ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິຣ່ານວ່າ ຊາວອິຣ່ານ ທີ່ຖືກລັກພາຕົວໄປ ຢູ່ຊີເຣຍ ບໍ່​ມີສ່ວນ​ພົວພັນ ກັບ​​ທະຫານ​ໃນ​ປັດ​ຈຸ​ບັນ​


ຮູບຂອງທະຫານປົດປ່ອຍຊີເຣຍກໍາລັງຍາມພວກອີຣ່ານທີ່ຖືກພາຕົວໄປ ພາຍຫລັງທີ່ຖືກລັກພາຕົວໃນຊີເຣຍທີ່ເປີດເຜີຍອອກໃນວັນທີ 5 ສິງຫາ, 2012
ຮູບຂອງທະຫານປົດປ່ອຍຊີເຣຍກໍາລັງຍາມພວກອີຣ່ານທີ່ຖືກພາຕົວໄປ ພາຍຫລັງທີ່ຖືກລັກພາຕົວໃນຊີເຣຍທີ່ເປີດເຜີຍອອກໃນວັນທີ 5 ສິງຫາ, 2012


ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ
ກ່າວ​ວ່າ ຊາວ​ອິຣ່ານບາງ​ຄົນ​ໃນ​
ຈໍານວນ 48 ຄົນທີ່​ຖືກ​ລັກ​ພາ​
ຕົວ​ໄປ​ໂດຍ​ກຸ່ມ​ກະບົດ​ຊີ​ເຣຍນັ້ນ
​ແມ່ນ​ພວກ​ສະມາຊິກຂອງ​ໜ່ວຍ
​ພິທັກ​ປະຕິວັດ​ ​ແລະຈາກ​ກອງ
ທັບ​ອິຣ່ານທີ່​ປົດ​ກະສຽນ​ແລ້ວ​
ທີ່​ໄປ​ນະຄອນຫຼວງດາ​ມັດ​ກັສ ​
ເພື່ອ​ສະ​ແຫວ​ງບຸນ.


​ເມື່ອ​ວັນ​ພຸດ​ມື້​ນີ້ ອົງການ​ຂ່າວ ISNA ຂອງ​ອີຣ່ານ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງ​ທ່ານ Ali Akbar
Salehi ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ທີ່​ປະຕິເສດ​ວ່າ​ ຊາວ​ອິຣ່ານ​ເຫຼົ່ານີ້ບໍ່​ໄດ້​ມີສ່ວນ​ພົວ
ພັນ​ໃດໆ​ໃນ​ທາງ​ທະຫານ​ໃນ​ປັດ​ຈຸ​ບັນ​.

ກຸ່ມ​ກະບົດ ກອງທັບ​ຊີ​ເຣຍ​ເສລີ ​ກ່າວ​ເຖິງ​ຊາວ​ອິຣ່ານທີ່​ຖືກ​ລັກ​ພາ​ຕົວໄປເມື່ອ​ວັນ​ເສົາ​ຜ່ານ​ມາ
ວ່າ​ເປັນ​ໜ່ວຍພິທັກ​ການ​ປະຕິວັດ ທີ່​ຖືກ​ມອບ​ໝາຍ​ພາລະກິດ​ໃຫ້​ໄປ​ສອດ​ແນມ.

​ໃນ​ຂະນະ​ດຽວ​ກັນ​ນີ້ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ​ໄດ້​ລາຍ​ງານ​ການ​ປະ​ທະ​ກັນຫຼາຍບັ້ນ​ທີ່
​ເມືອງ Aleppo ​ເມື່ອ​ວັນ​ພຸດ​ມື້​ນີ້ ຊຶ່ງ​ຕົນ​ໄດ້​ອະທິບາຍ​ວ່າ​ເປັນ​ເຫດການ​ຄວາມ​ຮຸນ​ແຮງ​ທີ່​ໜັກ
ໜ່ວງ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ກຸ່ມກະບົດ​ຊີ​ເຣຍ​ໄດ້​ປະກາດ​ຍຶດຄອງ​ສ່ວນ​ນຶ່ງ​ຂອງ​ເມືອງ​ດັ່ງກ່າວ.

ອົງການນິລະ​ໂທດ​ກໍາ​ສາກົນ ​ໄດ້​ນໍາ​ຮູບ​ເຜີຍ​ແຜ່​ພາບ​ທີ່ຖ່າຍ​ທາງ​ດາວ​ທຽມ​ຂອງ​ເມືອງ Aleppo
ແລະ​ເ​ຂດອ້ອມ​ແອ້ມ ທີ່​ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ວ່າ ​ລັດຖະບານ​ຊີ​ເຣຍຍັງ​ໃຊ້​ອາວ​ວຸດ​ໜັກ​
ໂຈມ​ຕີ​ເພີ່ມຂຶ້ນ​ໄປ ຢ່າງ​ບໍ​ລົດ​ລະນັ້ນ​ຢູ່. ອົ​ງການນິລະ​ໂທດກໍາ​ສາກົນ​ເວົ້າ​ວ່າ ຮູບ​ພາບ​ດັ່ງກ່າວ
​ນີ້​ ແມ່ນພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຢ່າງ​ຮີບ​ດ່ວນ ກ່ຽວ​ກັບ​ການ​ຄຸກ​ຄາມ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ໃນ
ເຂດ​ດັ່ງກ່າວ. ນອກ​ນີ້​ແລ້ວ​ກຸ່ມ​ສິດທິ​ສາກົນດັ່ງກ່າວ​ຍັງ​ເຕືອນ​ທັງກໍາລັງ​ຂອງຝ່າຍ​ກະບົດ​ແລະ
ຂອງ​ລັດຖະບານວ່າ ການ​ໂຈມ​ຕີ​ບັ້ນ​ຕ່າງໆ​ຕໍ່ພົນລະ​ເຮືອນ​ນັ້ນ ​ແມ່​ນຈະ​ຕ້ອງ​ຖືກ​ບັນທຶກ​ເປັນ
​ລາຍ​ລັກ​ອັກສອນ​ໄວ້​ຢ່າງ​ແຈ້ງ​ຂາວ.

ປະທານ​າທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ໄດ້​ປະຕິ​ຍານ​ໄວ້​ວ່າ ຈະ​ກຳຈັດ​ໃນ​ສິ່ງ​ທີ່​
ທ່ານ​ເອີ້ນ​ວ່າ​ ພວກ​ກໍ່ການ​ຮ້າຍ​ ໃຫ້ໝົດ​ສິ້ນ​ໄປ​ຈາກປະ​ເທດ​ຊາດ​ຂອງ​ທ່ານ​.

XS
SM
MD
LG