ກອງທັບເທີກີກ່າວວ່າ ສົບຂອງນັກບິນສອງຄົນ ປະຈໍາເຮືອບິນ ອາຍພົ່ນ F-4 ທີ່ຖືກຍິງຕົກໂດຍກອງທັບຊີເຣຍເມື່ອເດືອນຜ່ານມານັ້ນ ໄດ້ຖືກຄົ້ນພົບແລ້ວ ທີ່ບໍລິເວນພື້ນທະເລ Mediterranean ກໍ້າຕາເວັນອອກ ໃນຂະນະທີ່ເຫດການຄວາມຮຸນແຮງຍັງດໍາເນີນສືບຕໍ່ໄປຢູ່ທົ່ວຊີເຣຍນັ້ນ.
ຄວາມສໍາພັນລະຫວ່າງອັງກາຣາ ແລະດາມັສກັສ ແມ່ນໄດ້ຊຸດໂຊມລົງຫຼັງ ຈາກຊີເຣຍໄດ້ຍິງເຮືອບິນລາດຕະເວນຂອງເທີກີຕົກ ເມື່ອວັນທີ່ 22 ເດືອນມິຖຸນາຜ່ານມາໂດຍທີ່ເທີກີເຕືອນວ່າ ຕົນຈະຕອບໂຕ້ຢ່າງເດັດຂາດ. ແນວ ໃດກໍດີທັງສອງປະເທດກ່າວວ່າ ພວກຕົນບໍ່ຕ້ອງການໃຫ້ເຫດຮ້າຍນີ້ນໍາພາ ໄປສູ່ການປະທະກັນດ້ວຍກຳລັງອາວຸດ.
ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນເປັນເວລາຫຼາຍເດືອນມາແລ້ວລະຫວ່າງບັນ ດາອະດີດປະເທດເພື່ອນບ້ານທີ່ໃກ້ຊິດ ຍ້ອນການປາບປາມກົດຂີ່ຮ້າຍແຮງ ຂອງລັດຖະບານຊີເຣຍ ຕໍ່ການລຸກຮືຂຶ້ນ ເປັນເວລາ 16 ເດືອນແລ້ວນັ້ນ. ເທີກີໄດ້ໃຫ້ບ່ອນລີ້ຊ່ອນແກ່ພວກກະບົດຊີເຣຍຕາມເຂດຊາຍແດນ ຕິດກັບຊີເຣຍຂອງຕົນ ແລະຊາວອົບພະຍົບຊີເຣຍອີກຫຼາຍພັນຄົນໄດ້ອາໄສຢູ່ຕາມຄ້າຍອົບພະຍົບໃນເທີກີ.
ນອກນີ້ ເມື່ອວັນພຸດວານນີ້ ນາຍພົນຊີເຣຍຄົນນຶ່ງໄດ້ໂຕນໜີໄປຮ່ວມກັບ ພວກຝ່າຍຄ້ານ ຊຶ່ງນັບວ່າເປັນນາຍທະຫານລະດັບສູງຄົນທີ່ 15 ທີ່ຫຼົບໜີເຂົ້າໄປຍັງດິນແດນເທີກີ. ເວລານີ້ ເທີກີໄດ້ໃຫ້ບ່ອນເພິ່ງພິງ ແກ່ນາຍທະ ຫານຊີເຣຍປະມານ 250 ຄົນ ທີ່ໄດ້ໂຕນໜີໄປຮ່ວມກັບກອງທັບປົດປ່ອຍ ຊີເຣຍເສລີ ທີ່ແຂວງ Hatay ທາງພາກໃຕ້ຂອງຕົນ ແລະກໍໄດ້ຊ່ວຍເຫຼືອ ດ້ານພະລາທິການໃຫ້ແກ່ກອງທັບກະບົດດັ່ງກ່າວ ແຕ່ກໍປະຕິເສດວ່າບໍ່ໄດ້ໃຫ້ອາວຸດໃດໆ.