ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີການສູ້ລົບກັນ ຢ່າງດຸເດືອດ ຢູ່ເມືອງ Aleppo ຂອງຊີເຣຍ (ສະໄລດ໌ & ວີດີໂອ)


ທະຫານຈາກກອງທັບປົດປ່ອຍຊີເຣຍ ກໍາລັງຕັ້ງທ່າຈອບຍິງຝ່າຍສັດຕູ ຢູ່ເມືອງ Aleppo ໃນວັນທີ 29 ກໍລະກົດ, 2012.
ທະຫານຈາກກອງທັບປົດປ່ອຍຊີເຣຍ ກໍາລັງຕັ້ງທ່າຈອບຍິງຝ່າຍສັດຕູ ຢູ່ເມືອງ Aleppo ໃນວັນທີ 29 ກໍລະກົດ, 2012.

ກໍາລັງທະຫານຝ່າຍລັດຖະບານ ແລະຝ່າຍກະບົດຍັງສືບຕໍ່ປະທະກັນຢູ່ເມືອງ Aleppo ທາງພາກເໜືອຂອງຊີເຣຍ ຊຶ່ງຕ່າງຝ່າຍ ຕ່າງກໍອ້າງວ່າຕົນໄດ້ຮັບໄຊຊະນະ.

ຝ່າຍລັດຖະບານເວົ້າວ່າ ຕົນໄດ້ເຂົ້າຍຶດ​ເອົາຄຸ້ມ Salahhedine ​ໄດ້​ແລ້ວ ແລະໄດ້ສ້າງ ຄວາມເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ຝ່າຍກະບົດ.

ແຜານທີ່ເຂດເມືອງ Allepo
ແຜານທີ່ເຂດເມືອງ Allepo

ແຕ່ທາງ​ກອງກໍາລັງຂອງຝ່າຍກະບົດ
ໄດ້ປະຕິເສດຕໍ່ລາຍງານດັ່ງກ່າວ ແລະ
ເວົ້າວ່າ ເຖິງແມ່ນວ່າການຕໍ່ສູ້ກັນຍັງ
ດໍາເນີນສືບຕໍ່ໄປກໍຕາມ ແຕ່ກໍບໍ່ມີກໍາ
ລັງ ທະຫານໃດໆ ຂອງຝ່າຍລັດຖະ
ບານ ຢູ່ໃນຄຸ້ມດັ່ງກ່າວ ຊຶ່ງເປັນເຂດ
ທີ່ໝັ້ນຂອງ ຝ່າຍກະບົດນັ້ນ.

ລັດຖະມົນຕີກະຊວງການຕ່າງປະເທດຊີເຣຍ ທ່ານ Walid al-Moallem ໃຫ້ຄໍາໝັ້ນ
ສັນຍາວ່າ ຝ່າຍກະບົດຢູ່ເມືອງ Aleppo ຈະຖືກຜາບ​ແພ້​ຢ່າງແນ່ນອນ. ທ່ານໄດ້ໃຫ້ຄໍາ
ເຫັນດັ່ງກ່າວ ໃນຂະນະທີ່ຢ້ຽມຢາມອີຣ່ານ, ພັນທະມິດທີ່ມີຄວາມສໍາພັນກັນອັນແໜ້ນ
ແກ່ນທີ່ສຸດກັບຊີເຣຍ ຢູ່ໃນຂົງເຂດ.

ເບິ່ງສະໄລດ໌ຮູບຂອງການສູ້ລົບຢູ່ເມືອງ Aleppo

ຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັບທ່ານ Moallem ນັ້ນ ລັດຖະມົນຕີກະຊວງການ
ຕ່າງປະເທດອີຣ່ານ ທ່ານ Ali Akbar Salehi ກ່າວ​ວ່າ ຄວາມຫວັງໃດໆ ກໍ​ຕາມທີ່ວ່າ ຈະມີການຫັນປ່ຽນຢ່າງສັນຕິໃນຊີເຣຍ ພາຍຫລັງການລົງຈາກອໍານາດຂອງທ່ານ Assad ໄປນັ້ນ ​ແມ່ນເປັນ “ຄວາມເພີ້ຝັນ”.

ຫົວໜ້າດ້ານມະນຸດສະທໍາຂອງສະຫະປະຊາຊາດ ທ່ານນາງ Valerie Amos ເວົ້າຢູ່ໃນ
ຖະແຫລງການ ໃນວັນອາທິດວານນີ້ວ່າ ການສູ້ລົບກັນໄດ້ບັງຄັບໃຫ້ 2 ແສນຄົນ ຕ້ອງອົບພະຍົບລົບໜີອອກຈາກເຂດດັ່ງກ່າວ ໃນໄລຍະສອງມື້ມານີ້.

ເບິ່ງວີດິໂອເລື້ອງກ່ຽວຂ້ອງກັນ

XS
SM
MD
LG