ກໍາລັງທະຫານຂອງຊີເຣຍສືບຕໍ່ກວາດລ້າງທົ່ວປະເທດໃນວັນເສົາວານນີ້ ທີ່ມີລາຍງານວ່າ ມີຜູ້ເສຍຊີວິດເພີ່ມຂຶ້ນອີກຢ່າງໜ້ອຍຫ້າຄົນ.
ການກວາດລ້າງຢ່າງນອງເລືອດດັ່ງກ່າວ ມີຂຶ້ນໃນຂະນະທີ່ຄະນະກໍາມະການສາກົນຂອງ
ສະພາກາແດງ ມີກໍານົດທີ່ຈະພົບປະກັບປະທານາທິບໍດີ Bashar al-Assad ທີ່ນະຄອນ
ຫລວງດາມັສກັສ ໃນຕອນແລງວັນເສົາວານນີ້ ແລະພ້ອມກັບການຫ້າມຊື້ນໍ້າມັນຈາກຊີເຣຍ ຂອງສະຫະພາບຢຸໂຣບ ເລີ່ມມີຜົນບັງຄັບໃຊ້ແລ້ວນັ້ນ.
ນອກນີ້ແລ້ວ ຄະນະລັດຖະມົນຕີຂອງສະຫະພາບຢຸໂຣບ ຍັງຕັກເຕືອນອີກວ່າ ພວກເຂົາ ເຈົ້າຈະພິຈາລະນາເອົາບາດກ້າວຕ້ານຊີເຣຍ ເພີ່ມຕື່ມອີກ.
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຂອງຣັດເຊຍ ໄດ້ປະນາມການຕັດສິນໃຈ ຂອງສະຫະພາບຢຸໂຣບ ແລະກ່າວວ່າ ການລົງໂທດແຕ່ຝ່າຍດຽວ ຈະບໍ່ມີປະໂຫຍດຫຍັງ ແລະພຽງແຕ່ທໍາລາຍຄວາມເປັນພາຄີກັນຫລາຍກວ່າ. ແນວໃນກໍດີ ສະຫະລັດກ່າວວ່າ
ການຫ້າມດັ່ງກ່າວນັ້ນ ແມ່ນໄດ້ສົ່ງຂໍ້ຄວາມອັນເຂັ້ມແຂງໜັກແໜ້ນ ໄປຍັງລັດຖະບານຂອງ ປະທານາທິບໍດີ Assad ເພື່ອໃຫ້ຍຸຕິຄວາມຮຸນແຮງນັ້ນ.
ພວກນັກເຄື່ອນໄຫວຊາວຊີເຣຍກ່າວວ່າ ເມື່ອວັນເສົາວານນີ້ ກໍາລັງຮັກສາຄວາມປອດໄພ
ໄດ້ອອກຕາມລ່າຕົວທ່ານ Adnan Bakkour ລັດຖະມົນຕີກະຊວງຍຸຕິທໍາຂອງຊີເຣຍ ຜູ້ທີ່
ໄດ້ກ່າວອອກມາທາງວີດີໂອ ເມື່ອວັນພຸດຜ່ານມານີ້ວ່າ ທ່ານຈະລາອອກຈາກຕໍາແໜ່ງເພື່ອ ປະທ້ວງການກວາດລ້າງຂອງລັດຖະບານ. ແຕ່ລັດຖະບານຊີເຣຍກ່າວວ່າ ທ່ານ Bakkour
ຖືກລັກພາຕົວໄປ ແລະໄດ້ອອກຄໍາຖະແຫລງດັ່ງກ່າວ ຍ້ອນຖືກບັງຄັບ.
ອີງຕາມຜູ້ເຫັນເຫດການທັງຫລາຍນັ້ນ ລົດຖັງຂອງຝ່າຍລັດຖະບານຍັງໄດ້ເຄື່ອນໄປໃນເມືອງ
Telkalakn ທີ່ຢູ່ໃກ້ຊາຍແດນປະເທດເລບານອນ ໃນຂະນະທີ່ພວກໄວ້ອາໄລໃນເມືອງ
Douma ເຂດຊານເມືອງຫລວງດາມັສກັສ ພາກັນຮ້ອງໂຮຄໍາຂວັນປະນາມການສັງຫານຜູ້ປະ
ທ້ວງໜຸ່ມຄົນນຶ່ງ ເມື່ອວັນສຸກຜ່ານມານີ້.