ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ສັງຫານ ທະຫານ ລັດຖະບານ 20 ຄົນ ໃນຊີເຣຍ


ທີມງານສັງເກດການ ສປຊ ຂະນະອອກປະຕິບັດງານໃນເຂດຕ່າງໆຂອງຊີເຣຍ
ທີມງານສັງເກດການ ສປຊ ຂະນະອອກປະຕິບັດງານໃນເຂດຕ່າງໆຂອງຊີເຣຍ

ບັນດາ​ນັກ​ເຄຶ່ອນ​ໄ​ຫວດ້ານ​ສິດທິມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ພວກ​ນັກລົບ​ກະບົດ​ໄດ້​ສັງຫານ​ທະຫານ​ລັດຖະບານ​ຢ່າງ​ໜ້ອຍ 20 ຄົນ ​ໃນ​ການ​ປະ​ທະ​ກັນ​ຕະຫຼອດຄືນ​ ​ໃນ​ຂະນະ​ທີ່​ຫົວໜ້າ​ປະຕິບັດງານ​ສັງ​ເກດ​ການຂອງອົງ ການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ທີ​ມງານ​ຂອງ​ທ່ານ​ຈະ​ຍັງ​ປະ​ຈໍາ​ການ​ຢູ່​ໃນ​ຊີ​ເຣຍ ​ທີ່​ເກີດ​ເສິກສົງຄາມ​ນັ້ນ​ຕໍ່​ໄປ.ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ ກ່າວ​ເມື່ອ​ວັນ​ພຸດມື້​ນີ້​ວ່າ ​ໄດ້​ເກີດການ​ສູ້​ລົບ​ກັນເປັນ​ເວລາຫຼາຍຊົ່ວ​ໂມງ ​ໃນ​ແຂວງ Latakia ທາງພາກຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ພົນ​ຕີ Robert Mood ຫົວໜ້າ​ຄະນະສັງ​ເກດ​ການສະຫະ​ປະຊາ​ຊາດ​ທີ່ ​ເປັນ​ຄົນ​ນໍ​ເວ ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ “ຄວາມ​ເຈັບ​ປວດ​ຂອງ​ປະ ຊາຊົນ​ຊີ​ເຣຍ” ນັ້ນ​ກໍາລັງ​ຮ້າຍແຮງຂຶ້ນໄປ​ນັບ​ມື້ ​ແລະ​ຕໍ່​ຄໍາ​ຖາມ​ກ່ຽວ​ກັບ​ການ​ຍົກ​ເລີກ​ພາລະກິດ​ສັງ​ເກດ​ການ​ນັ້ນ​ມັນ​ຍັງ​ເປັນ​ການ​ໄວ​ເກີນ​ໄປ. ຊຶ່ງ​ພົນ​ຕີ ມູດ ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

“ຂ້າພະ​ເຈົ້າຍັງ​ສືບ​ຕໍ່ຍຶດໝັ້ນໃນ​ພາລະກິດ​ທີ່ມອບ​ໝາຍ​ໃຫ້ ໃນ​ສະພາບທີ່​ພວກ​ເຮົາເປັນ​ຢູ່​ໃນ​ຂະນະ​ນີ້ ພວກ​ເຮົາຈະ​ບໍ່​ໜີ​ໄປ​ທາງ​ໃດ”

ນາຍ​ພົນ ມູດ ກ່າວ​ຕໍ່​ສະພາຄວາມ​ໝັ້ນຄົງ​ວ່າ ຄະນະສັງ​ເກດ​ການທີ່​ບໍ່​ປະກອບອາວຸດ ຈໍານວນ 300 ຄົນນັ້ນ ໄດ້​ຕົກ​ເປັນ​ເປົ້າ​ໃນ​ການໂຈມຕີຫຼາຍໆ​ຄັ້ງ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ. ທ່ານ​ກ່າວ​ວ່າ ລົດ​ທີ່​ໃຊ້ປະຕິບັດ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຖືກ​ທໍາລາຍ​ເສຍ​ຫາຍ ຢ່າງ​ໜ້ອຍເກົ້າ ຄັນ.

ນາຍ​ພົນ​ມູດ ​ແລະ​ທ່ານ Herve Ladsous ຫົວໜ້າ​ໜ່ວຍ​ຮັກສາ​ສັນຕິ ພາບ​ສະຫະປະຊາ​ຊາດກ່າວ​ວ່າ ພາລະກິດ​ຂອງ​ພວກ​ເຂົາ​ເຈົ້າຢູ່​ໃນ​ຊີ​ເຣຍ ຖືກໂຈະ​ໄວ້ເມື່ອ​ວັນ​ເສົາ​ແລ້ວ ຍ້ອນ​ວ່າ​ເຫດການ​ຄວາມ​ຮຸນ​ແຮງ​ເພີ່ມ​ທະວີ​ຂຶ້ນ ​ແຕ່​ຄະນະ​ທີ​ມສັງ​ເກດ​ການ​ຍັງ​ບໍ່​ໄດ້​ໜີ​ອອກ​ນອກ​ປະ​ເທດ​ເທື່ອ. ການ​ຕິດ​ສິນ​ໃຈ​ດັ່ງກ່າວ​ເປັນ​ຮ່ອງຮອຍ​ທີ່​ແຈ້ງ​ຂາວ​ວ່າ ແຜນ​ສັນຕິພາບ​ທີ່​ນໍາ​ສະ​ເໜີ​ໂດຍ​ທ່ານ ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ນາໆ​ຊາດ​ນັ້ນ​ແມ່ນ​ລົ້ມ​ແຫຼວ​ແລ້ວ.

​ໃນ​ຂະນະ​ດຽວ​ກັນ ທີ່​ເມືອງ​ຕາກ​ອາກາດ Los Cabos ປະ​ເທດ​ແມັກ​ຊິ​ໂກ ນັ້ນ ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ກ່າວວ່າ ຣັດ ​ເຊຍ ​ແລະ ຈີນ ກໍ​ຍັງ​ບໍ່​ໄດ້​ເຊັນ​ລົງ​ນາມ ​ຕໍ່​ແຜນການ​ໃດໆ​ເພື່ອ​ປົດອໍານາດ​ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ນັ້ນ ​ແຕ່​ຜູ້​ນໍາ​ທັງສອງ​ປະ​ເທດ​ຮັບ​ຮູ້​ເຖິງໄພອັນຕະລາຍ​ທີ່​ມັນ​ຈະກາຍເປັນ​ສົງຄາມ​ກາງ​ເມືອງຂັ້ນ ຮ້າຍແຮງຢ່າງ​ເຕັມ​ອັດຕາ​ນັ້ນ​.

XS
SM
MD
LG