ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວຫາຊີເຣຍວ່າ ກໍ່ວິກິດການດ້ານມະນຸດສະທໍາ


ກໍາລັງຂອງຝ່າຍລັດຖະບານ ກໍາລັງປະເຊີນກັບ “ພວກແກ໊ງປະກອບອາວຸດ” ໃນແລະອ້ອມແອ້ມຕົວເມືອງ Jisr al-Shughour ຂອງຊີເຣຍ.
ກໍາລັງຂອງຝ່າຍລັດຖະບານ ກໍາລັງປະເຊີນກັບ “ພວກແກ໊ງປະກອບອາວຸດ” ໃນແລະອ້ອມແອ້ມຕົວເມືອງ Jisr al-Shughour ຂອງຊີເຣຍ.

ສື່ມວນຊົນຂອງລັດຊີເລຍກ່າວວ່າ ​ກໍາລັງທະຫານຂອງ ຝ່າຍລັດຖະບານ ໄດ້ປະທະກັນກັບພວກມືປືນໃນເມືອງນຶ່ງ ທາງພາກເໜືອຂອງປະເທດ ໃນວັນອາທິດມື້ນີ້ ໃນຂະນະ ທີ່ຄວາມໂກດແຄ້ນຂອງປະຊາ​ຄົມນາໆຊາດ​ເພີ້​ມ ທະວີ​ຂຶ້ນ ຕໍ່ການກວາດລ້າງພວກປະທ້ວງຢ່າງໂຫດຮ້າຍປ່າເຖື່ອນຂອງ ລັດຖະບານຊີເຣຍນັ້ນ.

ລັດຖະບານໄດ້ກ່າວຫາວ່າ “ພວກແກ໊ງປະກອບອາວຸດ” ໃນເມືອງ Jisr al-Shughour ​ໄດ້ສັງຫານພວກກໍາລັງ ຮັກສາຄວາມປອດໄພ ​ແລະສື່ມວນຊົນ ຂອງລັດກ່າວວ່າ ກໍາລັງທະຫານໄດ້ຕັ້ງທີ່ໝັ້ນຢູ່ໃນແລະອ້ອມແອ້ມຕົວເມືອງ ເພື່ອປະເຊີນໜ້າກັບພວກແກ໊ງ​ເຫລົ່າ​ນັ້ນ.

ເມືອງດັ່ງກ່າວທີ່ຕັ້ງຢູ່​ໃກ້ເຂດຊາຍແດນຕິດກັບປະເທດເທີກີ ແມ່ນໄດ້​ເປັນ​ຈຸດສຸມຂອງ​ການ ປະຕິບັດການທາງທະຫານເປັນເວລາຫລາຍມື້ ທີ່ຍັງຜົນ ໃຫ້ປະຊາຊົນຫລາຍພັນຄົນ ຕ້ອງພາກັນອົບພະຍົບເຂົ້າໄປຍັງປະເທດເທີກີ ເພື່ອຫລົບໜີຈາກເຫດການນອງເລືອດນັ້ນ.

ວັນເສົາວານນີ້ ສະຫະລັດໄດ້ກ່າວຫາລັດຖະບານຊີເຣຍວ່າ ກໍ່ວິກິດການດ້ານມະນຸດສະທໍາ ຂຶ້ນໃນເຂດພາກເໜືອຂອງປະເທດ ແລະຮຽກຮ້ອງໃຫ້ ດາມັສກັສ ຈົ່ງຍຸຕິການກໍ່ຄວາມ ຮຸນແຮງຂອງຕົນທີ່ແນເປົ້າໃສ່ພວກປະທ້ວງ ນັ້ນ.

XS
SM
MD
LG