ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຊີເຣຍ ແລະພວກກະບົດ ຍັງສູ້ລົບກັນ ທີ່ເມືອງ Aleppo (ສະໄລດ໌)


ປະຊາຊົນຊີເຣຍກໍາລັງຫາມຊາກສົບຂອງຜູ້ເສຍຊີວິດໃນການສູ້ລົບກັນທີ່ເມືອງ Aleppo
ປະຊາຊົນຊີເຣຍກໍາລັງຫາມຊາກສົບຂອງຜູ້ເສຍຊີວິດໃນການສູ້ລົບກັນທີ່ເມືອງ Aleppo

ບັນດາ​ນັກ​ເຄຶ່ອນ​ໄຫວ​ຊາວ​ຊີ​ເຣຍ ກ່າວ​ວ່າ ການ​ປະ​ທະ​ກັນຫຼາຍບັ້ນ​ ລະຫວ່າງ​ກໍາລັງ​ຂອງລັດຖະບານ ​ແລະ​ຝ່າຍ​ກະບົດ ທີ່ຍັງ​ດໍາ​ເນີນ​ໄປຢ່າງ​ບໍ່​ລົດ​ລະ​ໃນ​ເມືອງ Aleppo ​ໃນ​ຂະນະ​ທີ່​ຝ່າຍ​ທະຫານ​ລັດຖະບານ ຍິງຖະ ຫຼົ່ມ​ໃສ່ເຂດຕ່າງໆທີ່​ຄວບ​ຄຸມ​ໂດຍ​ພວກ​ຝ່າຍ​ຄ້ານໃນ​ຫົວເມືອງ​ໃຫຍ່​ທີ່​ສຸດ ຂອງ​ຊີ​ເຣຍນັ້ນ.

ກໍາມະການປະສານ​ງານ​ທ້ອງ​ຖິ່ນ ​ແລະ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ​ໄດ້ ລາຍ​ງານກ່ຽວ​ກັບ​ການ​ສູ້​ລົບກັນ ​ເມື່ອ​ວັນ​ພະຫັດ​ມື້​ນີ້ ຢູ່​ໃນຫຼາຍໆ​ເຂດຂອງ​ເມືອງ Aleppo.

ກອງທັບ​ຊີ​ເຣຍ ​ໄດ້​ເປີດ​ສາກ​ໂຈມ​ຕີ​ຈາກ​ສອງ​ດ້ານ ໃສ່​ເມືອງ​ດັ່ງກ່າວ​ເມື່ອ​ວັນພຸດ​ວານ​ນີ້ ໂດຍ​ໃຊ້ເຮືອບິນ​ລົບ​ອາຍ​ພົ່ນ ​ແລະ​ເຮ​ລິ​ຄອບ​ເຕີ ຖິ້ມ​ລະ​ເບີດ​ລົງ​ໃສ່ ​ໃນ​ຂະນະ​ທີ່​ກໍາລັງ​ພາກ​ພື້ນ​ດິນ​ໄດ້​ແນ​ເປົ້າ​ໂຈມ​ຕີ​ທີ່​ໝັ້ນ​ຕ່າງໆ​ຂອງ​ຝ່າຍ​ກະບົດ​ນັ້ນ.

​ຂະນະ​ດຽວ​ກັນ ພັນທະ​ມິດ​ຂອງ​ຊີ​ເຣຍ ຄື​ອິຣ່ານ ກໍາລັງ​ພະຍາຍາມສ້າງ ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ນີີ້ ດ້ວຍ​ການ​ເປີດ​ເຈລະຈາ​ ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງ​ເຕຫະຣ່ານ ຂອງ​ອິຣ່ານ.

ທ່ານ Ali Akbar Salehi ລັດຖະມົນ​ຕີ​ຕ່າງປະ​ເທດ​ອິຣ່ານກ່າວ​ວ່າ ອິຣ່ານ ກໍາລັງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ບັ້ນ​ນຶ່ງຂຶ້ນ ຂອງ​ບັນດາ​ປະ​ເທດ ທີ່​ມຸ້ງໝັ້ນ​ຈະ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ສັນຍາ​ຢຸດ​ຍິງ​ໂດຍ​ທັນ​ທີ່ ຈັດ​ສົ່ງການ​ຊ່ວຍ​ເຫຼືອດ້ານ​ມະນຸດສະ​ທໍາ​ໄປ​ຍັງ​ຊີ​ເຣຍ ​ແລະ​ຕຽມ​ການ​ໂອ້​ລົມ​ສົນທະນາ​ກັນ.

ສ່ວນຣັດ​ເຊຍ ກໍ​ກໍາລັງ​ສົ່ງ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ໄປ​ຍັງ​ອິຣ່ານ ​ເພື່ອເຂົ້າຮ່ວມການ​ເຈ​ລະ​ຈາ​ກັນ​ດັ່ງກ່າວ ​ແຕ່​ເວລາ​ນີ້​ຍັງ​ບໍ່​ປະກົດ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ​ ມີ​ປະ​ເທດ​ໃດ​ແດ່​ຈະ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.

ເບິ່ງສະໄລດ໌ ກ່ຽວກັບເລື້ອງນີ້

XS
SM
MD
LG