ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຊີເຣຍ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ (ວີດີໂອ)


ລັດຖະມົນຕີປ້ອງກັນປະເທດຊີເຣຍ ທ່ານ Daoud Rajha
ລັດຖະມົນຕີປ້ອງກັນປະເທດຊີເຣຍ ທ່ານ Daoud Rajha

​ໂທລະພາບ​ລັດ​ຂອງ​ຊີ​ເຣຍ ​ເວົ້າ​ວ່າ ມື​ລະ​ເບີດ​ສະຫຼະຊີບ​ຄົນ​ນຶ່ງ ​ໄດ້​ໂຈມ​ຕີ ຕຶກ​ສຳນັກງານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທີ່​ນະຄອນຫຼວງດາ​ມັສກັສ ຂອງ​ຊີ​ເຣຍ ທີ່​ໄດ້​ສັງຫານ​ທ່ານ Daoud Rajha ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ບັນດາ​ເຈົ້າໜ້າ​ທີ່​ອື່ນໆ​ອີກຫຼາຍຄົນ​ບາດ​ເຈັບ.

ການ​ໂຈມ​ຕີ​ດັ່ງກ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ ​ເກີດ​ຂຶ້ນທ່າມກາງ​ການ​ປະ​ທະ​ກັນຫຼາຍ ມື້ ລະຫວ່າງກໍາລັງ​ຂອງ​ພວກ​ກະບົດ ​ແລະ​ຂອງ​ລັດຖະບານ​ໃນ​ເມືອງນະຄອນ​ຫຼວງດາ​ມັສກັສ.

​ຂະນະ​ດຽວ​ກັນ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດຄາດ​ວ່າ​ຈະ​ລົງ​ຄະ​ແນ​ນສຽງກັນໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບ​ມະຕິ​ທີ່​ຕໍ່​ອາຍຸການ​ປະຕິບັດ​ພາ ລະກິດ​ຂອງ​ນັກ​ສັງ​ເກດ​ການອົງການ​ສະຫະ​ປະຊາ​ດ​ໃນ​ຊີ​ເຣຍອອກ​ໄປ​ອີກ ນັ້ນ.

ຄໍາ​ສັ່ງ​ມອບ​ໝາຍ​ການ​ປະຕິບັດພາລະ​ກິດດັ່ງກ່າວຈະ​ໝົດ​ອາຍຸລົງ​ໃນ​ວັນ​ສຸກ​ຕໍ່ໜ້າ​ນີ້ແລະສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຍັງ​ມີ​ຄວາມ​ເຫັນບໍ່​ລົງ​ຮອຍ ກັນ​ກ່ຽວ​ກັບ​ວ່າ ມະຕິ​ສະບັບ​ໃໝ່​ນີ້​ຈະ​ໂຮມ​ທັງ​ການ​ຂົ່ມຂູ່​ວ່າ​ຈະ​ທຳ​ການລົງ​ໂທດ​ຕໍ່ລັດຖະບານຂອງ​ປະທານາ​ທິບໍດີ Bashar al-Assad ນັ້ນຫຼືບໍ່.

ອັງກິດ ​ຝຣັ່ງ ສະຫະລັດ ​ແລະ​ເຢຍຣະມັນ ​ໄດ້​ສະ​ເໜີ​ຮ່າງ​ຍັດຕິ​ດັ່ງກ່າວ ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ລົງໂທດນໍາ ຖ້າ​ຫາກ​ວ່າ​ຊີ​ເຣຍບໍ່​ຈັດ​ຕັ້ງ​ປະຕິບັດ​ແຜນການ​ສັນຕິພາບ​ຂອງ​ທ່ານ ​ໂກ​ຟີ ອັນ​ນັນ. ຝ່າຍຣັດ​ເຊຍ​ກໍໃຫ້ສັນຍາ​ວ່າ ຈະ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຮ່າງມະຕິ​ດັ່ງກ່າວ ​ຊຶ່ງຮ່າ​ງຍັດຕິ​ຂອງຣັດ​ເຊຍບໍ່​ໄດ້​ລວມ​ເອົາ​ການ​ລົງ​ໂທດ​ເຂົ້ານໍາ​.

XS
SM
MD
LG