ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດິຊີເຣຍ ປະເຊີນກັບ ການກົດດັນ ຈາກທົ່ວໂລກ


ລັດຖະມົນຕີການຕ່າງປະເທດສະຫະລັດ Hillary Rodham Clinton ຖະແຫລງກ່ຽວກັບຊີເຣຍ ທີ່ກະຊວງການຕ່າງປະເທດ, ວັນທີ 18 ສິງຫາ 2011, (AP Photo/Luis M. Alvarez)
ລັດຖະມົນຕີການຕ່າງປະເທດສະຫະລັດ Hillary Rodham Clinton ຖະແຫລງກ່ຽວກັບຊີເຣຍ ທີ່ກະຊວງການຕ່າງປະເທດ, ວັນທີ 18 ສິງຫາ 2011, (AP Photo/Luis M. Alvarez)

ທ່ານ Bashar al-Assad ປະທານາທິບໍດີຊີເຣຍ ມີກໍານົດຈະປາກົດຕົວທາງທີວີ ​ໃນວັນ
ອາທິດມື້ນີ້ ທ່າມກາງຄວາມກົດດັນຈາກ​ທົ່ວໂລກ ເພື່ອຍຸຕິການກວາດລ້າງພວກປະທ້ວງນັ້ນ.

ຜູ້ນໍາຊີເຣຍໄດ້ຜັກດັນຕໍ່ໄປຢ່າງບໍ່ລົດລະ ​ໃນ​ການກວາດວ້າງພວກປະທ້ວງ ເຖິງແມ່ນໄດ້ໃຫ້ ການຮັບປະກັນແກ່ຫົວໜ້າອົງການສະຫະປະຊາຊາດວ່າ ການປະຕິບັດການທາງທະຫານ
ຂອງຕົນ ໄດ້ຍຸຕິລົງແລ້ວກໍ​ຕາມ.

ສະຫະລັດ ສະຫະພາບຢຸໂຣບ ແລະພວກປະເທດມະຫາອໍານາດຂົງເຂດຕາເວັນຕົກອື່ນໆ ອີກຫລາຍປະເທດ ຕ່າງກໍໄດ້ກ່າວວ່າ ທ່ານອາຊາດ ຈະ​ຕ້ອງອອກຈາກຕໍາແໜ່ງ​ໄປ.

ກໍາລັງຮັກສາຄວາມປອດໄພຂອງຊີເຣຍ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 2 ຄົນ​ ໃນແຂວງ Homs ທາງພາກກາງຂອງປະເທດ ໃນວັນເສົາວານນີ້ ມື້ນຶ່ງຫລັງຈາກກໍາລັງຮັກສາຄວາມ ປອດໄພຊີເຣຍໄດ້ສັງຫານປະຊາຊົນ ຢ່າງໜ້ອຍ 34 ຄົນ ຢູ່ໃນທົ່ວປະເທດ.

XS
SM
MD
LG