ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍສືບຕໍ່ປາບປາມ ພວກປະທ້ວງ ຕໍ່ຕ້ານລັດຖະບານ


ກຸ່ມສາສະໜາອີສລາມ ກໍາລັງປະທ້ວງຕໍ່ຕ້ານລັດຖະບານຂອງ ທ່ານ al-Assad
ກຸ່ມສາສະໜາອີສລາມ ກໍາລັງປະທ້ວງຕໍ່ຕ້ານລັດຖະບານຂອງ ທ່ານ al-Assad

ພວກນັກເຄື່ອນໄຫວເພື່ອສິດທິມະນຸດຊີເຣຍກ່າວວ່າ ກໍາລັງຮັກສາຄວາມປອດໄພຂອງ
ລັດຖະບານ ໄດ້ທໍາການບຸກເຂົ້າໄປກວດຄົ້ນຊຸດໃໝ່ໃນຫຼາຍເຂດຂອງຊີເຣຍ ແລະວ່າ ມີຊາຍຄົນນຶ່ງໄດ້ຖືກຍິງຕາຍໃນໝູ່ບ້ານແຫ່ງນຶ່ງ ທາງພາກເໜືອຂອງປະເທດທີ່ຢູ່ໃກ້
ຊາຍແດນຕິດກັບເທີກີນັ້ນ.

ກຸ່ມສັງເກດການກ່ຽວກັບສິດທິມະນຸດຂອງຊີເຣຍ ທີ່ມີຖານປະຕິບັດການຢູ່ກຸງລອນດອນ
ປະເທດອັງກິດ ກ່າວເມື່ອວັນພຸດມື້ນີ້ວ່າ ຜູ້ຊາຍຄົນນຶ່ງ ທີ່ຢືນຢູ່ເຊຍນອກບ້ານຕົນໄດ້ຖືກ
ລູກປືນຕາຍ ທີ່ແຂວງ Idlib ນັ້ນ.

ນອກນີ້ແລ້ວ ກຸ່ມດັ່ງກ່າວ ຍັງເວົ້າວ່າ ກໍາລັງຮັກສາຄວາມປອດໄພ ໄດ້ກັກຕົວປະຊາຊົນ
ຫລາຍສິບຄົນ ໃນຂະນະການບຸກກວດຄົ້ນໃນນະຄອນຫລວງດາມັສກັສຂອງຊີເຣຍນັ້ນ.

ສື່ມວນຊົນລັດຊີເຣຍ ກ່າວເມື່ອວັນອັງຄານຜ່ານມານີ້ວ່າ ກໍາລັງຮັກສາຄວາມປອດໄພ
ຂອງລັດຖະບານ ໄດ້ເລີ່ມຖອນອອກຈາກເມືອງທ່າ Latakia ອັນເປັນບ່ອນທີ່ພວກນັກ
ເຄຶ່ອນໄຫວກ່າວວ່າ ກໍາລັງຮັກສາຄວາມ ປອດໄພໄດ້ສັງຫານຢ່າງໜ້ອຍ 35 ຄົນ ໃນ
ການກວາດລ້າງພວກເດີນ ຂະບວນປະທ້ວງຝ່າຍຄ້ານ ເປັນເວລາສີ່ມື້ນັ້ນ.

ອົງການຂ່າວ SANA ຂອງລັດ ເວົ້າວ່າ ກອງທັບໄດ້ເສັດສິ້ນພາລະກິດ ທີ່ໄດ້ຮັບມອບ
ໝາຍຂອງພວກເຂົາເຈົ້າ ແລະໄດ້ຖິ້ມໂທດການກໍຄວາມບໍ່ສະຫງົບໃສ່ກຸ່ມກໍການຮ້າຍນັ້ນ.

ພວກນັກເຄຶ່ອນໄຫວ ແລະຊາວເມືອງເວົ້າວ່າ ກໍາລັງຮັກສາຄວາມປອດໄພ ໄດ້ໃຊ້ປືນກົນ
ໜັກລະດົມຍິງ ເມື່ອວັນອັງຄານຜ່ານມານີ້ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ທີ່ຢູ່ໃນເມືອງດັ່ງກ່າວ.

ນອກນີ້ ຊີເຣຍ ຍັງເວົ້າອີກວ່າ ຕົນເລີ່ມຖອນກໍາລັງຮັກສາຄວາມປອດໄພຂອງຕົນອອກໄປ
ຈາກ ເມືອງ Deir el-Zour ປະມານນຶ່ງອາທິດຫລັງ ຈາກທໍາການໂຈມຕີຫລາຍບັ້ນໃນເມືອງ ດັ່ງກ່າວທີ່ຕັ້ງຢູ່ທາງພາກຕາເວັນອອກຂອງປະເທດ.

ຂະນະນີ້ ປະທານາທິບໍດີ Bashar al-Assad ກໍາລັງປະເຊີນກັບການ ປະນາມຈາກນານາ
ຊາດ ທີ່ເພີ່ມທະວີຂຶ້ນນັບມື້ນັ້ນ ໃນການກວາດລ້າງປາບປາມຢ່າງຮຸນແຮງນັ້ນ.

XS
SM
MD
LG