ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ທໍາການທັບມ້າງ ປາບປາມ ພວກປະທ້ວງ ໜັກຂຶ້ນອີກ


ຊາວຊີເລຍຫລາຍຮ້ອຍຄົນຍັງພາກັນປະທ້ວງລັດຖະບານຢ່າງໜັກຕໍ່ໄປ
ຊາວຊີເລຍຫລາຍຮ້ອຍຄົນຍັງພາກັນປະທ້ວງລັດຖະບານຢ່າງໜັກຕໍ່ໄປ

ພວກນັກເຄຶ່ອນໄຫວແລະຜູ້ເຫັນເຫດການໃນຊີເຣຍກ່າວວ່າ ລົດຖັງທະຫານໄດ້ແລ່ນເຂົ້າໄປ ໃນກາງເມືອງ Hama ເມື່ອຕອນເຊົ້າວັນອາທິດມື້ນີ້ ​ແລະໄດ້ສັງຫານຢ່າງໜ້ອຍ 23 ຄົນ. ຄາດວ່າຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ.

ພວກເຫັນເຫດການກ່າວວ່າ ໄດ້ມີການຍິງກັນຢ່າງໜັກໃນເມືອງຮາມາ ຊຶ່ງເປັນບ່ອນທີ່​ໄດ້ມີ ການປະທ້ວງຂອງ​ປະຊາຊົນກຸ່ມໃຫຍ່ໆ ຕໍ່ຕ້ານປະທານາ ທິບໍດີ Bashar al-Assad ນັ້ນ.

ພວກນັກເຄຶ່ອນໄຫວກ່າວວ່າ ທ່ານ Assad ພະຍາຍາມທີ່ຈະທັບ​ມ້າງ​ການລຸກ​ຮື​ຂຶ້ນຢ່າງ ສັນຕິ​ເປັນ​ສ່ວນ​ໃຫຍ່​ ທີ່​ໄດ້ລຸກລາມໄປຍັງຫລາຍໆເຂດທົ່ວປະເທດ ເພື່ອປະທ້ວງການປົກ ຄອງປະເທດມາ​ເປັນ​ເວລາ 11 ປີ ແລ້ວ ຂອງທ່ານ Assad ນັ້ນ.

ພວກກຸ່ມສິດທິກ່າວວ່າ ກໍາລັງທະຫານຊີເຣຍໄດ້ເຂັ່ນຂ້າພົນລະເຮືອນໄປແລ້ວຢ່າງໜ້ອຍ 1,600 ຄົນ ໃນລະຫວ່າງການກວາດລ້າງພວກທີ່ບໍ່ພໍໃຈລັດຖະບານນັ້ນ ລັດຖະບານຊີເລຍ ໄດ້ຖິ້ມໂທດຂອງການກໍ່ຄວາມຮຸນແຮງສ່ວນໃຫຍ່ ​ໃສ່ພວກກໍ່ການຮ້າຍແລະພວກຫົວຮຸນແຮງ ທີ່ຊີ​ເຣຍເວົ້າວ່າ ໄດ້ຂ້າພວກຮັກສາຄວາມປອດໄພຫລາຍ ຮ້ອຍຄົນ.

ເປັນການຍາກທີ່ຈະພິສູດລາຍ​ງານ​ຂ່າວ​ກ່ຽວ​ກັບການກໍ່ຄວາມບໍ່ສະຫງົບໃນຊີເລຍນີ້ ເນຶ່ອງ ຈາກ ລັດຖະບານໄດ້ຫ້າມພວກສື່ມວນຊົນຕ່າງປະເທດສ່ວນໃຫຍ່ ບໍ່ໃຫ້ເອົາຂ່າວ ແລະເດີນ ທາງໄປມາໃນປະເທດໄດ້ຢ່າງເສລີ.

XS
SM
MD
LG