ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ກໍາລັງຂອງ​ຊີ​ເຣຍ ຍິງຖະລົ່ມ ຫຼາຍ​ໆເມືອງ ​ໃນ​ທົ່ວ​ປະ​ເທດ (ວີດີໂອທີ່ກ່ຽວຂ້ອງ)


ລັດຖະບານຊີເຣຍຍັງຖິ້ມລະເບີດຢ່າງໜັກໃສ່ແຫ່ງຕ່າງໆທົ່ວປະເທດຢ່າງບໍລົດລະ
ລັດຖະບານຊີເຣຍຍັງຖິ້ມລະເບີດຢ່າງໜັກໃສ່ແຫ່ງຕ່າງໆທົ່ວປະເທດຢ່າງບໍລົດລະ

ກຸ່ມ​ສິ້ງ​ຊອມ​ຊີ​ເຣຍກຸ່ມ​ນຶ່ງ ກ່າວ​ວ່າ ກໍາລັງ​ທະຫານ​ຂອງ​ລັດຖະບານ​ຊີ​ເຣຍ ກໍາລັງ​ລະດົມ​ຖິ້ມ​ລະ​ເບີດ​ ຖະລົ່ມຫຼາຍ​ໆ​ແຫ່ງ​ໃນ​ທົ່ວ​ປະ​ເທດ.

ກຸ່ມ​ສັງ​ສິ້ງ​ຊອມ​ດ້ານ​ສິດທິ​ມະນຸດ​ຊີ​ເຣຍ ລາຍ​ງານໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ຖິ້ມ​ລະ​ເບີດ​ຂອງລັດຖະບານ​ກໍາລັງ​ດໍາ​ເນີນ​ໄປ ​ຢູ່​ໃນ​ເມືອງຫຼວງດາ​ມັສກັສ ພ້ອມ​ທັງ​ແຂວງ Homs ​ແລະ​ແຂວງ Deir Izzor. ກຸ່ມ​ສັງ​ສິ້ງ​ຊອມ​ດັ່ງກ່າວ ​ເວົ້າ​ວ່າ ໄດ້​ຍິນ​ສຽງ​ຍິງ​ຈະຫຼວດ ​ແລະ​ລົດ​ຂະໜາດ​ໜັກ ​ຢູ່ໃນເຂດ​ຄຸ້ມ Mazzah ຂອງ​ເມືອງຫຼວງດາ​ມັສກັສ.

​ນອກ​ນັ້ນ​ແລ້ວ ຍັງມີລາຍ​ງານ​ວ່າ ມີການ​ປະທະ​ກັນຫຼາຍບັ້ນ​ລະຫວ່າງ​ກໍາລັງ​ລັດຖະບານ ​ແລະ​ກໍາລັງ​ຝ່າຍ​ກະບົດ ເກີດ​ຂຶ້ນຢູ່​ແຂວງ Aleppon ​ເຊັ່ນ​ກັນ.

ໃນ​ຂະນະ​ດຽວ​ກັນ ທາງ​ກໍາລັງ​ຂອງ​ຝ່າຍ​ກະບົດ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກຕົນໄດ້​ຍຶດ​ເອົາ​ດ່ານຂ້າມ​ຊາຍ​ແດນ al-Salam ທາງກໍ້າ​ເໜືອ​ຂອງແຂວງ Aleppo ແລ້ວ ​ຊຶ່ງເປັນ​ເວລາຫຼາຍມື້ຫຼັງຈາກ​ໄດ້ຍຶດ​ເອົາ​ດ່ານ​ອີກ​ແຫ່ງນຶ່ງ​ ​ເລາະ​ຕາມຊາຍ​ແດນ​ເທີ​ກີ​ນັ້ນ.

ວີດີໂອລາຍງານກ່ຽວກັບຣັດເຊຍແລະຈີນໃຊ້ສິດຍັບຍັ້ງມະຕິລົງໂທດຊີເຣຍຂອງ ສປຊ:

XS
SM
MD
LG