ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍສືບຕໍ່ທຳການປາບປາມ ລ່ວງໜ້າການປະທ້ວງ ປະຈໍາວັນສຸກ ຂອງມະຫາຊົນ


ຮູບຈາກ YouTube ສະແດງໃຫເຫັນການເດີນຂະບວນປະທວງຂອງປະຊາຊົນຊີເຣຍ ທເມືອງ Latakia, ວັນທີ 12 ສິງຫາ 2011.
ຮູບຈາກ YouTube ສະແດງໃຫເຫັນການເດີນຂະບວນປະທວງຂອງປະຊາຊົນຊີເຣຍ ທເມືອງ Latakia, ວັນທີ 12 ສິງຫາ 2011.

ກໍາລັງທະຫານຂອງຊີເຣຍ ໄດ້ເປີດສາກລະດົມຍິງປືນໃສ່ພວກປະທ້ວງຝ່າຍຄ້ານໃນເມືອງ Deir el-Zour ທາງພາກຕາເວັນອອກຂອງປະເທດ ທີ່ຕົກຢູ່ພາຍໃຕ້ການປິດ​ລ້ອມຂອງ ກໍາລັງລັດຖະບານ ມາໄດ້ຫລາຍມື້ແລ້ວນັ້ນ.

ພວກນັກເຄຶ່ອນໄຫວ ແລະຜູ້ເຫັນເຫດການ ກ່າວວ່າ ກໍາລັງທະຫານຊີເຣຍເລີ່ມລະດົມຍິງ ປືນດ້ວຍ​ລູກ​ກະສຸນແທ້ ໃສ່ພວກປະທ້ວງຢູ່ນອກໂບດອິສລາມຢ່າງໜ້ອຍແຫ່ງນຶ່ງ ໃນຕົວ ເມືອງດັ່ງກ່າວ ຫລັງຈາກພິທີສວດມົນທາງສາສະໜາ​ໃນ​ວັນ​ສຸກ​ມື້ນີ້ ແຕ່ຍັງບໍ່ຊາບ​ໃນທັນທີ
ນີ້​ເທື່ອວ່າ ມີຜູ້ໃດບາດເຈັບ ເສຍຊີວິດ ຫລືບໍ່

ກ່ອນ​ໜ້າ​ນັ້ນ​ໃນວັນສຸກມື້ນີ້ ກໍາລັງຮັກສາຄວາມປອດໄພໄດ້ເລີ່ມທໍາ​ການປາບ​ປາ​ມລ່ວງ​ໜ້າ ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂອງມະຫາຊົນ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ອີກຕາມ​ປົກກະຕິໃນ​ມື້​ວັນ​ສຸກ​
ນັ້ນ. ກຸ່ມສິດທິແລະພວກນັກເຄຶ່ອນໄຫວ ກ່າວວ່າ ແມ່ຍິງຄົນນຶ່ງຖືກຂ້າຕາຍ ຫລັງຈາກລົດ
ຖັງແລະພວກທະຫານ ທໍາການໂຈມຕີທີ່ເມືອງ Khan Sheikhon ແຂວງ Idlib ທາງ
ພາກເໜືອຂອງປະເທດ.

ຢ່າງໜ້ອຍມີ 16 ຄົນທີ່ຖືກຂ້າຕາຍ​ໃນທົ່ວຊີເຣຍ ໃນວັນພະຫັດວານນີ້ ໃນຂະນະທີ່ລັດຖະ ບານທໍາການກວາດລ້າງຢ່າງກວ້າງຂວາງອອກໄປຕື່ມອີກ ເຖິງແມ່ນຈະມີການປະນາມ ຈາກນາໆຊາດ​ເພີ່ມ​ຂຶ້ນ ຕໍ່ການໃຊ້ຄວາມຮຸນແຮງຕໍ່ຕ້ານປາບປາມພວກປະທ້ວງຂອງປະທາ ນາທິບໍດີຊີເຣຍ ທ່ານ Bashar al-Assad ນັ້ນກໍ​ຕາມ

ນອກນີ້ແລ້ວ ໃນວັນພະຫັດວານນີ້ ໃນການໃຫ້ສໍາພາດ​ແກ່​ໂທລະພາບຂ່າວ CBS ນັ້ນ ທ່ານນາງລັດຖະມົນຕີຄລິນຕັນ ລັດຖະມົນຕີ​ການ​ຕ່າງ ປະ​ເທດ​ສະຫະລັດ ໄດ້ຮຽກຮ້ອງ
ໃຫ້ຢຸໂຣບ ແລະຈີນ ນໍາໃຊ້ການລົງໂທດຕື່ມ​ອີກ ຕໍ່ອຸດສາຫະກໍານໍ້າມັນແລະແກສທໍາມະ ຊາດຂອງຊີເຣຍ.

ເມື່ອທ່ານນາງຖືກນັກຂ່າວຖາມວ່າ ດ້ວຍເຫດໃດສະຫະລັດຈຶ່ງບໍ່ໄດ້ຮຽກຮ້ອງໃຫ້ປະທາ
ນາທິບໍດີຊີ​ເຣຍລາອອກຈາກຕໍາແໜ່ງ ທ່ານນາງຄລິນຕັນ ຕອບວ່າ ມັນເປັນການສໍາຄັນ
ທີ່ວ່າ ສຽງຂອງອະເມຣິກາບໍ່ເປັນພຽງສຽງດຽວເທົ່ານັ້ນ ທີ່ຮຽກຮ້ອງໃຫ້ປົດທ່ານ Assad.

ທີ່ຜ່ານມາ ທ່ານນາງຄລິນຕັນເຄີຍໄດ້ກ່າວວ່າ ລັດຖະບານຂອງປະທານາທິບໍດີ Assad ແມ່ນຂາດຄວາມຊອບທໍາໄປແລ້ວ ແຕ່ພວກເຈົ້າໜ້າທີ່ອາວຸໂສອາເມຣິກັນ ກໍໄດ້ເຖິງຂນ
ຮຽກຮ້ອງຢ່າງແຈ່ມແຈ້ງ ໃຫ້ປະທານາທິບໍດີຊີເຣຍລາອອກ.

XS
SM
MD
LG