ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມສັງເກດການຂອງ ສປຊ ໂຈະ ການປະຕິບັດງານ ຢູ່ໃນຊີເຣຍ (ວີດີໂອ)


ນັກສັງເກດຄົນນຶ່ງຂອງອົງການສະຫະປະຊາຊາດ ຂະນະປະຕິບັດຢູ່ໃນຊີເຣຍ
ນັກສັງເກດຄົນນຶ່ງຂອງອົງການສະຫະປະຊາຊາດ ຂະນະປະຕິບັດຢູ່ໃນຊີເຣຍ

ຄວາມ​ຮຸນ​ແຮງ​ທີ່​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆໃນ​ຊີ​ເຣຍ ​ໄດ້ບັງຄັບ​ໃຫ້ບັນດາ​ນັກ​ສັງ​ເກດ​ການ​ທີ່​ບໍ່​ປະ​ກອບ​ອາວຸດຂອງ​ອົງການ​ສະຫະ​ປະຊາ​ຊາດ ຈໍານວນ ປະມານ 300 ຄົນ​ນັ້ນ ຕ້ອງໄດ້​ໂຈະ​ການ​ປະຕິບັດ​ງານຂອງ​ພວກ​ເຂົາ​ເ​ຈົ້າ ​ໄວ້ ​ເມື່ອ​ວັນ​ເສົາ​ວານ​ນີ້.

ພົນ​ຕີ Robert Mood ຫົວໜ້າ​ທີ​ມ​ສັງ​ເກດ​ການ ກ່າວ​ວ່າ ທີ​ມຂອງ​ທ່ານ ຈະ​ບໍ່​ໜີ​ອອກ​ນອກ​ປະ​ເທດ ​ແຕ່່​ຈະ​ຍັງປະ​ຈໍາ​ການຢູ່​ກັບ​ທີ່ ຄື​ບໍ່​ອອກ​ສັງ​ເກດ​ການ.

ບັນດາ​ເຈົ້າໜ້າ​ທີ່​ຝ່າຍ​ຄ້ານ​ຊີ​ເຣຍ ທີ່​ພົບ​ປະກັນ​ທີ່​ນະຄອນຫຼວງອີສຕັນ​ບູລ ປະ​ເທດ​ເທີ​ກີ ​ໂຮມ​ທັງ​ທ່ານ Bassam Imadi ຂອງ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊີ​ເຣຍ ກ່າວ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ​ນັ້ນ ​ບໍ່​ເປັນ​ເລຶ່ອງ​ແປກ​ໃຈຫຍັງ​ເລີຍ.

ທາງລັດຖະບານຊີ​ເຣຍ ກໍ​ໄດ້​ມີ​ປະຕິກິລິຍາຕອບ​ເຊ່ນ​ກັນ ​ໂດຍ​ກ່າວ​ວ່າ ຕົນ​ເຂົ້າ​ໃຈດີ​ໃນການ​ຕັດສິນ​ໃຈດັ່ງກ່າວ ແລະ​ຖິ້ມ​ໂທດ​ການ​ກໍ່​ຄວາມ​ຮຸນ​ແຮງໃສ່​ພວກ​ກໍາລັງ ​ທີ່​ຕົນ​ເອີ້ນ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ.

​ໃນ​ຂະນະ​ດຽວ​ກັນ ຮູບ​ຖ່າຍ​ວີ​ດີ​ໂອ​ໂດຍ​ມື​ສະໝັກຫຼິ້ນ ທີ່ໄດ້​ນໍາ​ລົງ​ອິນ​ເທີ​ເນັທ ​ເມື່ອ​ວັນ​ເສົາ​ວານນີ້ ​ສະ​ແດງ​ໃຫ້​ເຫັນ​ມີ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ ໂຮ​ມທັງອັນທີ່​ປາກົດ​ວ່າ ​ເປັນຫຼັກຖານ​ຂອງການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຢູ່​ໃນ​ເຂດ​ຊານເມືອງຫຼວງດາ​ມັສກັສ ​ແລະ​ການ​ລະດົມ​ຍິງ​ຢ່າງ​ໜັກໜ່ວງ​ຢູ່​ໃນ​ເມືອງ Homs ພາກ​ກາງຂອງ​ປະ​ເທດ​ນັ້ນ​ນໍາ.

ບັນດາ​ນັກ​ເຄຶ່ອນ​ໄຫວ​ຊີ​ເຣຍ​ ​ລາຍ​ງານ​ວ່າ​ ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ 50 ຄົນ ​ໃນ​ການ​ປະ​ທະ​ກັນ ​ແລະ​ການ​ລະດົມ​ຍິງ​ຢູ່​ໃນຫຼາຍໆ​ຫົວ​ເມືອງຂອງ​ຊີ​ເຣຍ​ເມື່ອ​ວັນ​ເສົາ​ວານ​ນີ້.

ຄວາມຮຸນແຮງໃນຊີເຣຍ:

XS
SM
MD
LG