ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດຮຽກຮ້ອງໃຫ້ ທໍາຄວາມກົດດັນ ຫລາຍຂຶ້ນຕໍ່ຊີເຣຍ


ພວກຊາວເມືອງຮາມາ ພາກັນຈັບທຸງຊາດອັນຍາວໆ ຂະນະທີ່ໂຮມຊຸມນຸມປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ເມື່ອວັນທີ 29 ກໍລະກົດ.
ພວກຊາວເມືອງຮາມາ ພາກັນຈັບທຸງຊາດອັນຍາວໆ ຂະນະທີ່ໂຮມຊຸມນຸມປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ເມື່ອວັນທີ 29 ກໍລະກົດ.

ອັງກິດ​ໄດ້​ຮຽກຮ້ອງ​ໃຫ້​ນາໆຊາດ​ທໍາ​ຄວາມ​ກົດ​ດັນ​ແຂງ​ແຮງ​ຂຶ້ນຕໍ່​ຊີ​ເຣຍ ຫລັງ​ຈາກຊາວ​ເມືອງ
​ແລະພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ
ໄດ້​ທໍາ​ການ​ໂຈມ​ຕີເມືອງ Hama ​ໃນ​ພາກ​ກາງຂອງ​ປະ​ເທດ​ ເປັນ​ມື້​ທີ​ສອງ​.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຝູງ​ລົດ​ຖັງ​ຂອງ​ຊີ​ເຣຍ​ໄດ້​ລະດົມ​ຍິງ​ໃສ່​ເມືອງຮາມາ​ອີກ​ໃນວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ທີ່​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 80 ຄົນໃນ​ເມືອງດັ່ງກ່າວ ​ໃນ​ມື້​ວານ​ນີ້.

ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຄວນ​ຈະ
ມີ​ການ​ລົງ​ໂທດ​ທີ່​ເ​ເຂ​ງ​ແຮງ​ຂຶ້ນ​ຕໍ່​ລັດຖະບານ​ຂອງ ປະທານາທິບໍດີ Bashar al-Assad
ແຫ່ງ​ຊີ​ເຣຍນັ້ນ ​ແຕ່​ນັກ​ການ​ທູດ​ສູງ​ສຸດ​ຂອງ​ອັງກິດ​ທ່ານນີ້​ ກໍ​ກ່າວເຊ່ນ​ກັນວ່າ ການ​ແຊກ
ແຊງ​ທາງດ້ານ​ທະຫານ​ຂອງ​ນາໆຊາດ​ ກໍບໍ່​ແມ່ນ​ຄວາມ​ເປັນ​ໄປໄດ້ທີ່​ຫ່າງ​ໄກ.

ທ່ານ Hague ກ່າວ​ວ່າ ບັນດາ​ປະ​ເທດ​ອາຫຣັບ ຮວມທັງເທີກີ​ນໍາກໍຈະ​ຕ້ອງ​ຮ່ວມ​ຢູ່​ໃນ
ພວກ​ປະ​ເທດ​ທີ່​ຈະ​ທໍາ​ຄວາມ​ກົດ​ດັນ​ຕໍ່ຊີ​ເຣຍນັ້ນ.

ສະຫະລັດ ສະຫະ​ປະຊາ​ຊາດ​ແລະ​ສະຫະພາບ​ຢູ​ໂຣບທັງ​ໝົດ​ໄດ້​ພາກັນ​ປະນາມ​ຄວາ​ມ
ຮຸນ​ແຮງທີ່ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ ໃຊ້​ກັບ​ພວກ​ພົນລະ​ເຮືອນ​ນັ້ນ.

ຊາວເມືອງຮາມາ ທີ່ໄດ້ຮັບບາດເຈັບ ຈາກການໂຈມຕີ ຂອງພວກທະຫານ, ວັນທີ 31 ກໍລະກົດ 2011.
ຊາວເມືອງຮາມາ ທີ່ໄດ້ຮັບບາດເຈັບ ຈາກການໂຈມຕີ ຂອງພວກທະຫານ, ວັນທີ 31 ກໍລະກົດ 2011.

ຣັດ​ເຊຍ​ກ່າວ​ໃນ​ມື້​ນີ້​ວ່າ ຕົນ​ມີ​ຄວາມ​ເປັນ
ຫ່ວງ​ນໍາ​ລາຍ​ງານ​ຂ່າວ​ທີ່​ວ່າ ມີ​ຜູ້​ບາດ​ເຈັບ
ລົ້ມ​ຕາຍ​ເປັນ​ຈໍານວນ​ຫລາຍ​ນັ້ນແລະ​ຮຽກ
ຮ້ອງ​ໃຫ້​ຍຸດຕິການກໍ່​ຄວາມ​ຮຸນ​ແຮງ ຕໍ່​ທັງ
ຝ່າຍພົນລະ​ເຮືອນ​ແລະ​ຝ່າຍລັດຖະບານ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະ
ລັດ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ມີ​
ຄວາມຕົກ​ໃຈ​ນໍາ​ການ​ໃຊ້ຄວາມ​ຮຸນ​ແຮງ​
ຂອງຊີ​ເຣຍຕໍ່ປະຊາຊົນ​ຂອງ​ຕົນ​ນັ້ນ ​ແລະ
ວ່າ​ລາຍ​ງານ​ຂ່າວ​ທ່ີ​ໜ້າ​ຢ້ານ​ກົວ​ຕ່າງໆ
ສະ​ແດງໃຫ້​ເຫັນເຖິງ “ທາດ​ແທ້”​ ຂອງ​ລັດ
ຖະບານຂອງ​ປະທານາທິບໍດີ Bashar al-Assad.

ມັນ​ເປັນ​ການ​ຍາກ​ທີ່ຈະ​ພິສູດ​ຄວາມ​ຈິງກ່ຽວ​ກັບລາຍ​ງານ ​ຂ່າວ​ກ່ຽວ​ກັບ​ຄວາມ​ວຸ້ນວາຍ
ໃນ​ຊີ​ເຣຍ ​ເພາະວ່າ ລັດຖະບານ​ໄດ້​ກີດ​ຫ້າມ​ພວກ​ສື່​ມວນ​ຊົນ​ຕ່າງປະ​ເທດ​ເກືອບ​ທັງ​ໝົດ
ບໍ່​ໃຫ້​ລາຍ​ງານ​ແລະ​ເດີນທາງ​ເຂົ້າໄປ​ໃນ​ປະ​ເທດ​ໄດ້​ຢ່າງ​ເສລີ​. ບາງ​ຄົນ​ກະ​ປະມານ​ວ່າ​ ມີ
ປະຊາຊົນ​ຈໍານວນ​ຫລາຍ​ເຖິງ 140 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ໃນ​ວັນ​
ອາທິດ​ວານ​ນີ້ ​ເວລາ​ພວກ​ທະຫານ​ຊີ​ເຣຍທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລົດ​ຖັງ​ ລະດົມຍິງ​
ປືນ​ໃສ່​ປະຊາຊົນ​ຂອງ​ຕົນ​ນັ້ນ.

ອີ​ຕາ​ລີ​ແລະ​ເຢຍຣະມັນ ຮຽກຮ້ອງ​ໃຫ້​ມີ​ການ​ພົບ​ປະ​ດ່ວນ​ຂອງ​ສະພາຄວາມ​ໜັ້ນຄົງ​ສະ
ຫະ​ປະຊາ​ຊາດ​ເພື່ອ​ທົບ​ທວນ​ເບິ່ງ​ສະຖານະ​ການ​ໃນ​ຊີ​ເຣຍນັ້ນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ ກໍຮຽກຮ້ອງ​ໃຫ້​ລັດຖະບານຊີ​ເຣຍຢຸດ​ການ​ໃຊ້​ກໍາລັງ​ຕໍ່​ພວກ​ປະຊາຊົນ​ຂອງ​ຕົນ​ເອງໂດຍ​ທັນທີ ​ແລະ​ໃຫ້​ເຄົາລົບ​ນັບຖື​ສິດທິ​ມະນຸດ​ຂອງ​ເຂົາ​ເຈົ້າ.

XS
SM
MD
LG