ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກາແດງສາກົນ ກ່າວວ່າ ສົງຄາມໃນຊີເຣຍ ໄດ້ລຸກລາມ ອອກໄປໃນເຂດໃໝ່


ແຜນທີ່ປະເທດຊີເຣຍ
ແຜນທີ່ປະເທດຊີເຣຍ

ສະພາກາ​ແດງ​ສາກົນ ກ່າວໃນ​ສິ່ງ​ທີ່​ຕົນ​ເອີ້ນ​ວ່າ ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ກໍາລັງ​ລຸກລາມ​ໄປ​ຍັງ​ເຂດ​ໃໝ່ຫຼາຍ​ເຂດຂອງ​ຊີ​ເຣຍ.

ສະພາກາ​ແດງ​ໄດ້​ເວົ້າມາກ່ອນ​ແລ້ວວ່າ ມີ​ການ​ປະ​ທະ​ກັນລະຫວ່າງ​ກໍາລັງ​ຂອງລັດຖະບານ ​ແລະ​ຂອງກຸ່ມ​ຝ່າຍ​ຄ້ານ ຢູ່​ເຂດ​ທີ່​ມັກ​ມີ​ການ​ສູ້​ລົບ​ກັນ ໃນ​ເມືອງ Homs, Hama ​ແລະ Idlib.

ບັນດາ​ເຈົ້າໜ້າ​ທີ່​ສະພາກາ​ແດງ ກ່າວ​ເມື່ອ​ວັນ​ອາທິດ​ວານ​ນີ້​ວ່າ ການ​ສູ້​ລົບກັນ​ໄດ້​ລຸກລາມ​ໄປ​ຍັງ​ເຂດ​ອື່ນໆ​ຂອງ​ຊີ​ເຣຍອີກ.

ຫຼັກຖານ​ຂອງ​ສະພາກາ​ແດງ​ມີ​ຂຶ້ນ​ໃນ​ຂນະທີ່​ຊີ​ເຣຍປະຕິ​ເສດ​ວ່າ​ກໍາລັງ​ທະຫານ​ຂອງ​ຕົນ​ບໍ່​ໄດ້​ໃຊ້​ອາວຸດ​ໜັກ ​ແລະ​ເຮືອບິນ​ຕໍ່ຕ້ານ​ເມືອງ Tremseh ​ເມື່ອ ອາທິດ​ຜ່ານ​ມາ ​ທັງ​ໆ​ທີ່​ມີຫຼັກຖານ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ ສະຫະ​ປະ​ຊາ​ຊາດ ທີ່​ໄດ້​ໄປ​ຢ້ຽມຢາມ​ເຂດ​ດັ່ງກ່າວ​ເມື່ອ​ວັນເສົາ ​ແລະ​ວັນ​ອາທິດ​ຜ່ານ​ມາ​ນີ້ກໍ​ຕາມ.

XS
SM
MD
LG