ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງໃນວັນສຸກມື້ນີ້ ກ່ຽວກັບ
ມະຕິທີ່ຮ່າງຂຶ້ນໂດຍຊາອຸດິ ອາເຣເບຍ ກ່ຽວກັບຊີເຣຍ ທີ່ບັນດານັກເຄຶ່ອນໄຫວລາຍງານ
ວ່າ ຍັງເກີດເຫດການຄວາມຮຸນແຮງຢູ່ຢ່າງບໍ່ລົດລະ ໃນການລຸກຮືຂຶ້ນຕໍ່ຕ້ານປະທານາທິ
ບໍດີ Bashar al-Assad ມາໄດ້ 17 ເດືອນແລ້ວນັ້ນ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສໍານັກງານຢູ່ອັງກິດ ກ່າວເມື່ອວັນສຸກມື້ນີ້ວ່າ ມີ
ການລະດົມຍິງໃສ່ຄ້າຍອົບພະຍົບປາເເລັສຕາຍໃນເມືອງຫຼວງດາມັສກັສ ເມື່ອວັນພະ
ຫັດວານນີ້ ທີ່ໄດ້ສັງຫານຢ່າງໜ້ອຍ 21 ຄົນ ຊຶ່ງກຸ່ມ ສິ້ງຊອມບໍ່ໄດ້ບອກວ່າຝ່າຍໃດ
ເປັນຜູ້ຍິງປືນຄົກຫຼາຍລູກນັ້ນ.
ກຸ່ມສິ້ງຊອມດັ່ງກ່າວຍັງລາຍງານວ່າ ມີການປະທະກັນຫຼາຍບັ້ນ ແລະການໂຈມຕີຂອງ
ຝ່າຍລັດຖະບານເມື່ອວັນສຸກມື້ນີ້ ຢູ່ໃນເຂດອື່ນໆຂອງຊີເຣຍ ໂຮມທັງແຂວງ Hama, Idlib ແລະ Aleppo.
ມະຕິທີ່ບໍ່ມີຂໍ້ຜູກມັດຂອງອົງການສະຫະປະຊາຊາດ ຈະປະນາມທັງການຊົມໃຊ້ອາວຸດ
ໜັກຂອງລັດຖະບານຂອງທ່ານອາຊັດ ແລະການທີ່ສະພາຄວາມໝັ້ນຄົງສະຫະປະຊາ
ຊາດບໍ່ສາມາດຕົກລົງກັນໄດ້ໃນມາດຕະການ ເພື່ອຍຸຕິເຫດການກໍ່ຄວາມຮຸນແຮງນີ້.
ການລົງຄະແນນສຽງດັ່ງກ່າວຂອງສະຫະປະຊາຊາດ ມີຂຶ້ນພຽງມື້ນຶ່ງ ຫຼັງຈາກທ່ານໂກຟີ
ອັນນັນ ໄດ້ປະກາດຂໍລາອອກຈາກຕໍາແໜ່ງທູດພິເສດ ສະຫະປະຊາຊາດ ແລະສັນນິບາດ
ອາຫຣັບ ປະຈໍາຊີເຣຍ ໂດຍຖິ້ມໂທດໃສ່ ອັນທີ່ທ່ານເອີ້ນວ່າ ສະພາຄວາມໝັ້ນຄົງສະຫະ
ປະຊາຊາດຂາດການປຸ້ມລຸມເປັນອັນນຶ່ງອັນດຽວກັນ.
ວີດິໂອລາຍງານກ່ຽວກັບ ທ່ານ ອັນນັນ ປະກາດຂໍລາອອກ
ຈາກການເປັນທູດພິເສດ: