ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

23 ຄົນ ເສຍຊີວິດ ໃນຄວາມຮຸນແຮງ ທີ່ຊີເຣຍ (ເບິ່ງສະໄລດ໌)


ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ ​ເຮັດ​ໃຫ້​ມີປະຊາຊົນ​ເສຍ​ຊີວິດຢ່າງ​ໜ້ອຍ 23 ຄົນ.

ອົງການ​ປົກ​ປ້ອງ​ສິດທິ​ມະນຸດ Observatory for Human Rights ຊີ​ເຣຍທີ່ມີ​ສຳນັກງານ​ຢູ່​ອັງກິດກ່າວ​ວ່າ ການ​ປະ​ທະ​ກັນ​ຫຼາຍ​ບັ້ນ​ໃນ​ວັນ​ອັງຄານ​ມື້​ນີ້ລະຫວ່າງ​ພວກ​ທະຫານ​ຝ່າຍ​ລັດຖະບານ​ແລະ​ພວກ​ນັກ​ຕໍ່ສູ້​ຝ່າ​ຍກະບົດ ໃນ​ແຂວງ Deir Ezzor ​ໄດ້​ສັງຫານ​ທະຫານ 12 ຄົນ. ນອກ​ນັ້ນພົນລະ​ເຮືອນ​ອີກຄົນ​ນຶ່ງ​ກໍ​ໄດ້​ເສຍ​ຊີວິດ​ເຊ່ນ​ກັນ​ໃນ​ການ​ສູ້​ລົບ​ກັນ​ທີ່​ວ່າ​ນີ້.

ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ຖິ້ມ​ລະ​ເບີດໃນ​ແຂວງ Idlib ​ໄດ້​ສັງຫານ​ປະຊາຊົນ 10 ຄົນ ຮວມທັງສະມາຊິກ 9 ຄົນ​ຈາກ​ຄອບດຽວ​ກັນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Syrian Observatory for Human Rights ກ່າວ​ວ່າ ຢ່າງ​ນ້ອຍ 2 ຄົນ​ໃນ​ຈໍານວນ​ພວກ​ທີ່​ເສຍ​ຊີວິດ​ໄປໃນ​ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກໃນ​ວັນ​ອັງຄານ​ມື້​ນີ້ ​ແມ່ນ​ເດັກນ້ອຍ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ ​ຖິ້ມ​ໂທດໃສ່​ພວກກໍາລັງ​ຂອງ​ຊີ​ເຣຍ ​ໃນການ​ໂຈມ​ຕີ​ຕໍ່​ພວກ​ພົນລະ​ເຮືອນ​ເຫຼົ່າ​ນີ້.

ຂ່າວ​ການ​ໂຈມ​ຕີ​ນີ້​ມີ​ຂຶ້ນ 1 ມື້​ຫຼັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ການ​ໂຈມ​ຕີ 2 ບັ້ນ​ ໃກ້ໆ​ກັບຕຶກ​ອາຄານ​ຫ້ອງການຮັກສາ​ຄວາມ​ສະຫງົບ​ໃນ​ເມືອງ​ Idlib​ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 20 ຄົນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ເມືອງ Idlib ນັ້ນ​ແມ່ນແນ​ເປົ້າ​ໝາຍ​ໃສ່​ພວກ​ຫ້ອງການ​ສືບ​ລັບ​ທີ່​ໃຊ້​ໂດຍ​ກອງທັບ​ບົກ​ແລະກອງທັບ​ອາກາດ​ຂອງ​ຊີ​ເຣຍ. ອົງການ​ຂ່າວ​ແຫ່ງ​ລັດ​ຊີ​ເຣຍ ກ່າວ​ວ່າ ພວກ​ວາງ​ລະ​ເບີດ​ສະລະ​ຊີບ​ຈໍານວນ​ນຶ່ງ​ໄດ້​ຈູດ​ກະນວນ​ວັດຖຸ​ລະ​ເບີດ ​ໃຫ້​ແຕກ​ຂຶ້ນ. ອົງກາ​ນຂ່າວ​ດັ່ງກ່າວໄດ້​ແຈ້ງຈໍານວນ​ຜູ້​ເສຍ​ຊີວິດ​ທີ່​ຕໍ່າ​ກວ່າ ຄືຢ່າງ​ໜ້ອຍ 9 ຄົນ ​ແລະ​ປະຊາຊົນ​ຕື່ມ​ອີກ 100 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຈຳນວນ​ພວກທີ່ບາດ​ເຈັບ​ແລະ​ເສຍ​ຊີວິດ​ນີ້ຍັງ​ບໍ່ທັນ​ໄດ້​ຮັບ​ການ​ຢືນຢັນ​ຈາກແຫຼ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ເທື່ອ.

ພວກ​ທະຫານ​ສະຫະ​ປະຊາ​ຊາດ​ທີ່​ບໍ່​ຕິດ​ອາວຸດ​ທີ​ມ​ນ້ອຍໆຈຳນວນ​ນຶ່ງ ​ໄດ້​ເລີ້ມປະຕິບັດ​ງານ​ໃນ​ຊີ​ເຣຍ​ໃນ​ຕົ້ນ​ເດືອນ​ແລ້ວນີ້ ​ເພື່ອ​ສັງ​ເກດ​ການ​ເບິ່ງ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ຍັງ​ບໍ່ມີ​ຄວາມ​ໝັ້ນຄົງ​ເທື່ອ​ໃນ​ບັນຫາ​ຂັດ​ແຍ່ງ​ໃນ​ຊີ​ເຣຍ ຊຶ່ງ​ໄດ້ດໍາ​ເນີນ​ມາ​ດົນ​ກວ່າ​ນຶ່ງ​ປີປາຍ​ແລ້ວ​ນັ້ນ.

XS
SM
MD
LG