ພວກນັກເຄຶ່ອນໄຫວດ້ານສິດທິມະນຸດກ່າວວ່າ ກໍາລັງຮັກສາຄວາມປອດ ໄພຊີເຣຍ ຍັງສືບຕໍ່ ກວາດລ້າງພວກປະທ້ວງຕໍ່ຕ້ານລັດຖະບານໃນເມືອງຮາມາ ໃນຂະນະລົດຖັງຂອງລັດຖະ ບານເຄຶ່ອນໄປໃນເຂດດັ່ງກ່າວອີກໃນວັນພຸດມື້ນີ້ ແລະພວກເຫັນເຫດ ການລາຍງານວ່າ ໄດ້ຍິນສຽງລະເບີດແຕກຂຶ້ນ
ນອກນີ້ແລ້ວພວກນັກເຄຶ່ອນໄຫວ ແລະພວກຊາວເມືອງເວົ້າວ່າ ການສື່ສານຄົມມະນາຄົມ
ໄປຍັງຕົວເມືອງ ໄດ້ຖືກຕັດ.
ຍັງບໍ່ທັນມີລາຍງານຂອງຈໍານວນຜູ້ບາດເຈັບລົ້ມຕາຍໃນວັນພຸດມື້ນີ້ ຫລັງຈາກການໂຈມຕີ ສາມມື້ລຽນຕິດ ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດໄປແລ້ວຫລາຍ ກວ່າ 130 ຄົນໃນທົ່ວຊີເຣຍ. ການຕາຍສ່ວນ
ຫລາຍ ແມ່ນເກີດຂຶ້ນຢູ່ເມືອງຮາມາ ໃນຂະນະທີ່ກໍາລັງຮັກສາຄວາມປອດ ໄພສືບຕໍ່
ກວາດລ້າງພວກທີ່ ຄັດຄ້ານປະທານາທິບໍດີ Bashar al-Assad ນັ້ນ.
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກໍມີກໍານົດຈະປະຊຸມກັນເປັນມື້ທີ່ສາມ ໃນວັນພຸດນີ້ ເພື່ອປຶກສາຫາລືເລື່ອງການປະຕິບັດການ ທີ່ສາມາດເຮັດໄດ້ເພື່ອລົງໂທດ ຊີເຣຍນັ້ນ. ໃນສອງມື້ກ່ອນກອງປະຊຸມໄດ້ອະພິ ປາຍກັນກ່ຽວກັບຍັດຕິ ທີ່ຮ່າງຂຶ້ນໂດຍ ຢຸໂຣບແລະໜຸນຫລັງໂດຍສະຫະລັດ ທີ່ຮຽກຮ້ອງໃຫ້ຊີເຣຍ ຢຸດເຊົາການບຸກ ໂຈມຕີຕົວ ເມືອງຕ່າງໆຂອງຕົນ ພ້ອມກັບຈັດຕັ້ງປະຕິບັດການປະຕິຮູບທາງການເມືອງ ແລະເລິ່ມທໍາການ ສືບສວນສອບສວນແບບບໍ່ເຂົ້າຂ້າງຝ່າຍໃດ ກ່ຽວກັບການໂຈມຕີບັ້ນຕ່າງໆ ຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານນັ້ນ.
ຣັດເຊຍ ຊຶ່ງເປັນພັນທະມິດກັບຊີເລຍມາເປັນເວລາດົນນານ ໄດ້ສະແດງ ຮ່ອງຮອຍເປັນ ເທື່ອທໍາອິດໃນມື້ວານນີ້ວ່າ ຕົນຈະບໍ່ຄັດຄ້ານມະຕິຂອງອົງການສະຫະປະຊາຊາດທີ່ປະນາມ ຄວາມຮຸນແຮງໃນຊີເຣຍນັ້ນ ກຸງມອສ ໂຄໄດ້ຕ້ານຢັນ ມາດຕະການໃນທໍານອງນີ້ມາເປັນ ເວລາດົນນານແລ້ວ ຢູ່ ສະພາຄວາມໝັ້ນຄົງ ບ່ອນທີ່ຣັດເຊຍມີສິດໃຊ້ສຽງຍັບຍັ້ງ ຫລື ວີໂຕນັ້ນ.