຊາດ ບໍ່ໃຫ້ຮັບຮູ້ຝ່າຍຄ້ານ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຊີ​ເຣຍ ​ໄດ້​ກ່າວເຕືອນ​ຕໍ່​ປະຊາ​ຄົມນາໆ​ຊາດ ກ່ຽວ​ກັບ
ການ​ຮັບ​ຮູ້ສະພາ​ປົກຄອງ​ຂອງຝ່າຍ​ຄ້ານ ທີ່​ຫາ​ກໍ​ຕັ້ງ​ຂຶ້ນ​ມາ​ໃໝ່ໆ​ນັ້ນ.

ທ່ານ Walid al-Moallem ກ່າວ​ໃນວັນ​ອາທິດ​ມື້​ນີ້​ວ່າ ດາ​ມັສກັສຈະ​ເອົາ “ມາດຕາ​ການ
ຢ່າງ​ແຂງ​ແຮງ” ຕໍ່​ປະ​ເທດ​ໃດ​ກໍ​ຕາມ​ທີ່​ຮັບ​ຮູ້ສະພາ​ແຫ່ງ​ຊາດ​ຊີ​ເຣຍ ຫລື Syrian National
Council ນັ້ນ ​ແລະ​ວ່າ ຝ່າຍ​ຄ້ານ​ແມ່ນ​ພວກ​ທີ່ “ບໍ່​ຖືກຕ້ອງ​ຕາມ​ກົດໝາຍ”

ພວກ​ຜູ້ນໍາຝ່າຍ​ຄ້ານ​ຂອງ​ຊີ​ເຣຍຫລາຍ​ສິບ​ຄົນ​ໄດ້​ພົບ​ປະກັນ ຢູ່​ນະ​ຄອນຫລວງ​ສະ​ຕອ໊ກ
ໂຮມຂອງ​ປະ​ເທດ​ສະ​ວີ​ເດັນ ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປຶກສາ ຫາລື​ກັນ​ເລື່ອງ​ຍຸ​ທະ​ສາດ​ໃນ
ການ​ສົ່ງ​ເສີມ​ການ​ປະຕິ​ຮູບ​ໃຫ້​ກ້າວໜ້າ​ໄປ.

ໃນ​ຂະນະ​ດຽວ​ກັນ ກໍາລັງຮັກສາຄວາມປອດໄພຊີເຣຍ ໄດ້ລະດົມຍິງປືນໃສ່ພວກໄວ້ອາໄລ
ທີ່​ໄປຮ່ວມ​ໃນພິທີສົ່ງສະການຜູ້ນໍາຝ່າຍຄ້ານຊາວເຄີດ ທີ່ມີຊື່ສຽງຄົນນຶ່ງ ຍັງຜົນໃຫ້ມີຜູ້ເສຍ
ຊີວິດ 5 ຄົນ.

ພວກເຫັນເຫດການກ່າວວ່າ ການລະດົມຍິງສັງຫານດັ່ງກ່າວ ​ໄດ້ເກີດຂຶ້ນເມື່ອວັນເສົາວານ
ນີ້ ທີ່ເມືອງ Qamishli ບ່ອນທີ່ປະຊາຊົນປະມານ 50,000 ຄົນ ໄດ້​ໄປເຕົ້າໂຮມກັນເພື່ອ
ໄວ້ອາໄລບັ້ນສຸດທ້າຍ ​ແກ່ທ່ານ Mashaal Tammo ຊຶ່ງເປັນສະມາຊິກກໍ່ຕັ້ງຜູ້ນຶ່ງຂອງພັກ
ການເມືອງ Kurdish Future Party ແລະເປັນສະມາຊິກຄົນນຶ່ງຂອງ ສະພາແຫ່ງຊາດຊີ​
ເຣຍ ທີ່ຫາ​ກໍຈັດຕັ້ງຂຶ້ນ​ມາໃໝ່ນັ້ນ. ມືປືນກຸ່ມ​ນຶ່ງທີ່ບໍ່ຮູ້ວ່າ​ແມ່ນ​ຝ່າຍ​ໃດ ໄດ້ສັງຫານ ທ່ານ
ແທັມ​ໂມ ທີ່ບ້ານພັກຂອງທ່ານເມື່ອວັນສຸກຜ່ານມານີ້.

ພິທີສົ່ງສະການທ່ານ ແທມໂມ ໄດ້ກາຍເປັນການຊຸມນຸມປະທ້ວງຂອງ​ມະຫາຊົນ ຕໍ່ຕ້ານ
ປະທານາທິບໍດີ Bashar al-Assad ​ຊຶ່ງພວກໄວ້ອາ ໄລ ພາກັນຮຽກຮ້ອງທວງໃຫ້ລັດ
ຖະບານຂອງທ່ານອາຊາດ ລາອອກ ໂດຍຮ້ອງໂຮວ່າ ໜີ​ໄປ ໜີ​ໄປ ​ແລະໄດ້ພາກັນທຸບທໍາ
ລາຍອະນຸສາວະລີ ຂອງພໍ່ຂອງທ່ານອາຊາດ ມື້ລາງອະດີດປະທານາທິບໍດີ ທ່ານ Hafez
al-Assad.

ພວກນັກເຄື່ອນໄຫວກ່າວວ່າ ນອກນີ້ແລ້ວ ພວກປະທ້ວງຕໍ່ຕ້ານລັດຖະ ບານຍັງໄດ້ໂຮມ ຊຸມນຸມກັນຢູ່ຕາມຫົວເມືອງອື່ນໆ ອີກຫລາຍແຫ່ງເຊັ່ນກັນ.

XS
SM
MD
LG