ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຄັດຄ້ານ ການລົງໂທດ ຕໍ່ຊີເຣຍ (ວີດີໂອ)


ທ່ານຫຼິວ ເວ້ມິນ ໂຄສົກກະຊວງການຕ່າງປະເທດຈີນ
ທ່ານຫຼິວ ເວ້ມິນ ໂຄສົກກະຊວງການຕ່າງປະເທດຈີນ

ຈີນ​ກ່າວ​ວ່າ ຕົນ​ບໍ່​ອະນຸມັດ​ການໃຊ້​ມາດ​ຕະການ​ລົງ​ໂທດ​ເພື່ອ​ແກ້​ໄຂ​ບັນ​ວິ​ກິດ​ການ​ຢູ່​ໃນ​ຊີ​ເຣຍ ມື້​ນຶ່ງຫຼັງຈາກ​ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ​ໄດ້​ປຶກ ສາ​ຫາລື​ເຖິງ​ມາດ​ຕະການ​ຕ່າງໆ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ບັງຄັບ​ໃຫ້​ມີ​ການປະຕິ ບັດ​ແຜນການ​ຢຸດ​ຍິງ ທີ່ຍັງ​ບໍ່​ໄປ​ບໍ່​ມາ​ທາງ​ໃດນັ້ນ.

ທ່ານ ຫຼິວ ​ເວ້ມິນ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້ ວ່າ ປະ​ເທດ​ຂອງ​ທ່ານ​ຄັດຄ້ານ​ການ​ໃຊ້​ຄວາມ​ກົດ​ດັນ​ໃດໆ ​ແລະ​ກົງ​ຂ້າມ ​ແມ່ນ​ຂໍສະໜັບສະໜຸນ​ແຜນການ​ຂອງ​ທ່ານ ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ ນາໆຊາດ.

ຣັດ​ເຊຍກໍ​ຄັດຄ້ານ​ເລຶ່ອງນີ້​ມາຕະຫຼອດ ຕໍ່​ຄວາມ​ພະຍາຍາມ​ຂອງ​ປະ​ເທດ ຕາ​ເວັນ​ຕົກ​ແລະ​ອາຣັບ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ ມະຕິ​ການ​ລົງ​ໂທດ​ຂອງ​ອົງ ການ​ສະຫະ​ປະຊາ​ຊາດ​ຕໍ່​ລັດຖະບານ​ຊີ​ເຣຍ. ​ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ Sergei Lavrov ລັດ​ຖະມົນຕີ​ຕ່າ​ງປ​ະ​ເທດຣັດ​ເຊຍ ກ່າວ​ປ້ອງ​ກັນ ການ ຂາຍ​ອາວຸດ​ຂອງ​ຂອງຕົນ​ໃຫ້​ຊີ​ເຣຍ ​ແລະ​ກ່າວ​ວ່າ​ມັນ​ບໍ່​ໄດ້​ຝ່າຝືນກົດໝາຍ​ຂອງ​ລະຫວ່າງ​ຊາດ​ເລີຍ.

​ເອກ​ອັດ​ຄະລັດຖະທູດ​ຊີ​ເຣຍປະ​ຈໍາຣັດ​ເຊຍ ​ໄດ້​ປະຕິ​ເສດ​ຕໍ່ການ​ຕໍາ​ໜິຕິ ຕຽນ​ໃນ​ການ​ຂາຍ​ອາວຸດ​ດັ່ງກ່າວ​ໃນ​ລະຫວ່າງ​ການ​ຢ້ຽມຢາມ Moscow ​ເມື່ອ ວັນ​ພະ​ຫັດ​ມື້ນີ້. ທ່ານ Riyad Haddad ກ່າວ​ວ່າ ອາວຸດ​ຕ່າງໆ​ຄື​ອາວຸດ​ເຫຼົ່ານີ້​ເປັນ​ອາວຸດປ້ອງ​ກັນ ​ແລະ​ຖິ້ມ​ໂທດ​ໃສ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ ກ່ຽວ​ກັບ​ຄວາມ​ລົ້ມ​ແຫຼວຂອງ​ແຜນການ​ຂອງ​ທ່ານ​ອັນ​ນັນ.

ທີ່​ວໍ​ຊິງ​ຕັນ ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ ລັດ​ກ່າວ​ວ່າ ມັນ​ເຖິງ​ເວລາ​ມາ​ດົນ​ແລ້ວ ​ທີ່ປະຊາ​ຄົມນາ​ໆ​ຊາດ ​ໂຮມ​ທັງ ຣັດ​ເຊຍ ຈະ​ເຂົ້າມາ​ຮ່ວມ​ໂຕະ​ເຈລະຈາ​ ​ແລະເປັນ​ຜູ້​ສ້າງສັນ​ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ໃນ​ຊີ​ເຣຍ ​ເຖິງ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ.

ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ​ວັນ​ພະຫັດ​ມື້​ນີ້ ພ້ອມ​ກັບ​ມີ​ລາຍ​ງານ​ວ່າ​ມີ​ການ​ປະ​ທະ​ກັນຫຼາຍບັ້ນ​ທີ່​ເມືອງ Homs ​ແລະ​ເມືອງ Rastan. ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນຊີ​ເຣຍທີ່​ມີ​ສໍານັກງານ​ຢູ່​ອັງກິດ​ເວົ້າ ວ່າ ຢ່າງ​ໜ້ອຍມີ​ພົນລະ​ເຮືອນ​ເສຍ​ຊີ​ວິດສີ່​ຄົນ.

ຄະນະ​ສັງ​ເກດ​ການ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ໄປຢ້ຽມຢາມ​ບ່ອນທີ່​ມີ ການໂຈມຕີ​ດ້ວຍ​ລົດລະ​ເບີດ ເມື່ອ​ວັນ​ພະຫັດ​ມື້​ນີ້ ​ຢູ່ໃກ້​ນະຄອນຫຼວງດາ​ມັສກັສ ຊຶ່ງ​ສື່​ມວນຊົນ​ລັດ​ລາຍ​ງານ​ວ່າ​ມີ​ຜູ້​ບາດ​ເຈັບ 14 ຄົນ​ໃນ​ເຫດການ​ດັ່ງກ່າວ.

XS
SM
MD
LG